ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ Chavez ໄປປາກົດຕົວ ທີ່ນະຄອນ Caracas ເພື່ອຫາສຽງ (ວີດິໂອ)

Shia Muslim boys flagellate themselves during a Muharram procession ahead of Ashura in Amroha, in the northern Indian state of Uttar Pradesh. Ashura, which falls on the 10th day of the Islamic month of Muharram, commemorates the death of Imam Hussein, grandson of Prophet Mohammad, who was killed in the 7th century battle of Kerbala.

ທ່ານ Hugo Chavez ປະທານາທິບໍດີຂອງ Venezuela ທີ່ບໍ່ຄ່ອຍຈະປະກົດຕົວ
ຕໍ່ປວງຊົນນັ້ນ ໄດ້ໄປປະກົດຕົວທີ່ນະຄອນ Caracas ໃນວັນພະຫັດວານນີ້ ເພື່ອ
ກະຕຸ້ນ ການແຂ່ງຂັນໃນການເລືອກຕັ້ງຄືນໃໝ່ຂອງທ່ານ ໃຫ້ເພີ້ມສູງຂຶ້ນ.

ລຸນຫລັງທີ່ໄດ້ຮອ້ງເພງ ແລະ​ເຕັ້ນ​ລຳແລ້ວ ປະທານາທິບໍດີ Chavez ທີ່ມີອາລົມລື້ນ
ເລີງ ທ່ານນີ້ ກໍໄດ້ກ່າວຕໍ່ຝູງຊົນເປັນພັນໆ ຄົນວ່າ ທ່ານບໍ່ມີໂຣກມະເຮັງອີກແລ້ວ.

ປະທານາທິບໍດີ Chavez ໄດ້ຜ່ານການຜ່າຕັດ​ແລະບຳບັດ​ສາຍ​ແສງໃນປີກາຍນີ້
ທີ່ຄີວບາ. ແຕ່ຢ່າງໃດກໍຕາມ ທ່ານຍັງບໍ່ ໄດ້ເປີດເຜີຍໃຫ້ຄົນຮູ້ວ່າ ທ່ານເປັນໂຣກມະ
ເຮັງປະເພດໃດແທ້. ອີງໃສ່ການຢ່ັງຫາງສຽງ ຕ່າງໆ ຜູ້ນໍາຫົວສັງຄົມນິຍົມທ່ານນີ້ ແມ່ນມີຄະແນນນໍາໜ້າລະດັບຕົວເລກສອງຫລັກ ລື່ນ ຄູ່ແຂ່ງຂອງທ່ານທີ່ໜຸ່ມກວ່າ
ທ່ານນັ້ນ ມາຕະຫລອດ.

ປະທານາທິບໍດີ Chavez ລົງແຂ່ງຂັນເພື່ອຊອກຫາຊ່ອງທາງ ທີ່ຈະສືບຕໍ່ດໍາລົງຕໍາ
ແໜ່ງເປັນສະໄໝທີ 3 ໃນການເລືອກຕັ້ງທີ່ຈະມີຂຶ້ນໃນເດືອນຕຸລາ ທີ່ຈະມາເຖິງນີ້.

ເບິ່ງວີດິໂອຂອງຂ່າວກ່ຽວກັບທ່ານ Chavez ປະທານາທິບໍດີຂອງ Venezuela

XS
SM
MD
LG