ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ປ. ທ​ຣຳ ກ່າວ​ວ່າ ການ​ເປັນພັນ​ທະ​ມິດ​ ລະ​ຫວ່າງ ສະ​ຫະ​ລັດ ກັບ ຣັດ​ເຊຍ ອາດ​ເຮັດ​ໃຫ້​ໂລກ "ດີ​ຂຶ້ນ ແລະ​ປອດ​ໄພ"


ປະ​ທາ​ນາ​ທິບ​ໍ​ດີ​ດໍໂນ​ລ ທ​ຣຳ ທີ່​ເຫັນ​ເວົ້າ​ໂທ​ລະ​ສັບ ​ຢ​ູ່​ທຳ​ນຽບ​ຂາວ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 27 ມິ​ຖຸ​ນາ 2017.
ປະ​ທາ​ນາ​ທິບ​ໍ​ດີ​ດໍໂນ​ລ ທ​ຣຳ ທີ່​ເຫັນ​ເວົ້າ​ໂທ​ລະ​ສັບ ​ຢ​ູ່​ທຳ​ນຽບ​ຂາວ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ວັນ​ທີ 27 ມິ​ຖຸ​ນາ 2017.

ປະ​ທາ​ນາ​ທິ​ບໍ​ດີ​ ສະ​ຫະ​ລັດ ທ່ານ​ ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ການ​ເປັນ
ພັນ​ທະ​ມິດ​ທີ່​ເຂັ້ມ​ແຂງ​ລະ​ຫວ່າງ​ ສະ​ຫະ​ລັດ ແລະ​ ຣັດ​ເຊຍ ອາດ​ເປັນຜົນເຮັດ​ໃຫ້​ປະ​ຊາ
​ຄົມ​ໂລກ​ດີ​ຂຶ້ນກວ່າ​ເກົ່າ.

ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ໄດ້​ຂຽນຄວາມ​ໃນ​ທວິດ​ເຕີ ​ນຶ່ງ​ມື້​ຫຼັງ​ຈາກອັນ​ທີ່​ທ່​ານ​ໄດ້​ບັນລະ​ຍາຍ​ວ່າເປັນການ​ສົນ​ທະ​ນາ​ທີ່​ມີ​ແງ່ບວກຫຼາຍກັບ ປະ​ທາ​ນາ​ທິ​ບໍດີ ຣັດ​ເຊຍ ທ່ານວ​ລາ​ເດີ​ເມຍ
ປູ​ຕິນ ວ່​າ “ມີ​ໂອ​ກາດ​ຢ່າງຫຼວງຫຼາຍ ສຳ​ລັບ​ສາຍ​ພົວ​ພັນ​ທີ່​ດີ ແລະ ຍິ່ງ​ໃຫຍ່​ກັບ ​ຣັດ​ເຊຍ.
ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ໂລກ​ສາ​ມາດເປັນ​ບ່ອນ​ທີ່​ດີ​ຂຶ້ນກວ່າ​ເກົ່າ ແລະ​ ປອດ​ໄພ​ຂຶ້ນ. ດີຫຼາຍ​”.

ໃນ​ການ​ສົນ​ທະ​ນາ ຊຶ່ງ​ດົນ​ກວ່ານຶ່ງ​ຊົ່ວ​ໂມງນັ້ນ, ທ່ານ ​ທ​ຣຳ ໄດ້​ກວ່າວ​ວ່າ ເວ​ເນ​ຊູ​ເອ​ລາ
ໄດ້​ຮ່ວມ​ຢູ່​ໃນ​ບັນ​ຫາ​ຕ່າງໆ​ທີ່​ທ່ານ​ໄດ້​ສົນ​ທະ​ນາ​ກັບ​ທ່ານ​ ປູ​ຕິນ.

ຜູ້​ຄົນ​ພາ​ກັນ​ລີ້​ຢູ່​ບ່ອນກີດ​ຂວາງ ໃນ​ຂະ​ນະ​ທີ​ມີ​ການ​ຍິງ​ກັນ ຢູ່​ໃກ້​ກັບ​ຂົວ​ຂ້າມສາ​ກົນ Simon Bolivar ໃກ້​ກັບຊາຍ​ແດນໂຄ​ລຳ​ເບຍ ແລະ ເວ​ເນ​ຊູ​ເອ​ລາ ວັນ​ທີ 3 ພືດ​ສະ​ພາ 2019.
ຜູ້​ຄົນ​ພາ​ກັນ​ລີ້​ຢູ່​ບ່ອນກີດ​ຂວາງ ໃນ​ຂະ​ນະ​ທີ​ມີ​ການ​ຍິງ​ກັນ ຢູ່​ໃກ້​ກັບ​ຂົວ​ຂ້າມສາ​ກົນ Simon Bolivar ໃກ້​ກັບຊາຍ​ແດນໂຄ​ລຳ​ເບຍ ແລະ ເວ​ເນ​ຊູ​ເອ​ລາ ວັນ​ທີ 3 ພືດ​ສະ​ພາ 2019.

ປະ​ທານ​າ​ທິ​ບໍ​ດີ ​ທ​ຣຳ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ຢູ່​ຫ້ອງ​ການ​ປະ​ທາ​ນາ​ທິ​ບໍ​ດີ ໃນຕອນ​
ທ່ຽງ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ທ່ານ​ບໍ່​ໄດ້​ຫວັງເລີຍ​ວ່າ​ທີ່​ຈະລວມ​ເອົາ ເວ​ເນ​ຊູ​ເອ​ລາ ນອກ​
ເໜືອ​ໄປ​ທີ່​ທ່ານ​ຢາກ​ເຫັນສິ່ງທີ່​ເປັນ​ແງ່ບວກເກີດ​ຂຶ້ນໃນ ​ເວ​ເນ​ຊູ​ເອ​ລາ. ຂ້າ​ພະ​ເຈົ້າ​ຮູ້​ສຶກແບບດຽວ​ກັນ.”

ປະ​ທາ​ນາ​ທິບໍ​ດີ​ທ​ຣຳ ​ທີ່ກ່າວຄຳ​ປາ​ໄສ​ຢູ່​ຄຽງ​ຂ້າງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ສາ​ທາ​ລະ​ນະ​ລັດ​
ສະ​ໂລ​ວາ​ເກຍ ທ່ານ​ປີ​ເຕີ ແພ​ລ​ເລີ​ກີ​ຣີ​ນີ ນັ້ນ, ບັນ​ລະ​ຍາຍ​ການ​ສົນ​ທະ​ນາ​ກັບ​ທ່າ​ນ​ປູ​ຕິນ
ກ່ຽວ​ກັບ​ເວ​ເນ​ຊູ​ເອ​ລາວ່າ “ມີ​ແງ່ບວກຫຼາຍ.”

ຄວາມ​ເຄັ່ງ​ຕືງ​ໄດ້​ເພີ້ມ​ຂຶ້ນ​ຫວ່າງ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່າ​ນ​ມາ​ນີ້​ລະ​ຫວ່າງ ວໍ​ຊິງ​ຕັນ ແລະ​ມົ​ສ​ກູ
ກ່ຽວ​ກັບ​ ເຫດ​ການຄວາມບໍ່​ໝັ້ນ​ຄົງ​ທີ່​ກຳ​ລັງ​ຂະ​ຫຍາຍ​ຂຶ້ນ​ໃນ​ນະ​ຄອນ​ຫຼວງ ກາ​ຣາ​ກັ​ສ.
ລັດ​ຖະ​ບານ​ປະ​ທາ​ນາ​ທິບໍ​ດີ​ ທ​ຣຳ ໄດ້​ກ່າວ​ຫາ ​ຣັດ​ເຊຍ​ ວ່າຫ້າມບໍ່ ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​
ນິ​ໂກ​ລັ​ສ ມ​າ​ດູ​ໂຣ ຈາກ​ການຍອ​ມ​ສະຫຼະ​ອຳ​ນາດ ແລະ​ຫລົບ​ໜີ​ອອກ​ຈາກ​ປະ​ເທດ.

ທີ່​ປຶກ​ສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ​ ຈອນ ໂບ​ລ​ຕັນ ໄດ້ກ່າວ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​
ວ່າ “ນີ້​ແມ່ນ​ຊີກ​ໂລກຂອງ​ພວກ​ເຮົາ. ມັນບໍ່​ແມ່ນ​ບ່ອນ​ທີ່ ​ຣັດ​ເຊຍ ຄວນ​ເຂົ້າມາ​
ແຊກ​ແຊງ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG