ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີເວເນຊູເອລາ ໄດ້ຮັບອຳນາດພິເສດ ຈາກສະພາ


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez
ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez

ສະມາຊິກສະພາຂອງເວເນຊູເອລາ ໄດ້ມອບອຳນາດໃນ
ຂອບເຂດທີ່ກວ້າງຂວາງໃຫ້ແກ່ປະທານາທິບໍດີ Hugo
Chavez ເພື່ອປົກຄອງປະເທດ ແບບບໍ່ມີການທ້າທາຍ
ເປັນເວລາ 1 ປີເຄິ່ງ.

ບັນດາສະມາຊິກສະພາແຫ່ງຊາດ ທີ່ພວມຈະພົ້ນຈາກ
ຕຳແໜ່ງ ຊຶ່ງສ່ວນໃຫຍ່ແລ້ວຄອບງຳໂດຍ ພັນທະມິດ
ຂອງທ່ານ Chavez ໄດ້ໃຫ້ການອະນຸມັດຕໍ່ການຮ້ອງ
ຂໍຂອງປະທານາທິບໍດີໃນມື້ວັນສຸກວານນີ້. ການເຄື່ອນ
ໄຫວທີ່ວ່ານີ້ເຮັດໃຫ້ປະທານາທິບໍດີ Chavez ສາມາດ
ໃຊ້ອຳນາດທຳນອງນີ້ເປັນຄັ້ງທີ 4 ນັບແຕ່ທ່ານໄດ້ເຂົ້າກຳຕຳແໜ່ງມາໄດ້ 11 ປີແລ້ວນັ້ນ.

ປະທານາທິບໍດີ Chavez ກ່າວວ່າ ທ່ານຕ້ອງການອຳນາດດັງກ່າວ ເພື່ອຮັບມືກັບໄພທຳ
ມະຊາດ ທີ່ເກີດຈາກສະພາບດິນຟ້າອາກາດປັ່ນປ່ວນຢ່າງຮ້າຍແຮງ ຊຶ່ງເຮັດໃຫ້ປະຊາຊົນ
ຈຳນວນຫຼາຍພັນຄົນບໍ່ມີບ່ອນພັກພາອາໄສ ແລະພາກັນໄປຢູ່ຕາມສະຖານທີ່ຫຼົບໄພຂອງ
ລັດຖະບານ.

ພວກຕຳໜິຕິຕຽນເວົ້າວ່າ ການເຄື່ອນໄຫວທີ່ວ່ານີ້ ແມ່ນເປັນການດຳເນີນຄວາມພະຍາ
ຍາມຢ່າງຈະແຈ້ງ ເພື່ອບໍ່ຢາກໃຫ້ມີການເຄື່ອນໄຫວຂອງສະພາແຫ່ງຊຸດໜ້າ ຊຶ່ງຢູ່ໃນນັ້ນ
ກໍມີສະມາຊິກຝ່າຍຄ້ານ ຫຼາຍພໍທີ່ຈະຂັດຂວາງ ການໃຊ້ອຳນາດໃນທຳນອງນີ້ຂອງທ່ານ
Chavez. ເມື່ອເດືອນກັນຍາຜ່ານມາ ພັກຝ່າຍຄ້ານໄດ້ຮັບຄວາມນິຍົມເພີ່ມຂຶ້ນ ໃນການ
ເລືອກຕັ້ງສະພາແຫ່ງຊາດໂດຍໄດ້ຮັບຄະແນນສຽງປະມານເຄິ່ງນຶ່ງ. ພັກຝ່າຍຄ້ານໄດ້ຊະ
ນະບ່ອນນັ່ງຫຼາຍກວ່າ 1 ສ່ວນ 3 ຢູ່ໃນສະພາແຫ່ງຊາດຊຸດໃໝ່ຊຶ່ງມີຄະແນນສຽງພຽງພໍ ທີ່ຈະປະຕິເສດຕໍ່ການຮັບຮອງເອົາກົດໝາຍບາງສະບັບ ທີ່ຕ້ອງການຄະແນນສຽງ ສອງ
ສ່ວນສາມນັ້ນ ຮວມທັງອຳນາດໃນການອອກຄຳສັ່ງຕ່າງໆ.

ໃນຕົ້ນອາທິດນີ້ ສະຫະລັດກ່າວວ່າ ປະທານາທິບໍດີເວເນຊູເອລາພວມລົ້ມລ້າງຫຼືທຳລາຍ
ຄວາມໄຝ່ຝັນຂອງປະຊາຊົນ ໂດຍຊອກສະແຫວງຫາອຳນາດພິເສດ ເພື່ອອອກກົດໝາຍ
ຕ່າງໆດ້ວຍການໃຊ້ຄຳສັ່ງ. ສ່ວນພວກຝ່າຍຄ້ານ ຂອງທ່ານ Chavez ໃນເວເນຊູເອລາ
ໄດ້ກ່າວຫາທ່ານວ່າ ພວມຫັນປ່ຽນປະເທດ ໃຫ້ກາຍເປັນຜະເດັດການ.


XS
SM
MD
LG