ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ວ່າ ທ່ານ ປູຕິນ ບໍ່ຢາກມາຫຍຸ້ງກ່ຽວ ໃນເລື້ອງຂອງ ເວເນຊູເອລາ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເຫັນໄດ້ວ່າ ກຳລັງລົມໂທລະສັບ ຢູ່ໃນຫ້ອງການໂອໂວລ (Oval Office) ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2017.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ເຫັນໄດ້ວ່າ ກຳລັງລົມໂທລະສັບ ຢູ່ໃນຫ້ອງການໂອໂວລ (Oval Office) ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2017.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ ທ່ານໄດ້ມີກາານໂອ້ລົມສົນທະນາ ທາງໂທລະສັບ ຢ່າງມີຜົນດີຫຼາຍ ກັບປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ
ກ່ຽວກັບ ປະເທດເວເນຊູເອລາ ແລະ ເລື້ອງອື່ນໆ ທີ່ໃຊ້ເວລາຫຼາຍກວ່າຊົ່ວໂມງນຶ່ງ.

ທ່ານທຣຳ ໄດ້ກ່າວບອກ ບັນດານັກຂ່າວຢູ່ທີ່ຫ້ອງການໂອໂວລຂອງທຳນຽບຂາວ ເມື່ອ
ຕອນບ່າຍວັນສຸກວານນີ້ ວ່າ “ທ່ານປູຕິນ ບໍ່ຢາກຈະເຂົ້າໄປຫຍຸ້ງກ່ຽວໃນເວເນຊູເອລາ
ພຽງແຕ່ວ່າ ທ່ານຢາກຈະເຫັນສິ່ງທີ່ດີເກີດຂຶ້ນສຳລັບເວເນຊູເອລາ. ຂ້າພະເຈົ້າ ກໍຮູ້ສຶກ
ແບບດຽວກັນ.”

ທ່ານທຣຳ ໃນການກ່າວຖະແຫລງ ໂດຍມີນາຍົກລັດຖະມົນຕີຂອງສາທາລະນະລັດ
ສະໂລວາເກຍ ທ່ານປີເຕີ ແພລເລີກຣີນີ ໄດ້ພັນລະນາເຖິງການປຶກສາຫາລືຂອງທ່ານ
ກັບທ່ານປູຕິນ ກ່ຽວກັບເວເນຊູເອລານັ້ນ ວ່າ ເປັນ “ປະໂຫຍດແທ້ໆເລີຍ.”

ລັດຖະມົນຕີວ່າການຕ່າງປະເທດ ທ່ານໄມຄ໌ ພອມພຽວ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ກຸມພາ 2019.
ລັດຖະມົນຕີວ່າການຕ່າງປະເທດ ທ່ານໄມຄ໌ ພອມພຽວ ກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ຢູ່ກະຊວງການຕ່າງປະເທດ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 1 ກຸມພາ 2019.

ຄວາມເຄັ່ງຕຶງໄດ້ທະວີຂຶ້ນໃນບໍ່ເທົ່າໃດມື້ຜ່ານມາ ລະຫວ່າງ ວໍຊິງຕັນ ກັບ ມົສກູ ຍ້ອນ
ເຫດການບໍ່ທຸ່ນທ່ຽງທີ່ເພີ້ມຂຶ້ນນັບມື້ ຢູ່ໃນນະຄອນຫຼວງ ກາຣາກາສ. ລັດຖະບານທ່ານ
ທຣຳ ໄດ້ກ່າວຫາຣັດເຊຍວ່າ ບໍ່ຢາກໃຫ້ປະທານາທິບໍດີ ເວເນຊູເອລາ ທ່ານນິໂຄລັສ
ມາດູໂຣ ລົງຈາກອຳນາດ ແລະຫລົບໜີອອກຈາກປະເທດ.

ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນໂບລຕັນ ໄດ້ກ່າວໃນວັນພຸດຜ່ານມາ
ວ່າ “ອັນນີ້ແມ່ນຊີກໂລກຂອງພວກເຮົາ. ມັນບໍ່ແມ່ນບ່ອນທີ່ຣັດເຊຍ ຄວນເຂົ້າມາ
ແຊກແຊງ.”

ສ່ວນລັດຖະມົນຕີວ່າການຕ່າງປະເທດຂອງຣັດເຊຍ ທ່ານເຊີເກ ລາວຣັອຟ ໃນການໂທ
ລະສັບໄປລົມ ໃນຕົ້ນສັບປະດານີ້ ໄດ້ກ່າວບອກລັດຖະມົນຕີວ່າການຕ່າງປະເທດ
ສະຫະລັດ ທ່ານໄມຄ໌ ພອມພຽວ ວ່າ ຈະມີ “ຜົນຕິດຕາມມາທີ່ຮ້າຍແຮງ” ຄັນຈະມີການ
ໃຊ້ມາດຕະການຮຸກຮານຕໍ່ໄປ ໃນເວເນຊູເອລາ ຊຶ່ງເປັນການຕີຄວາມໝາຍ ເປັນການ
ກ່າວເຕືອນ ຕໍ່ວໍຊິງຕັນ ບໍ່ໃຫ້ໃຊ້ກຳລັງທະຫານເຂົ້າແຊກແຊງ.

ທ່ານພອມພຽວ ແລະທ່ານລາວຣັອຟ ມີກຳນົດຈະເຈລະຈານຳກັນ ຢູ່ນອກກອງປະຊຸມ
ຂັ້ນລັດຖະມົນຂອງສະພາເຂດຂົ້ວໂລກ ຢູ່ປະເທດຟິນແລນ ໃນສັບປະດາໜ້າ ແລະ
ເລື້ອງຂອງເວເນຊູເອລາ ແມ່ນເປັນທີ່ແນ່ນອນວ່າ ຈະເປັນເລື້ອງຂອງການປຶກສາຫາລືກັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG