ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. Chavez ກຳລັງຕໍ່ສູ້ ເພື່ອໃຫ້ມີຊີວິດ ຢູ່ລອດ ຈາກມະເຮັງ (ສະໄລດ໌)


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ຫົວຍິ້ມ ຢູ່ທາງກາງລູກສາວສອງຄົນ ຄືນາງ Rosa Virginia (ຂວາ) ແລະນາງ Maria ຂະນະທີ່ພວມພັກຟື້ນ ຈາກການຜ່າຕັດ ໂຣກມະເຮັງ (15 ກຸມພາ 2013)
ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ຫົວຍິ້ມ ຢູ່ທາງກາງລູກສາວສອງຄົນ ຄືນາງ Rosa Virginia (ຂວາ) ແລະນາງ Maria ຂະນະທີ່ພວມພັກຟື້ນ ຈາກການຜ່າຕັດ ໂຣກມະເຮັງ (15 ກຸມພາ 2013)
ຮອງປະທານາທິບໍດີເວເນຊູເອລາກ່າວວ່າ ປະທານາທິບໍດີ Hugo
Chavez ກຳລັງດີ້ນຮົນຕໍ່ສູ້ເພື່ອເອົາຊີວິດລອດ ໃນຂະນະທີ່ທ່ານ ສືບຕໍ່ຮັບການປິ່ນປົວພະຍາບານມະເຮັງຢູ່ນັ້ນ.

ຮອງປະທານາທິບໍດີ Nicolas Maduro ໄດ້ປະກົດຕົວທາງໂທລະ
ພາບ ໃນວັນພະຫັດວານນີ້ ເພື່ອແຈ້ງຂ່າວຫຼ້າສຸດ ໃຫ້ປະເທດຊາດ
ຊາບ ກ່ຽວກັບອາການຂອງທ່ານ Chavez.

ປະທານາທິບໍດີ Chavez ໄດ້ເຂົ້າຮັບການປິ່ນປົວທີ່ໂຮງໝໍໃນນະ
ຄອນຫລວງ Caracas ເມື່ອສິບມື້ກ່ອນຫຼັງຈາກໄດ້ໃຊ້ເວລາສອງ
ເດືອນ ຢູ່ທີ່ປະເທດຄິວບາ. ທ່ານບໍ່ສາມາດເຂົ້າຮ່ວມ ພິທີສາບານ
ຕົວເຂົ້າຮັບຕຳແໜ່ງຂອງທ່ານເປັນສະໄໝທີ 4 ໃນເດືອນມັງກອນ
ຜ່ານມາ ຍ້ອນສຸຂະພາບບໍ່ແຂງແຮງດີ.

ຮູບທີ່ຍິ້ມຫົວຂອງທ່ານ Chavez ຊຶ່ງນອນຢູ່ເທິງຕຽງໂຮງໝໍ ພ້ອມ ກັບລູກສາວສອງຄົນທີ່ຢືນຢູ່ຄຽງຂ້າງທ່ານໄດ້ຖືກນຳອອກເຜີຍແຜ່
ເມືອສອງອາທິດກ່ອນ. ນີ້ແມ່ນຮູບ ພຽງໃບດຽວເທົ່ານັ້ນ ຂອງທ່ານ
Chavez ທີ່ໄດ້ແຈກຢາຍ ໃຫ້ມະຫາຊົນເບິ່ງ ນັບແຕ່ເດືອນທັນວາ
ເປັນຕົ້ນມາ.

ລັດຖະບານເວເນຊູເອລາບໍ່ໄດ້ໃຫ້ຂ່າວຄາວຫຍັງຫລາຍກ່ຽວກັບປ່ວຍຂອງທ່ານ Chavez ຫຼື ອາການຂອງທ່ານ ນອກເໜືອໄປຈາກແຈ້ງວ່າ ທ່ານເປັນມະເຮັງໃສ່ກະດູກງ່າມຂາ.

XS
SM
MD
LG