ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວເນຊູເອລາ ປ່ອຍ ນັກໂທດ ການເມືອງ 39 ຄົນ


ນາຍພົນທະຫານເວເນຊູເອລາ ທ່ານແອນໂຈລ ວີວາສ ຖືກຊ່ວຍ ຈາກພວກເຈົ້າໜ້າທີ່ກະຊວງຕ່າງປະເທດ ໃນຂະນະທີ່ໄປເຖິງ ບ່ອນປະຊຸມ ໃນວັນທີ 1 ມິຖຸນາ 2018.
ນາຍພົນທະຫານເວເນຊູເອລາ ທ່ານແອນໂຈລ ວີວາສ ຖືກຊ່ວຍ ຈາກພວກເຈົ້າໜ້າທີ່ກະຊວງຕ່າງປະເທດ ໃນຂະນະທີ່ໄປເຖິງ ບ່ອນປະຊຸມ ໃນວັນທີ 1 ມິຖຸນາ 2018.

ບັນດາ​ເຈົ້າ​ໜ້າ​ທີ່​ເວ​ເນ​ຊູ​ເອລາ​ກ່າວ​ວ່າ ​ເຂົາ​ເຈົ້າ​ໄດ້​ປ່ອຍ​ພວກ​ນັກ​ເຄື່ອ​ນ​ໄຫວ​ການ
​ເມືອງ39 ຄົນ​ທີ່​ໄດ້​ຕິດ​ຄຸກ ​ຍ້ອນ​ພົວພັນກັບການ​ປະ​ທ້ວງຕໍ່​ຕ້ານ​ລັດຖະບານ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ​ ພວກ​ນັກ​ເຄື່ອນ​ໄຫຼ​ວແມ່ນຮວມທັງ​ອະດີດ​ເຈົ້າ​ເມືອງ ​ເມືອງ​
ແຊນ ກຣິສ​ໂຕ​ບາ​ລ ທ່ານ​ດາ​ນຽ​ລ ​ເຊີ​ບາ​ລ​ໂລ​ສ.

ລັດຖະມົນຕີໂທລະຄົມມະນາ​ຄົມ ທ່ານ​ຮໍເຮ ​ໂຣດຣິເກສ ກ່າວ​ໃນ​ຕອນ​ເຊົ້າ​ວັນ​ສຸກ​
ວານ​ນີ້​ວ່າ ຄະນະ​ກຳມາ​ທິການຄົ້ນຄວ້າຫາ​ຄວາມ​ຈິງ​ໄດ້​ທົບ​ທວນ​ເບິ່ງຄະດີ​ຈຳນວນ​ນຶ່ງ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດ​ທິມະນຸດ​ກ່າວ​ວ່າ ລັດຖະບານ​ຂອງ​ປະທານາທິບໍດີ​ນິໂກ​ລາສ
ມາ​ດູ​ໂຣ ​ໄດ້ຈັບກຸມຫຼາຍຮ້ອຍຄົນ​ໃສ່ຄຸກ​ຍ້ອນ​ເຂົ້າ​ຮ່ວມ​ໃນການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານທີ່ມີຂຶ້ນຢ່າງແຜ່ກວ້າງນັ້ນ.

ເຈົ້າໜ້າທີ່ຄວາມປອດໄພຄົນນຶ່ງ (ຂວາ) ນຳພາກຸ່ມນຶ່ງທີ່ບໍ່ຊາບ ທີ່ເປັນນັກໂທດການເມືອງຖືກປ່ອຍໂຕ ຫລັງຈາກພົບກັບຄະນະ​ກຳມາ​ທິການຄົ້ນຄວ້າຫາ​ຄວາມ​ຈິງ​ ເວເນຊູເອລາ.
ເຈົ້າໜ້າທີ່ຄວາມປອດໄພຄົນນຶ່ງ (ຂວາ) ນຳພາກຸ່ມນຶ່ງທີ່ບໍ່ຊາບ ທີ່ເປັນນັກໂທດການເມືອງຖືກປ່ອຍໂຕ ຫລັງຈາກພົບກັບຄະນະ​ກຳມາ​ທິການຄົ້ນຄວ້າຫາ​ຄວາມ​ຈິງ​ ເວເນຊູເອລາ.

ທ່ານ​ມາ​ດູ​ໂຣ​ໄດ້​ຊະນະ​ການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນປະທານາທິບໍດີ ສະ
ໄໝທີສອງ ຕື່ມອີກ​ຫົກ​ປີ​ ໃນ​ວັນ​ທີ 20 ພຶດສະພາ​ທີ່​ຜ່ານ​ມາ ທີ່ໄດ້​ຖືກ​ຕິຕຽນ​ຢ່າງ​ໃຫຍ່.

ພັກຝ່າຍ​ຄ້ານທີ່ສຳຄັນໆຂອງ​ເວ​ເນ​ຊູ​ເອລາ ​ໄດ້​ບອຍຄອດ​ການ​ລົງ​ຄະແນນ​ສຽງ ດັ່ງ
ກ່າວ ​ແລະ​ຜູ້ນຳ​ສອງ​ຄົນຂອງ​ເຂົາ​ເຈົ້າ​ທີ່ມີຄະແນນ​ນິຍົມ​ສຸດ​ໄດ້​ຖືກ​ຫ້າມ​ບໍ່ໃຫ້ລົງ
​ແຂ່ງຂັນ.

ສະຫະລັດ ພ້ອມ​ດ້ວຍເພື່ອນ​ບ້ານໃນອາ​ເມຣິກາລາຕິນ 10 ກວ່າປະເທດ ​ໄດ້​ປະຕິ​
ເສດບໍ່ຮັບຮູ້​ການ​ເລືອກຕັ້ງ ໂດຍຖື​ວ່າມີການສໍ້ໂກງຄະແນນ.

ຫຼັງ​ຈາກ​ໄດ້ຖືກ​ເລືອກ​ແລ້ວ ທ່ານ​ມາ​ດູ​ໂຣ ​ໄດ້​ຮຽກຮ້ອງ​ໃຫ້​ປ່ອຍ​ພວກນັກ​ໂທດ ການ​
ເມືອງ​ຈຳນວນ​ນຶ່ງ. ​ໃນ​ເດືອນ​ພຶດສະພາລັດຖະບານ​ຂອງ​ທ່ານ​ໄດ້​ປ່ອຍ​ຄົນ ສັນຊາດ​
ອາ​ເມຣິກັນ ທ່ານ​ຈາ​ຊົວ ​ໂຮ​ລຕ໌ ຜູ້​ທີ່​ໄດ້​ຕິດ​ຄຸກ ​ເກືອບ​ສອງ​ປີ​ກ່ອນ​ໃນ ​ຂໍ້​ຫາ​ມີ​ອາວຸດ
ຢູ່ໃນຄວາມຄອບຄອງ ທີ່​ພວກ​ເຈົ້າ​ໜ້າ​ທີ່ສະຫະລັດ ເຫັນ​ວ່າ ບໍ່ມີມູນຄວາມ​ຈິງນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG