ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເວເນຊູເອລາ ເລືອກຕັ້ງ ເອົາ ປະທານາທິບໍດີ (ວີດີໂອ)


ຊາວເວເນຊູເອລາ ຢືນຕໍ່ແຖວ ເພື່ອປ່ອນບັດເລືອກຕັ້ງ ຢູ່ນະຄອນຫລວງກາຣາກັສ, ວັນອາທິດ ທີ 7 ຕຸລາ 2012.
ຊາວເວເນຊູເອລາ ຢືນຕໍ່ແຖວ ເພື່ອປ່ອນບັດເລືອກຕັ້ງ ຢູ່ນະຄອນຫລວງກາຣາກັສ, ວັນອາທິດ ທີ 7 ຕຸລາ 2012.
ທ່ານ Hugo Chavez ປະທານາທິບໍດີ​ປະ​ເທດ​ເວ​ເນ​ຊູ​ເອລາ ​ໄດ້​ຮຽກຮ້ອງໄປ​ຍັງເພື່ອນ​ຮ່ວມ​ຊາດ​ຂອງ​ທ່ານ​ ​ໃຫ້ເຄົາລົບ​ນັບຖື​ຜົນ​ຂອງ​ການ​ເລືອກ​ຕັ້ງ​ປະທາ​ນາ​ທິບໍດີ ​ໃນ​ວັນ​ອາທິດ​ມື້​ນີ້.

ປະທານາທິບໍດີ Chavez ທີ່​ລົງ​ສະໝັກ​ເລືອກ​ຕັ້ງ​ສະ​ໄໝ​ທີ່​ສີ່ ​ທີ່​ມີ​ກໍານົດ 6 ປີນັ້ນ ​ໄດ້​ຮຽກຮ້ອງ​ໃນ​ວັນ​ເສົາ​ວານ​ນີ້ ​ໃຫ້​ພັກ​ການ​ເມືອງ​ໝົດ​ທຸກ​ພັກ​ ​ຕຽມ​ຕົວ ທັງ​ໃນ​ດ້ານ​ຈິດ​ໃຈ​ແລະ​ຄວາມ​ຮູ້​ສຶກ ​ເພື່ອ​ຮັບ​ເອົາ​ຜົນ​ຂອງ​ການ​ເລືອກ​ຕັ້ງ​ ​ໂດຍ​ກ່າວ​ວ່າ ​ເຖິງ​ຜົນ​ຈະ​ອອກ​ມາ​ແບບ​ໃດ​ກໍ​ຕາມ ​ໂລກ​ກໍ​ແມ່ນ ຈະ​ບໍ່​ສິ້ນ​ສຸດ​ລົງ ​ສໍາລັບ​ບຸກຄົນ​ໃດ​ກໍ​ຕາມ.

​ໃນ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ທ່ານ Chavez ກໍາລັງ​ປະ​ເຊີນ​ກັບຄູ່​ແຂ່ງ​ທີ່​ໜ້າ​ຢ້ານ​ກົວ​ທີ່​ສຸດ ​ຕະຫຼອດ​ໄລຍະ​ເກື​ອບ 14 ປີ​ທີ່​ກໍາ​ອໍານາດ​ມາ ​ຄື ທ່ານ Henrique Capriles ທະນາຍຄວາມ​ອາຍຸ 40 ປີ.

ກຸ່ມ​ຜູ້​ສໍາຫຼວດຢັ່ງ​ຫາງ​ສຽງສ່ວນຫຼາຍ ​ເວົ້າວ່າ ປະທານາທິບໍດີ​ຈະ​ຊະນະການແຂ່ງຂັນ ​ແຕ່ ຄະ​ແນນ​ນິຍົມ​ຂອງ​ທ່ານ Capriles ກໍ​ກໍາລັງ​ສູງ​ຂຶ້ນ​ໄປ​ຢ່າງ​ຕໍ່​ເນື່ອງ.

ສະພາ​ເລືອກ​ຕັ້ງ​ແຫ່ງ​ຊາດ ​ເວົ້າ​ວ່າ ປ່ອນ​ບັດ​ເລືອກ​ຕັ້ງ​ເກືອບ 40,000 ​ແຫ່ງ ​ໄດ້​ໄຂຂຶ້ນ​ໃນ​ທົ່ວ​ປະ​ເທດ.

ວີດີໂອພາສາອັງກິດ: ຝ່າຍຄ້ານເວົ້າວ່າ ເຖິງແມ່ນມີການເລືອກຕັ້ງ
ເວເນຊູເອລາກໍຍັງບໍ່ມີປະຊາທິປະໄຕຢູ່ດີ:
Chavez Opponents Say Venezuela is Not Democratic
please wait

No media source currently available

0:00 0:03:20 0:00
ລິງໂດຍກົງ
XS
SM
MD
LG