ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ມາດູໂຣ ປິດຊາຍແດນ ຕິດກັບ ບຣາຊີລ ເພື່ອຢຸດຢັ້ງ ການຊ່ອຍເຫຼືອ ຈາກ ຕ່າງປະເທດ

ຊາຍຄົນນຶ່ງ ຍ່າງຜ່ານ ຫີບເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຂອງ ສະຫະລັດ ຢູ່ທີ່ສາງແຫ່ງນຶ່ງ ໃກ້ຂົວຂ້າມຊາຍແດນສາກົນ ທຽນດີຕາສ ຢູ່ນອກຊານເມືອງ ຄູຄູຕາ ຂອງໂຄລອມເບຍ, ວັນທີ 21 ກຸມພາ 2019, ຟາກເບື້ອງຂອງ ປະເທດ ເວເນຊູເອລາ.
ຊາຍຄົນນຶ່ງ ຍ່າງຜ່ານ ຫີບເຄື່ອງຊ່ອຍເຫຼືອດ້ານມະນຸດສະທຳ ຂອງ ສະຫະລັດ ຢູ່ທີ່ສາງແຫ່ງນຶ່ງ ໃກ້ຂົວຂ້າມຊາຍແດນສາກົນ ທຽນດີຕາສ ຢູ່ນອກຊານເມືອງ ຄູຄູຕາ ຂອງໂຄລອມເບຍ, ວັນທີ 21 ກຸມພາ 2019, ຟາກເບື້ອງຂອງ ປະເທດ ເວເນຊູເອລາ.

ປະທານາທິບໍດີ ເວເນຊູເອລາ ທ່ານ ນິໂຄລັສ ມາດູໂຣ ໄດ້ປິດຊາຍແດນຂອງປະເທດ
ຕິດກັບ ບຣາຊີລ ແລະ ຂົ່ມຂູ່ທີ່ຈະເຮັດແບບດຽວກັນ ກັບປະເທດ ໂຄລອມເບຍ ເພື່ອ
ພະຍາຍາມ ຈະຢຸດຢັ້ງ ການຊ່ອຍເຫຼືອຂອງຕ່າງປະເທດ ບໍ່ໃຫ້ຂ້າມເຂົ້າໄປໃນປະເທດ.

ສາງເກັບເຄື່ອງ ທີ່ເຕັມໄປດ້ວຍອາຫານ ຢາປິ່ນປົວ ແລະເຄື່ອງຊ່ອຍເຫຼືອຕ່າງໆ ຫຼາຍໆ
ໂຕນ ໂດຍສ່ວນໃຫຍ່ ແມ່ນມາຈາກສະຫະລັດນັ້ນ ຊຶ່ງພວກເຄື່ອງຂອງທັງຫຼາຍ ແມ່ນປະ
ໄວ້ຢູ່ໃນສາງແຫ່ງຕ່າງໆ ຟາກເບື້ອງຂົວຂ້າມຊາຍແດນ ຂອງໂຄລອມເບຍ ໄປຍັງ
ເວເນຊູເອລາ.

ທ່ານ ມາດູໂຣ ກ່າວວ່າ ເວເນຊູເອລາ ບໍ່ແມ່ນປະເທດ ຂອງ “ພວກຄົນຂໍທານ” ແລະ
ປະຕິຍານວ່າ ຈະບໍ່ຍິນຍອມຮັບເອົາການຊ່ອຍເຫຼືອ ຊຶ່ງທ່ານຖືວ່າ ເປັນແນວໜ້າເພື່ອ
ການຮຸກຮານຂອງສະຫະລັດ.

ທ່ານ ມາດູໂຣ ໄດ້ສົ່ງກຳລັງທະຫານເວເນຊູເອລາ ໄປຍັງບ່ອນຂ້າມຊາຍແດນຫຼາຍແຫ່ງ
ຂອງປະເທດ.

ຜູ້ນຳຝ່າຍຄ້ານ ແລະ ຜູ້ປະກາດຕົນເອງ ເປັນປະທານາທິບໍດີ ຊົ່ວຄາວ ທ່ານ ຮວານ
ກວາອີໂດ ໄດ້ປະຕິຍານວ່າ ຈະໄປເອົາການຊ່ອຍເຫຼືອເຂົ້າມາ ໃນວັນ ເສົານີ້ ເຖິງແມ່ນ
ວ່າ ກຳລັງທະຫານ ໄດ້ຂົ່ມຂູ່ກໍຕາມ.

ຍັງບໍ່ທັນເປັນທີ່ຈະແຈ້ງວ່າ ທ່ານມີແຜນທີ່ຈະເຮັດເຊັ່ນນັ້ນ ແນວໃດ. ແຕ່ທ່ານ ກວາອີໂດ
ແລະ ບັນດາພວກສະໜັບສະໜຸນທ່ານ ໄດ້ປຸກລະດົມພວກອາສາ ສະໝັກຫຼາຍພັນຄົນ
ລວມທັງພວກນາຍໝໍ ພະຍາບານ ແລະ ພົນລະເມືອງທຳ ມະດາສາມັນ ໃຫ້ມາຊ່ອຍ.

ຊາວເວເນຊູເອລາ ພາກັນໜີອອກຈາກປະເທດຂອງພວກເຂົາເຈົ້າ ໃນຂະນະທີ່ ພວກເຂົາ ມຸ້ງໜ້າໄປຍັງ ຂົວຂ້າມຊາຍແດນສາກົນ Simon Bolivar ໃນເມືອງ ແຊນ ອານໂຕນີໂອ ແດບ ຕາຊີຣາ ຂອງເວເນຊູເອລາ, ທີ່ຕິດກັບ ໂຄລອມເບຍ, ວັນທີ 21 ກຸມພາ 2019.

ໃນຂະນະດຽວກັນ ບັນດາສະມາຊິກສະພາຂອງເວເນຊູເອລາ ກຸ່ມນຶ່ງ ໄດ້ປະທະກັບ
ພວກທະຫານ ຢູ່ນອກນະຄອນຫຼວງ ກາຣາກາສ ໃນຂະນະທີ່ ພວກເຂົາເຈົ້າ ໄດ້ພະຍາ
ຍາມ ທີ່ຈະຂັບລົດກະບະ ຜ່ານຖະໜົນຫຼວງທີ່ຖືກປີດໄວ້ນັ້ນ ເພື່ອມຸ້ງໜ້າໄປຍັງເຂດຊາຍ
ແດນຂອງໂຄລອມເບຍ.

ພວກທະຫານ ກໍໄດ້ຍິງແກັສນ້ຳຕາໃສ່ ເມື່ອພວກສະມາຊິສະພາບາງສ່ວນ ໄດ້ພາກັນ
ອອກມາ ແລະພະຍາຍາມ ທີ່ຈະຍ້າຍສິ່ງກີດຂວາງອອກ. ພວກເຂົາເຈົ້າ ໄດ້ຮຽກຮ້ອງ
ຢາກຮູ້ວ່າ ເປັນຫຍັງ ພວກທະຫານ ຈຶ່ງ “ສະໜັບສະໜຸນ ການປະພຶດແບບບໍ່ນັບຖືນີ້
ໃນຂະນະທີ່ ປະຊາຊົນອຶດຢາກ.”

“ລອງຄຶດເບິ່ງວ່າ ການຊ່ອຍເຫຼືອດ້ານມະນຸດສະທຳ ແມ່ນບໍ່ໄປຮອດ ປະຊາຊົນ ຂອງເວເນຊຸເອລາ ແລ້ວ ມັນເປັນການກະທຳທາລຸນນະກຳ” ທ່ານ ແດລຊາ
ໂຊໂລຣຊາໂນ ຮອງປະທານ ສະພາແຫ່ງຊາດ ໄດ້ກ່າວໄປ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG