ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາ​ໃໝ່ ເວເນຊູເອລາ ກ່າວວ່າ ຄຳຕັດສິນ ຂອງຕົນ ເໜືອກວ່າ ສະ​ຖາ​ບັນອື່ນ​ໃດ


ພາບຖ່າຍຈາກເບືອງເທີງ ຂອງກອງປະຊຸມ ສະພາແຫ່ງຊາດ ໃນນະຄອນຫຼວງ Caracas ຂອງ Venezuela, ວັນທີ 8 ສິງຫາ 2017.
ພາບຖ່າຍຈາກເບືອງເທີງ ຂອງກອງປະຊຸມ ສະພາແຫ່ງຊາດ ໃນນະຄອນຫຼວງ Caracas ຂອງ Venezuela, ວັນທີ 8 ສິງຫາ 2017.

ສະພາ​ຮ່າງ​ລັດຖະທຳ​ມະນູນ​ທີ່​ຫາ​ກໍ​ຕັ້ງຂຶ້ນມາ​ໃໝ່ໆ ປະກາດ​ຕົນ​ເອງ​ໃນ​ວັນ​ອັງຄານ
​ວານ​ນີ້ວ່າ ມີ​ອຳນາດ​ສູງ​ກວ່າ​ ສະ​ຖາ​ບັນ​ອື່ນ​ໃດ​ທັງ​ໝົດ ​ຂອງ​ລັດຖະບານ ຮວມທັງ​
ສະພາ​ແຫ່ງ​ຊາດ ທີ່​ນຳພາ​ໂດຍ​ພັກ​ຝ່າຍ​ຄ້ານ.

ພວກ​ຜູ້ນຳ​ໃນ​ສະພາ​ດັ່ງກ່າວ​ເວົ້າວ່າ ກົດໝາຍ ​ແລະ​ ການ​ຕັດສິນ​ໃຈ​ຂອງ​ເຂົາ​ເຈົ້າ
​ແມ່ນ​ມີ​ຜົນ​ສັກສິດ​ກວ່າ​ກົດໝາຍ ​ແລະ ​ການ​ຕັດສິນ​ໃຈ ​ຂອງ​ສະ​ຖາ​ບັນ​ອື່ນ​ໃດ​ທັງ​ໝົດ.

​ເຂົາ​ເຈົ້າກ່າວ​ວ່າ ຕົນ​ບໍ່​ມີ​ຈຸດປະສົງ ​ທີ່​ຈະ​ຂົ່ມຂູ່​ບຸກຄົນ​ໃດ ມີ​ພຽງ​ແຕ່​ຢາກ​ຊອກ​ຫາ​ຊ່ອງ
​ທາງ​ຢູ່​ຮ່ວມ​ກັນ​ເທົ່າ​ນັ້ນ.

​ແຕ່​ສະພາ​ແຫ່ງ​ຊາດ ທີ່​ຄວບ​ຄຸມ​ໂດຍ​ພັກ​ຝ່າຍ​ຄ້ານ ປະກາດ​ວ່າ ຕົນ​ຈະ​ບໍ່​ຍອມ​ສະຫຼະ
ອຳນາດ​ຂອງ​ຕົນ​ເດັດຂາດ ​ເຖິງ​ແມ່ນ​ວ່າ​ສະພາ​ລັດຖະທຳ​ມະນູນ​ໄດ້​ຂູ່​ວ່າ ຈະ​ຕັດ​ຮອນ
​ອຳນາດ​ ​ແລະ​ຍົກ​ເລີກ​ສິດ​ພິ​ເສດ​ຂອງ​ບັນດາ​ສະມາຊິກສະພາແຫ່ງ​ຊາດກໍ​ຕາມ.

ພວກເດີນຂະບວນປະທ້ວງ ຕໍ່ຕ້ານລັດຖະບານ ຂອງ ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໃນລະຫວ່າງ ກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ ແລະ ບັນດາຜູ້ຕາງໜ້າ ຈາກທົ່ວທະວີບ ອາເມຣິກາ ເພື່ອປຶກສາຫາລື ກ່ຽວຂ້ອງກັບ ບັນຫາວິກິດການ ຂອງເວເນຊູເອລາ ໃນນະຄອນ Lima ຂອງເປຣູ. ວັນທີ 8 ສິງຫາ 2017.
ພວກເດີນຂະບວນປະທ້ວງ ຕໍ່ຕ້ານລັດຖະບານ ຂອງ ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ໃນລະຫວ່າງ ກອງປະຊຸມ ບັນດາລັດຖະມົນຕີການຕ່າງປະເທດ ແລະ ບັນດາຜູ້ຕາງໜ້າ ຈາກທົ່ວທະວີບ ອາເມຣິກາ ເພື່ອປຶກສາຫາລື ກ່ຽວຂ້ອງກັບ ບັນຫາວິກິດການ ຂອງເວເນຊູເອລາ ໃນນະຄອນ Lima ຂອງເປຣູ. ວັນທີ 8 ສິງຫາ 2017.

ພວກ​ນັກ​ການ​ເມືອງ​ຝ່າຍ​ຄ້ານ​ບາງ​ຄົນ​ກ່າວ​ຫາໃນ​ວັນ​ອັງຄານ​ວານ​ນີ້ວ່າ ພວກ​ຕົນ​ໄດ້
​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ຕຶກ​ສະພາ.

ພາລະກິດ​ທີ່​ສຳຄັນ​ສຸດ​ຂອງ​ສະພາ​ລັດຖະທຳ​ມະນູນ ທີ່​ມີ​ສະມາຊິກ 545 ທ່ານ ​ກໍ​ແມ່ນ​
ເພື່ອ​ຮ່າງ​ລັດຖະທຳ​ມະນູນ ​ສະບັບ​ໃໝ່ ​ຂອງ​ເວ​ເນ​ຊູ​ເອລາ. ສະມາຊິກ​ຂອງສະພາ ​
ດັ່ງກ່າວ ​ແມ່ນ​ຖືກ​ເລືອກ​ໃນ​ວັນ​ທີ 31 ກໍລະກົດ​ຜ່ານ​ມາ ​ໃນ​ອັນ​ທີ່​ສະຫະລັດ​ ເອີ້ນວ່າ
ການ​ເລືອກ​ຕັ້ງທີ່​ຈອມ​ປອມ. ບໍ່​ມີ​ປະ​ເທດ​ໃດ​ໃນ​ອາ​ເມ​ຣິກາ​ລາ​ຕິນ ພ້ອມ​ກັບ​ສະຫະລັດ
ກາ​ນາ​ດາ ​ແລະ​ສະຫະພາບ​ຢູ​ໂຣບ ຈະ​ຮັບ​ຮູ້​ການ​ຕັດສິນໃຈ​ຂອງ​ສະພາ​ດັ່ງກ່າວ​ນີ້.

ລັດຖະມົ​ນຕີ​ການ​ຕ່າງປະ​ເທດ​ເປຣູ ທ່ານ Ricardo Luna ​ເປັນ​ເຈົ້າພາບ​ຈັດ ກອງ
​ປະຊຸມ​ ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຈາກ​ອາ​ເມຣິກາ​ລາ​ຕິນ ຂຶ້ນ ທີ່ນະຄອນ
ຫຼວງລີ​ມາ ​ໃນ​ວັນ​ອັງຄານ​ວານ​ນີ້ ​ແລະ​ ປະກາດ​ວ່າ ​ເວ​ເນ​ຊູ​ເອລາ​ຈະ​ເປັນ​ປະ​ເທດ
​ຜະ​ເດັດ​ການ.

ທ່ານ Luna ກ່າວ​ວ່າ ທາງ​ອອກ​ທາງ​ດຽວ​ເທົ່າ​ນັ້ນຂອງ​ເວ​ເນ​ຊູ​ເອລາ ກໍ​ຄື​ກັບ​ຄືນ​ໄປ​ສູ່
​ການ​ປົກຄອງ​ແບບ​ປະຊາທິປະ​ໄຕ ​ໂດຍ​ໃຫ້​ຍຸບ​ສະພາ​ຮ່າງ​ລັດຖະທຳມະນູນ ​ດັ່ງກ່າວ
​ປ່ອຍພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ ​ແລະ​ຈັດການ​ເລືອກ​ຕັ້ງປະທານາທິບໍດີ​ໃໝ່.

​ເປຣູ​ ໄດ້​ຖອນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນ​ກັບ​ຄືນ​ປະ​ເທດ​ຈາກ​ເວ​ເນ​ຊູ​ເອລາ ​ແລະ
​ແນະນຳ​ໃຫ້​ປະ​ເທດ​ອື່ນໆຖອນ​ເອກ​ອັກຄະ​ລັດຖະທູດ​ຂອງ​ຕົນເຊັ່ນ​ດຽວ​ກັນ.

Venezuela
please wait
Embed

No media source currently available

0:00 0:01:59 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG