ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໕ ກັນຍາ ໒໐໒໓

ສຫລ ​ບໍ່ເຫັນດີນໍາ ການ​ຮຽກຮ້ອງ ​ໃຫ້​ຈັດ​ການ​ເລືອກ​ຕັ້ງ ທີ່ບໍ່ຊອບທໍາ ຢູ່ໃນ ເວເນຊູເອລາ


ທ່ານນິໂຄລາ ມາດູໂຣ (Nicolas Maduro) ປະທານາທິບໍດີ ຂອງເວເນຊູເອລາ ຢືນຖ່າຍຮູບແບບແຊລຟີ ກັບພັນລະຍາຂອງທ່ານ, ທ່ານນາງ ຊີເລຍ ຟລໍເຣສ (Cilia Flores) ໃນຂະນະທີ່ພວກເຂົາເຈົ້າ ໄປເຖິງບ່ອນ ທີ່ຈະປະຊຸມກັນ ກັບພວກພະນັກງານ ໃນຂະແໜງຂົນສົ່ງ ໃນນະຄອນ Caracas ໃນວັນທີ 24 ມັງກອນ, 2018.

ສະຫະລັດ​ໄດ້​ປະຕິ​ເສດ​ຢ່າງ​ແຮງ ຕໍ່ການ​ຮຽກຮ້ອງ​ຂອງ​ສະພາ​ລັດຖະທໍາ​ມະນູນ​ຂອງ
​ເວ​ເນ​ຊູ​ເອລາ ​ໃຫ້​ຈັດ​ການ​ເລືອກ​ຕັ້ງປະທານາທິບໍດີຂຶ້ນໂດຍ​ໄວ ກ່ອນ​ວັນ​ທີ 30 ​ເມສາ
ທີ່​ຈະ​ມາ​ເຖິງ​ນີ້.

ທ່ານ​ນາງ ​ເຮ​ເທີ ນາວ​ເອີ​ດ ໂຄສົກກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໄດ້​ຢືນຢັນ​ທ່າ​
ທີ​ຂອງ​ສະຫະລັດ​ ໃນ​ວັນ​ພະຫັດ​ວານ​ນີ້ ໂດຍ​ເວົ້າວ່າ "ການ​ລົງ​ຄະ​ແນນ​ສຽງນີ້​ ທັງ​ຈະ
​ບໍ່​ເປັນ​ໄປ​ຢ່າງ​ເສລີ ​ແລະ​ກໍ​ບໍ່ມີ​ຄວາມ​ຍຸຕິ​ທໍາ​ອີກ. ມັນ​ຈະ​ເປັນ​ການ​ເຮັດ​ໃຫ້​ມີ​ຄວາມ​
ເຄັ່ງຕຶງ​ໃນ​ຊາດ​ເພີ້ມຂຶ້ນແທນ​ທີ່​ຈະ​ແກ້​ໄຂມັນ. ມັນ​ຈະ​ບໍ່​ເປັນ​ການສະ​ທ້ອນ​ໃຫ້​ເຫັນ​
ຄວາມມຸ້ງ​ຫວັງ ​ຂອງ​ປະຊາຊົນເວ​ເນ​ຊູ​ເອລາ ​ແລະ​ຈະ​ເປັນ​ການສະ​ແດງ​ໃຫ້​ເຫັນ​
ເຖິງ​ຄວາມບໍ່ມີ​ປະຊາທິປະ​ໄຕ ​ແລະ​ບໍ່ມີ​ຄວາມ​ຖືກຕ້ອງ​ຊອບ​ທໍາ ຢູ່​ໃນ​ສາຍຕາ​ຂອງ
​ປະຊາ​ຄົມ​ສາກົນ. ພວກ​ເຮົາຂໍ​ຮຽກຮ້ອງ ​ໃຫ້​ລະບອບການປົກຄອງມາ​ດູ​ໂຣ ນັບຖື​
ສິດທິ​ມະນຸດຂອງ​ປະຊາຊົນ​ຂອງ​ຕົນ​ທຸກ​ຄົນ ​ແລະ​ກັບ​ຄື​ນ​ໄປ​ສູ່​ສະພາບ​ ທີ່​ມີ​ລັດຖະ
ທໍາ​ມະນູນ ​ທີ່​ມີຄວາມ​ເປັນ​ປະຊາທິປະໄຕ.”

ການ​ປະກາດ​ດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ພວກຜູ້​ແທນຂອງ​ທັງ​ຝ່າຍ​ລັດຖະບານ ​ແລະ​
ຝ່າຍຕໍ່​ຕ້ານ​ລັດຖະບານ​ເວ​ເນ​ຊູ​ເອລາ ​ໄດ້​ເຈລະຈາ​ກັນ​ຢູ່​ພາຍ​ໃຕ້​ການ​ໃຫ້ຄວາມອຸບ
ປະຖຳຂອງ​ສາກົນ ຢູ່​ສາທາລະນະລັດ​ໂດ​ມີ​ນິ​ແກນ ​ເພື່ອ​ພະຍາຍາມທີ່​ຈະ​ຕົກ​ລົງກັນ ​
ກ່ຽວກັບ​ຂອບ​ຂອງ​ການ​ເລືອກ​ຕັ້ງທີ່​ເປັນ​ທໍາ.

ຍັງບໍ່ທັນມີການບັນລຸການຕົກລົງໃດໆເທື່ອ ໃນການເຈລະຈາດັ່ງກ່າວ ດັ່ງເຈົ້າໜ້າ
ທີ່ອະວຸໂສຂອງກະຊວງການຕ່າງປະເທດສະຫະລັດຄົນນຶ່ງ ໃຫ້ການອະທິບາຍວ່າ “ການຕັດສິນຂອງ​ສະພາ​ລັດຖະທໍາ​ມະນູນທີ່ໄດ້ປຸຊົມກັນຈັດການເລືອກຕັ້ງຢ່າງ
ວ່ອງໄວຂຶ້ນ ແມ່ນແຕ່ມີການເຈລະຈາກັນລຫວ່າງຝ່າຍຄ້ານ ແລະລະບອບທີ່ເປັນ
ກຸ່ມສ່ວນໃຫຍ່ກໍາລັງດໍາເນີນໄປຢູ່ນັ້ນ ແມ່ນບໍ່ໃຫ້ຄວາມສໍາຄັນຕໍ່ການເຈລະຈານັ້ນ, ບໍ່ໃຫ້ຄວາມສໍາຄັນຕໍ່ຄາມສາມາດຂອງປະຊາຊົນເວເນຊີເອລາເອງ ໃນການປະ
ກອບສ່ວນເຂົ້າແກ້ໄຂວິກິດການຫລາຍຢ່າງ ທີ່ເກີດມາຈາກລະບອບປົກຄອງຂອງ
ທ່ານມາດູໂຣ.​”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela Elections
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG