ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ເວເນຊູເອລາ ປະຕິເສດ ການຍຶດອຳນາດ ຂອງສະພາ ລັດຖະທຳມະນູນ


ສະມາຊິກຂອງຄະນະທູດ, ຊ້າຍ, ນັ່ງຟັງ ໃນຂະນະທີ່ບັນດາ
ສະມາຊິກສະພາ ພາກັນຕົບມືໃນລະຫວ່າງກອງປະຊຸມສະພາ
ແຫ່ງຊາດຂອງ ເວເນຊູເອລາ ໃນນະຄອນຫຼວງ ຄາຣາຄັສ. 19 ສິຫາ, 2017.
ສະມາຊິກຂອງຄະນະທູດ, ຊ້າຍ, ນັ່ງຟັງ ໃນຂະນະທີ່ບັນດາ ສະມາຊິກສະພາ ພາກັນຕົບມືໃນລະຫວ່າງກອງປະຊຸມສະພາ ແຫ່ງຊາດຂອງ ເວເນຊູເອລາ ໃນນະຄອນຫຼວງ ຄາຣາຄັສ. 19 ສິຫາ, 2017.

ສະພາແຫ່ງຊາດທີ່ຖືກຄວບຄຸມໂດຍພັກການເມືອງຝ່າຍຄ້ານຂອງ ເວເນຊູເອລາ ໄດ້
ພົບປະກັນໃນວັນເສົາວານນີ້ ເພື່ອປະຕິເສດການປະກາດ ກ່ຽວກັບ ອຳນາດໃນການ
ສ້າງຕັ້ງກົດໝາຍຂອງສະພາລັດຖະທຳມະນູນຂຶ້ນ ທີ່ສະໜັບສະໜູນລັດຖະບານ ໜຶ່ງ
ມື້ກ່ອນໜ້ານັ້ນ.

ໂຄສົກຝ່າຍຄ້ານ ທ່ານ Freddy Guevara ຮອງປະທານຂອງສະພາແຫ່ງຊາດ ໄດ້
ກ່າວປະນາມ ການພະຍາຍາມຍາດເອົາອຳນາດຂອງສະພາລັດຖະທຳມະນູນ, ແລະ
ຕົວຂອງສະພາເອງວ່າເປັນ “ໂມຄະ.” ທ່ານ Guevara ໄດ້ກ່າວຫາສະພາທີ່ສະໜັບ
ສະໜູນລັດຖະບານວ່າ ເຮັດໜ້າທີ່ເພື່ອໃຫ້ໄດ້ຮັບການຊ່ວຍເຫຼືອທາງການເງິນຈາກ
ສາກົນ ຖ່າມກາງວິກິດການເສດຖະກິດແຫ່ງຊາດ.

ສະພາແຫ່ງຊາດໄດ້ທຳການປະກາດ ກ່ຽວກັບ ການຄັດຄ້ານຕໍ່ໜ້າບັນດານັກການທູດ
ຈາກປະເທດ ສະຫະລັດ, ອັງກິດ, ເມັກຊິໂກ ແລະ ສເປນ. ສະຫະລັດ ໄດ້ປະຕິເສດອຳ
ນາດຂອງສະພາລັດຖະທຳມະນູນ ແລະ ປະທານາທິບໍດີ ດໍໂນລ ທຣຳ, ໃນການເຄື່ອນ
ໄຫວທີ່ປະຫຼາດໃຈນັ້ນ, ໃນສັບປະດາແລ້ວນີ້ ໂດຍໄດ້ຂົ່ມຂູ່ແມ່ນກະທັ້ງຈະທຳການເຂົ້າ
ແຊກແຊງດ້ວຍກຳລັງທະຫານອີກດ້ວຍ.

ການປະຊຸມຂອງວັນເສົາວານນີ້ ໄດ້ເກີດຂຶ້ນເພື່ອເປັນການຕອບໂຕ້ຕໍ່ການເຄື່ອນໄຫວ
ຂອງວັນສຸກທີ່ຜ່ານມາ ໂດຍສະພາລັດຖະທຳມະນູນ, ເຊິ່ງໄດ້ແຕ່ງຕັ້ງອຳນາດໃຫ້ຕົນ
ເພື່ອອອກກົດໝາຍ, ຍຶດອຳນາດທາງນິຕິບັນຍັດຈາກສະພາສູງ ທີ່ນຳໜ້າໂດຍພັກ
ຝ່າຍຄ້ານ.

ສະພາໄດ້ຮັບຜ່ານບັນຍັດສະບັບໜຶ່ງທີ່ອະນຸຍາດໃຫ້ເຂົາເຈົ້າ “ອອກກົດໝາຍ ກ່ຽວກັບ
ບັນຫາທີ່ເພັ່ງເລັງໂດຍກົງໃສ່ການຮັບປະກັນການຮັກສາສັນຕິພາບ, ຄວາມປອດໄພ,
ອຳນາດອະທິປະໄຕ, ລະບົບການເງິນ ເສດຖະກິດສັງຄົມ, ຈຸດປະສົງຕ່າງໆຂອງລັດຖະ
ບານ, ແລະ ຄວາມໂດດເດັ່ນໃນດ້ານສິດທິມະນຸດຂອງ ເວເນຊູເອລາ.”

ໃນຂະນະທີ່ມະຕິດັ່ງກ່າວບໍ່ໄດ້ຍຸບສະພາສູງຢ່າງແນ່ນອນນັ້ນ, ມັນກໍຈະປົດອຳນາດທີ່
ຫຼຸດໜ້ອຍລົງຢູ່ແລ້ວຂອງສະພາດັ່ງກ່າວ.

ປະທານຂອງສະພາລັດຖະທຳມະນູນ, ທ່ານນາງ Delcy Rodriguez ໄດ້ກ່າວວ່າ
“ພວກເຮົາຈະບໍ່ອະນຸຍາດໃຫ້ມີການບິດເບືອນ, ການຜັນປ່ຽນທີ່ເພັ່ງເລັງໂຈມຕີໃສ່ສະ
ຖານະທາງກົດໝາຍຂອງ ເວເນຊູເອລາ ອີກຕໍ່ໄປ. ສະພາລັດຖະທຳມະນູນແມ່ນຢູ່ທີ່ນີ້
ເພື່ອຈັດຄວາມເປັນລະ ບຽບຮຽບຮ້ອຍ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG