ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ປະທານາທິບໍດີເວເນຊູເອລາ ເຂົ້າຮັບການຜ່າຕັດ ອີກເທື່ອນຶ່ງ


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez

ຜູ້ບັນຊາການກອງທັບຂອງເວເນຊູເອລາກ່າວວ່າ ປະທານາທິບໍດີ ຮູໂກ ຊາເວຊ ຍັງຄົງກໍາ ອໍານາດປົກຄອງປະເທດຢູ່ ຫລັງຈາກການຜ່າຕັດສອງຄັ້ງຢູ່ໃນຄິວບາ ໂຮມທັງການຜ່າຕັດ ເນື້ອງອກມະເຮັງອອກ.

ໃນວັນເສົາວານນີ້ ລັດຖະມົນຕີຕ່າງປະເທດຂອງທ່ານ Chavez ກ່າວວ່າ ການຜ່າຕັດ ມະເຮັງ​ເທື່ອ​ຫລ້າ​ສຸດນີ້ ​ແມ່ນຢູ່ບ່ອນດຽວກັນກັບການຜ່າຕັດໃນເບື້ອງຕົ້ນ ເມື່ອສາມອາທິດ ຜ່ານມາ ຄືວັນທີ່ 10 ມິຖຸນາ ເພື່ອ​ເອົາກະດູກ ງ່າມທີ່ເປັນໜອງອອກນັ້ນ.

ທ່ານ Nicolas Maduro ກ່າວວ່າ ການຜ່າຕັດທີ່ໃຊ້ເວລາຫົກຊົ່ວໂມງນັ້ນ ນັບວ່າອັນຕະ ລາຍສົມຄວນ ແລະວ່າ ນາຍ​ແພດ​ໄດ້​ທໍາ​ການກວ​ດອະ​ໄວ​ຍະ​ວະທັງໝົດຂອງຮ່າງກາຍ ຂອງທ່ານ Chavez ​ແລະ​ພົບ​ວ່າຢູ່ໃນສະພາບດີທຸກ​ຢ່າງ.

ອົງການຂ່າວ​ແຫ່ງລັດຂອງເວເນຊູເອລາ AVN ໄດ້ລົງພິມສີ່ຮູບພາບຂອງ ທ່ານ Chavez ເມື່ອວັນເສົາວານນີ້ ​ໂຮມ​ທັງຮູບທີ່ທ່ານອອກຍ່າງຕາມປົກກະຕິ ​ເປັນ​ເວລາ 10 ນາທີ ຢູ່ ນະຄອນຫລວງຮາວານາຂອງຄິວບາ ກັບ ລັດຖະມົນຕີຕ່າງປະເທດ Maduro ແລະເຈົ້າ ໜ້າທີ່ຄົນອື່ນໆ. ສ່ວນຮູບພາບອື່ນສະ​ແດງ​ໃຫ້​ເຫັນ ທ່ານ Chavez ກັບລູກສາວສອງຄົນ ຂອງທ່ານ.

XS
SM
MD
LG