ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທິບໍດີ Chavez ກ່າວປາໄສຕໍ່ປະຊາຊົນ ທີ່ເວເນຊູເອລາ


ປະທານາທິບໍດີ Hugo Chavez ແຫ່ງເວເນຊູເອລາ
ວັນທີ 4 ກໍລະກົດ 2011
ປະທານາທິບໍດີ Hugo Chavez ແຫ່ງເວເນຊູເອລາ ວັນທີ 4 ກໍລະກົດ 2011

ປະທານາທິບໍດີ Hugo Chavez ​ແຫ່ງ Venezuela ກ່າວ​ຄຳປາ​ ໄສ​ຕໍ່ພວກ​ສະ
ໜັບສະໜຸນ​ຈຳນວນຫຼາຍພັນຄົນ ທີ່​ຮ້ອງເຊຍ​ທ່ານ​ ຢູ່​ນອກ​ລະບຽງ​ທໍານຽບປະທາ
ນາທິບໍດີທີ່​ນະຄອນກາຣາກາສ​ໃນ​ມື້ວານ​ນີ້ ​ໃນ​ເວລາ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງຫຼັງ​ຈາກທ່ານ
ເດີນທາງ​ກັບ​ຄືນ​ປະ​ເທດ​ຈາກ ​ຄິວ​ບາ ທີ່ທ່ານໄດ້ຮັບການຜ່າຕັດກ່ຽວກັບໂຣກມະ
ເຮັງນັ້ນ.

ປະທານາທິບໍດີ Chavez ​ໄດ້​ເວົ້າ​ເລື່ອງສຸຂະພາບ​ຂອງ​ທ່ານ ໃນ​ລະຫວ່າງ​ການ​ກ່າວ​
ປາ​ໄສ​ເປັນ​ເວລາ 30 ນາທີ​ໃນ​ຕອນ​ແລງ​ວັນ​ຈັນວານ​ນີ້ ​ໂດຍ​ກ່າວ​ຕໍ່​ປະຊາຊົນວ່າ ທ່ານ​
ຈະ​ຊະນະ​ໃນ​ການ​ຕໍ່ສູ້ເພື່ອຊີວິດ​ຂອງ​ທ່ານ. ປະທານາທິບໍດີ​ທີ່​ໃສ່​ຊຸດ​ເຄືອງແບບ​ສີຂຽວ​
ທະຫານແລະ​ໃສ່​ງ່ອມ​ສີ​ແດງ ຍັງ​ເວົ້າ​ເຊ່ນ​ກັນ​ວ່າ ທ່ານ​ຈະ​ຕ້ອງ​ທໍາ​ການປິ່ນປົວສຸຂະ
ພາບ​ຢ່າງ​ເຂັ້ມ​ງວດ.

ພວກ​ສະໜັບສະໜຸນ​ທ່ານ​ຫລາຍ​ຄົນ​ພາກັນ​ໂບກ​ທຸງຊາດ Venezuela ຕະຫລອດ
ທັງ​ປ້າຍ​ຄໍາ​ຂວັນ​ຕ່າງໆ​ທີ່​ມີ​ຮູບ​ພາບ​ຂອງ​ທ່ານ​ແລະ​ຫລາຍ​ຄັ້ງ​ໄດ້​ຖືກ​ລົບ​ກວນ​ດ້ວຍສຽງ
ໂຮ​ຮ້ອງ​ສະໜັບສະໜຸນ​ໃນ​ລະຫວ່າງ​ທ່ານ​ກ່າວ​ປາ​ໄສ​ຢູ່​ນັ້ນ. ​ໃນ​ຈຸດ​ນຶ່ງ​ ​ລະຫວ່າງ​ກ່າວ​
ປາ​ໄສ​ນັ້ນ ປະທານາທິບໍດີ​ໄດ້ຍົກ​ຮູບໄມ້​ກາງ​ເຂນ​ນ້ອຍໆ​ອັນ​ນຶ່ງຂຶ້ນແລະ​ຈູບ​ໄມ້ກາງ
ເຂນດັ່ງກ່າວ.

ການ​ກັບ​ຄືນ​ສູ່​ປະ​ເທດ​ຂອງຜູ້​ນໍາ​ເວເນຊູເອລາໃນ​ທະວີບອາ​ເມຣິກາໃຕ້​ໃນ​ຕອນ​ເຊົ້າ​
ມືດ​ວັນ​ຈັນ​ວານ​ນີ້ ມີ​ຂຶ້ນ​ໃນ​ເວລາ 1 ມື້ກ່ອນ​ປະ​ເທດ​ຈະ​ສະ​ເຫລີ​ມສະຫລອງ​ວັນ​ເອ
ກະລາດ​ຄົບຮອບ 200 ປີ​ຈາກ​ສະ​ເປ​ນ.

XS
SM
MD
LG