ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໓໑ ມີນາ ໒໐໒໕

ຊາວເວເນຊູເອລາ ຫລາຍຄົນວ່າ ກົດໝາຍ ຕ້ານຄວາມກຽດຊັງກັນ ແນໃສ່ ປາບປາມ ພວກຕ້ານລັດຖະບານ


ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກ່າວຕໍ່ ກອງປະຊຸມນັກຂ່າວ ທີ່ທຳນຽບ Miraflores ໃນນະຄອນ Caracas ປະເທດ Venezuela ວັນທີ 17 ຕຸລາ, 2017.
ປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກ່າວຕໍ່ ກອງປະຊຸມນັກຂ່າວ ທີ່ທຳນຽບ Miraflores ໃນນະຄອນ Caracas ປະເທດ Venezuela ວັນທີ 17 ຕຸລາ, 2017.

ການຮັບຜ່ານກົດໝາຍໃໝ່ທີ່ນາບຂູ່ວ່າຈະຈໍາຄຸກຜູ້ໃດທີ່ປຸກປັ່ນໃຫ້ເກີດຄວາມກຽດຊັງ
ກັນ ນານຮອດ 20 ປີນັ້ນພາໃຫ້ມີຄວາມເປັນຫ່ວງວ່າຈະມີການປາບປາມພວກຕໍ່ຕ້ານ
ລັດຖະບານເພີ້ມຫລາຍຂຶ້ນ.

ສະພາຜູ້ແທນລາດສະດອນທີ່ສະໜັບສະໜຸນລັດຖະບານ ແລະມີອໍານາດນັ້ນ ໄດ້ອະນຸ
ມັດມາດຕະການດັ່ງກ່າວໃນວັນພຸດຜ່ານມານີ້.

ທ່ານ Delcy Rodriguez ຜູ້ນໍາພາສະພາຜູ້ແທນເວົ້າວ່າ ກົດໝາຍດັ່ງກ່າວ ມັນສະແດງ
ໃຫ້ເຫັນ "ກົດໝາຍທີ່ມີລັກສະນະສ້າງສັນເພື່ອໃຫ້ຢູ່ຮ່ວມກັນຢ່າງສັນຕິ" ແລະເປັນສິ່ງທີ່
ເພື່ອເຮັດໃຫ້ "ຄວາມບໍ່ຍ່ອນຍານໃຫ້ກັນ, ຄວາມກຽດຊັງກັນ ທີ່ຊາວ Venezuela ຝ່າຍ
ຂວາພາກັນໃຊ້ນັ້ນ."

ປະທານາທິບໍດີ Nicolás Madurໄດ້ສະເໜີມາດຕະການດັ່ງກ່າວໃນໄລຍະທີ່ມີການ
ປະທ້ວງຕ້ານລັດຖະບານຫລາຍໆຄັ້ງ ຢູ່ຕາມຖະໜົນຫົນທາງ ແຕ່ເດືອນເມສາຫາເດືອນ
ກໍລະກົດ ທີ່ເຮັດໃຫ້ນະຄອນຫລວງ ແລະຕົວເມືອງອື່ນໆໃນ Venezuela ເກີດຄວາມ
ຫວັ່ນໄຫວນັ້ນ . ມີຫລາຍກວ່າ 120 ເສຍຊີວິດໃນໄລຍະທີ່ມີການປະທະກັນເກືອບທຸກມື້ ທີ່ເກີດມາຈາກວິກິດການທາງເສດຖະກິດ ແລະການເມືອງທີ່ນັບມື້ ນັບຮ້າຍແຮງຂຶ້ນນັ້ນ. ພວກນັກເຄື່ອນໄຫວມັກໃຊ້ສື່ສັງຄົມອອນລາຍ ເພື່ອຈັດຕັ້ງການເດີນຂະບວນຕ່າງໆ.

ຄົນຖືປ້າຍປະທ້ວງຄວາມຮຸນແຮງ ຕ້ານລັດຖະບານ ປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ .
ຄົນຖືປ້າຍປະທ້ວງຄວາມຮຸນແຮງ ຕ້ານລັດຖະບານ ປະທານາທິບໍດີ Nicolas Maduro ຂອງເວເນຊູເອລາ .

ອີງຕາມສໍານັກຂ່າວ Associated Press ກົດໝາຍສະບັບໃໝ່ ທີ່ກໍານົດການລົງໂທດ
ຈໍາຄຸກປະມານ 10 ຫາ 20 ປີນັ້ນ ຮຽກຮ້ອງໃຫ້ ມີການປະຕິບັດງານໃນທັນທີທັນໃດໂລດ ຊຶ່ງລວມມີການຮຽກຮ້ອງໃຫ້ຜູ້ຄຸ້ມຄອງບັນຊີຊື່ຄົນໃນສື່ສັງຄົມອອນລາຍໃຫ້ລຶບການຂຽນ
ຂໍ້ຄວາມໃດໆ ທີ່ສະແດງເຖິງຄວາມກຽດຊັງລົງໃນນັ້ນ ແລະຮຽກຮ້ອງໃຫ້ສ້າງຕັ້ງຄະນະ
ກໍາມາທິການຂຶ້ນ ເພື່ອໃຫ້ປະຕິບັດນິຕິກໍາທີ່ຕ້ານການກຽດຊັງສະບັບນີ້.

Venezuela's New Anti-hate Law Derided as Censorship
please wait

No media source currently available

0:00 0:01:41 0:00

ກົດໝາຍສະບັບນີ້ຫ້າມບໍ່ໃຫ້ໃຊ້ໂທລະພາບ, ວິທະຍຸ ແລະສື່ສັງຄົມອອນລາຍ ເພື່ອເຜີຍ
ແຜ່ການກໍ່ຄວາມຮຸນແຮງ ແລະຄວາມກຽດຊັງກັນ. ມັນຍັງຮຽກຮ້ອງສື່ມວນຊົນຂອງລັດ ແລະເອກະຊົນໃຫ້ໂຄສະນາສົ່ງເສີມຄໍາເວົ້າທີ່ພາໃຫ້ມີສັນຕິພາບຢ່າງໜ້ອຍ 30 ນາທີຕໍ່
ອາທິດ.

ພວກປະທ້ວງທີ່ສະໜັບສະໜູນຝ່າຍຄ້ານລັດຖະບານ ພາກັນຖືປ້າຍທີ່ຂຽນວ່າ "ບໍ່ໃຫ້ມີການກວດກາ" ໃນຂະນະເດີນປະທ້ວງ ຢູ່ນັ້ນ.
ພວກປະທ້ວງທີ່ສະໜັບສະໜູນຝ່າຍຄ້ານລັດຖະບານ ພາກັນຖືປ້າຍທີ່ຂຽນວ່າ "ບໍ່ໃຫ້ມີການກວດກາ" ໃນຂະນະເດີນປະທ້ວງ ຢູ່ນັ້ນ.

ພວກທີ່ວິຈານລັດຖະບານສັງຄົມນິຍົມຂອງທ່ານ Maduro ໄດ້ປະນາມກົດໝາຍດັ່ງກ່າວ
ໂດຍເວົ້າວ່າ ມັນການເຝົ້າກວດກາຄົນ ແລະເປັນສ່ວນນຶ່ງຂອງການເຊື່ອມລົງຂອງແນວ ຄວາມຄິດທາງປະຊາທິປະໄຕເພີ້ມຂຶ້ນນັບມື້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Venezuela Hate Law
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG