ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮອງ ປ. Maduro ຈະໄປຢ້ຽມຢາມ ທ່ານ Chavez ທີ່ຄິວບາ


ແມ່ຕູ້ຄົນນຶ່ງຖືຮູບປະທານາທິບໍດີ Hugo Chavez ຂະນະທີ່ພວກສະໜັບສະໜຸນທ່ານ ໄປໂຮມຊຸມນຸມກັນທີ່ຈະຕຸລັດ Simon Bolivar ໃນນະຄອນຫຼວງກາຣາກັສ (9 ທັນວາ 2012)
ແມ່ຕູ້ຄົນນຶ່ງຖືຮູບປະທານາທິບໍດີ Hugo Chavez ຂະນະທີ່ພວກສະໜັບສະໜຸນທ່ານ ໄປໂຮມຊຸມນຸມກັນທີ່ຈະຕຸລັດ Simon Bolivar ໃນນະຄອນຫຼວງກາຣາກັສ (9 ທັນວາ 2012)
ຮອງປະທານາທິບໍດີເວເນຊູເອລາກ່າວວ່າ ທ່ານກໍາລັງນໍາພາຄະ
ນະຜູ້ຕາງໜ້າລັດຖະບານໄປຍັງຄິວບາ ເພື່ອຢ້ຽມຢາມປະທານາ
ທິບໍດີ Hugo Chavez ທີ່ກໍາລັງລົ້ມປ່ວຍ ຊຶ່ງໃນເວລານີ້ພວມພັກ
ຟື້ນຮັກສາໂຕຈາກການຜ່າຕັດມະເຮັງ ຢູ່ທີ່ກຸງຮາວານາ.

ທ່ານ Nicolas Maduro ບໍ່ໄດ້ແຈ້ງໃຫ້ຊາບວ່າ ຄະນະຜູ້ຕາງໜ້າ
ເວເນຊູເອລາ ຈະຢູ່ໃນຄິວບາ ດົນປານໃດ.

ປະທານາທິບໍດີ Chavez ຊຶ່ງເດີນທາງໄປຄິວບາ ເພື່ອຜ່າຕັດມະເຮັງເປັນຄັ້ງທີສີ່ນັ້ນ ບໍ່ໄດ້ ແຈ້ງໃຫ້ຊາບກ່ຽວກັບຊະນິດຫຼືຄວາມຮ້າຍແຮງຂອງມະເຮັງໃນບໍລິເວນງ່າມຂາຂອງທ່ານ.

ປະທານາທິບໍດີ Chavez ອາຍຸ 58 ປີ ຊຶ່ງເຂົ້າກຳອຳນາດນັບແຕ່ປີ 1999 ເປັນຕົ້ນມາ ໄດ້ ຖືກເລືອກໃຫ້ເຂົ້າຮັບຕໍາແໜ່ງຕື່ມອີກ ໃນເດືອນຕຸລາຜ່ານມາ ແລະມີກຳນົດ ທີ່ຈະສາບານ ໂຕເຂົ້າຮັບຕຳແໜ່ງໃນວັນທີ 10 ມັງກອນນີ້.

ມີການຊ່າລືກັນຢ່າງແຜ່ກວ້າງກ່ຽວກັບວ່າ ທ່ານ Chavez ຈະແຂງແຮງພໍຫຼືບໍ່ທີ່ຈະກັບຄືນ ໄປເວເນຊູເອລາ ໃນພິທີສາບານໂຕ ເຂົ້າຮັບຕໍາແໜ່ງຂອງທ່ານ ຊຶ່ງໄດ້ພາໃຫ້ເກີດສົງໄສ ກ່ຽວກັບຄວາມສາມາດຂອງທ່ານ ທີ່ຈະສືບຕໍ່ປົກຄອງປະເທດ.
XS
SM
MD
LG