ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳເວເນຊູເອລາ ຜ່າຕັດ ເນື້ອງອກມະເຮັງ ຢູ່ຄິວບາ (ເບິ່ງວີດີໂອ)


ປະທານາທິບໍດີເວເນຊູເອລາທ່ານ Hugo Chavez ກ່າວຄຳປາໄສຕໍ່ປະຊາຊົນ (30 ມິຖຸນາ 2011)
ປະທານາທິບໍດີເວເນຊູເອລາທ່ານ Hugo Chavez ກ່າວຄຳປາໄສຕໍ່ປະຊາຊົນ (30 ມິຖຸນາ 2011)

ປະທານາທິບໍດີເວເນຊູເອລາທ່ານ Hugo Chavez ກ່າວວ່າ ທ່ານໄດ້ຮັບການຜ່າຕັດດ້ວຍ
ຄວາມສຳເລັດຜົນ ຢູ່ທີ່ປະເທດຄິວບາ ເພື່ອກຳຈັດການຂະຫຍາຍໂຕຂອງໂຣກມະເຮັງ.

ໃນຄຳປາໄສທາງໂທລະພາບ ໃນຕອນແລງຂອງວັນພະຫັດວານນີ້ ທ່ານ Chavez ເວົ້າວ່າ
ການຜ່າຕັດທີ່ວ່ານີ້ ແມ່ນກ່ຽວກັບເນື້ອງອກ ທີ່ມີແຊລເປັນມະເຮັງ. ທ່ານໄດ້ສະແດງຄວາມ
ຫວັງອອກມາວ່າ ທ່ານພວມຢູ່ໃນເສັ້ນທາງໄປສູ່ການພັກຟື້ນເພື່ອຫາຍດີ.

ນີ້ເປັນຄຳໄສຕໍ່ປະຊາຊົນເວເນຊູເອລາ ເທື່ອທຳອິດ ນັບແຕ່ທ່ານໄດ້ຮັບການຜ່າຕັດແບບສຸກ
ເສີນທີ່ປະເທດຄິວບາ ໃນວັນທີ 10 ມິຖຸນາຜ່ານມາ. ການປິ່ນປົວທີ່ແກ່ຍາວຢູຄິວບາລຸນຫຼັງ
ການຜ່າຕັດນັ້ນ ພາໃຫ້ມີຂ່າວລືກັນວ່າທ່ານອາດເປັນໂຣກມະເຮັງ.

ພວກເຈົ້າໜ້າທີ່ເວົ້າວ່າ ການຜ່າຕັດທີ່ວ່ານີ້ແມ່ນເພື່ອເອົາເນື້ອງອກໃນບໍລິເວນກະໂທ້ຍອອກ.

ໃນມື້ວັນພຸດຜ່ານມາ ໂທລະພາບຂອງທາງການເວເນຊູເອລາໄດ້ອອກຂ່າວ ກ່ຽວກັບຜູ້ນຳໄວ
56 ປີຂອງປະເທດດັ່ງກ່າວທີ່ພວມຍ່າງແລະໂອ້ລົມກັບອະດີດຜູ້ນຳຂອງປະເທດຄິວບາທ່ານ
Fidel Castro.

ເປັນທີ່ປາກົດວ່າປະທານາທິບໍດີ Chavez ມີຄວາມສະຫຼາດແລະມັກໂອ້ລົມ ຂະນະທີ່ທ່ານ
ແລະທ່ານ Castro ສົນທະນາຫາລືກັນກ່ຽວກັບເນື້ອໄນຂອງໜັງສືພິມ Granma ປາກກະ
ບອກສຽງຂອງທາງການຄິວບານັ້ນ.

XS
SM
MD
LG