ປະທານາທິບໍດີຂອງເວເນຊູເອລາ ໄດ້ສັ່ງໃຫ້ເນລະເທດ
ເຈົ້າໜ້າທີ່ປະຈຳສະຖານທູດສະຫະລັດ 3 ທ່ານ ທີ່ບໍ່
ບອກຊື່ໃຫ້ຊາບ ໃນການເຄື່ອນໄຫວຕອບໂຕ້ຕໍ່ການທີ່
ລັດຖະບານວໍຊິງຕັນ ໄດ້ກ່າວປ້ອງກັນ ທ່ານ Leopol
do Lopez ຜູ້ນຳຝ່າຍຄ້ານນັ້ນ.
ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ John Kerry
ກ່າວໃນວັນເສົາຜ່ານມານີ້ວ່າການອອກໝາຍຈັບກຸມ
ທ່ານ Lopez ມີຜົນກະທົບທີ່ເຮັດໃຫ້ພົນລະເມືອງ Vene-
zuela ມີຄວາມຢ້ານກົວ ທີ່ຈະຊົມໃຊ້ສິດທິ ໃນສະແດງ
ຄວາມບໍ່ພໍໃຈຂອງເຂົາເຈົ້າ ອອກມາຢ່າງສັນຕິນັ້ນ.
ໃນແລງວັນອາທິດວານນີ້ ປະທານາທິບໍດີ Nicolas Maduro ໄດ້ກ່າວຫາສະຫະລັດ
ວ່າ ໜຸນຫຼັງການປະທ້ວງ ຂອງພວກຝ່າຍຄ້ານ ແລະກ່າວວ່າ ທ່ານບໍ່ “ຮັບເອົາຄຳສັ່ງ
ຈາກຄົນໃດໃນໂລກ.”
ຫຼັງຈາກມີການປະທ້ວງຕໍ່ຕ້ານລັດຖະບານມາເປັນເວລາຫຼາຍມື້ ທ່ານມາດູໂຣ ໄດ້ຈັດ
ແຈງໃຫ້ມີການເດີນຂະບວນປະທ້ວງຕອບໂຕ້ຂຶ້ນແລະໃຊ້ການຊຸມນຸມປະທ້ວງທີ່ນິຍົມ
ຝ່າຍ ລັດຖະບານ ໃນນະຄອນຫຼວງ Caracas ກ່າວປະນາມທ່ານ Lopez.
ພວກເຈົ້າໜ້າທີ່ ກຳລັງຊອກຫາໂຕທ່ານ Lopez ໃນຂໍ້ຫາຈັດຕັ້ງການປະທ້ວງຕໍ່ຕ້ານ
ລັດຖະບານຂຶ້ນ ທີ່ໄດ້ກາຍເປັນຄວາມຮຸນແຮງຂຶ້ນ ທີ່ພາໃຫ້ມີ 3 ຄົນເສຍຊີວິດ ໃນສັບ
ປະດາແລ້ວນີ້ ຮວມທັງພວກປະທ້ວງຝ່າຍຄ້ານ 2 ຄົນ.
ທ່ານ ມາດູໂຣ ເອີ້ນທ່ານ Lopez ວ່າ “ຜູ້ນິຍົມລັດທິ fascist ແລະເປັນຄົນຂີ້ຂາດຕາ
ຂາວ ໃນວັນເສົາຜ່ານມາ ແລະຮຽກຮ້ອງໃຫ້ທ່ານ Lopez ເຂົ້າມອບໂຕຕໍ່ເຈົ້າໜ້າທີ່.