ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເວເນຊູເອລາ ເລື່ອນເວລາ ໃນການເລືອກຕັ້ງ ປະທານາທິບໍດີ ໄປໃສ່ທ້າຍເດືອນພຶດສະພາ


ລັດຖະມົນຕີຖະແຫຼງຂ່າວ ທ່ານຮໍເຮ ໂຣດຣິກເກ ເຊັນຂໍ້ຕົກລົງ ກັບບັນດາພັກຝ່າຍຄ້ານ ເພື່ອເລື່ອນເວລາໃນການເລືອກຕັ້ງ.
ລັດຖະມົນຕີຖະແຫຼງຂ່າວ ທ່ານຮໍເຮ ໂຣດຣິກເກ ເຊັນຂໍ້ຕົກລົງ ກັບບັນດາພັກຝ່າຍຄ້ານ ເພື່ອເລື່ອນເວລາໃນການເລືອກຕັ້ງ.

ພັກສັງຄົມນິຍົມ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ແລະພັກຝ່າຍ
ຄ້ານຈຳນວນນຶ່ງ ໄດ້ຕົກລົງທີ່ຈະເລື່ອນເວລາ ໃນການເລືອກຕັ້ງ ປະທານາທິບໍດີອອກ
ໄປນຶ່ງເດືອນ ໃສ່ເຄິ່ງທີສອງຂອງເດືອນພຶດສະພາ.

ເຈົ້າໜ້າທີ່ເວເນຊູເອລາກ່າວວ່າ ການຕົກລົງລະຫວ່າງລັດຖະບານປະທານາທິບໍດີ
ນິໂກລາສ ມາດູໂຣ ແລະພັກຝ່າຍຄ້ານນ້ອຍໆຫຼາຍພັກ ແມ່ນມີຄວາມຕັ້ງໃຈທີ່ຈະ
ໃຫ້ເວລາ ໃນການໂຄສະນາຫາສຽງ ແກ່ຜູ້ສະໝັກຕື່ມ ແລະອະນຸຍາດໃຫ້ ຊາວເວ
ເນຊູເອລາຫຼາຍໆລ້ານຄົນທີ່ລີ້ໄພນັ້ນ ຈົດທະບຽນເພື່ອປ່ອນບັດຢູ່ໃນຕ່າງປະເທດ.
ພວກເຂົາເຈົ້າກ່າວວ່າ ນອກນັ້ນແລ້ວ ຍັງຈະແຜ້ວທາງໄປສູ່ການສະເໜີຮ່ວມເພື່ອ
ຈັດຕັ້ງການສັງເກດການໃນການເລືອກຕັ້ງ ໂດຍອົງການສະຫະປະຊາຊາດ.

ການຕັດສິນໃຈທີ່ຈະເລື່ອນເວລາໃນການປ່ອນບັດ ແມ່ນມີການຕີຄວາມໝາຍກັນ
ຢ່າງກວ້າງຂວາງໂດຍພວກຕ້ອງຕິລັດຖະບານວ່າ ເປັນຄວາມພະຍາຍາມ ທີ່ຈະ
ເອົາຊະນະພັກແນວໂຮມຝ່າຍຄ້ານທີ່ມີການແຕກແຍກກັນແລະເຮັດໃຫ້ພວກເຂົາ
ລະສ່ຳລະລາຍ.

ປະທານາທິບໍດີ ນິໂກລາສ ມາດູໂຣ ກຳລັງກ່າວຕໍ່ບັນດານັກຂ່າວ.
ປະທານາທິບໍດີ ນິໂກລາສ ມາດູໂຣ ກຳລັງກ່າວຕໍ່ບັນດານັກຂ່າວ.

ແນວໂຮມຝ່າຍຄ້ານທີ່ໃຫຍ່ທີ່ສຸດ ແມ່ນຈະບໍ່ເຂົ້າຮ່ວມການເລືອກຕັ້ງ ໂດຍກ່າວວ່າ ມັນລະຄອນຕະຫລົກ ທີ່ມີຄວາມຕັ້ງໃຈ ຈະເຮັດໃຫ້ລະບອບຜະເດັດການກາຍເປັນ
ສິ່ງທີ່ຖືກຕ້ອງຕາມກົດໝາຍ.

ການເລືອກຕັ້ງປະທານາທິບໍດີ ມີຂຶ້ນທ່າມກາງວິກິດການທາງດ້ານເສດຖະກິດ​ແລະ
ການເມືອງທີ່ກຳລັງຊຸດໂຊມລົງ ທີ່ເຮັດໃຫ້ຊາວເວເນຊູເອລາຈຳນວນຫຼວງຫຼາຍເປັນ
ໂຣກຂາດອາຫານ ແລະຫຼາຍຮ້ອຍພັນຄົນຕ້ອງຫລົບໜີອອກຈາກປະ ເທດ.

ທ່ານມາດູໂຣ ແມ່ນລົງແຂ່ງຂັນເປັນສະໄໝທີສອງ ເພື່ອກຳຕຳແໜ່ງຕື່ມອີກ 6 ປີ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela Elections
please wait
Embed

No media source currently available

0:00 0:00:25 0:00

XS
SM
MD
LG