ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ດານັງ ຍົກເລີກ ຄຳສັ່ງ ຕັດຮອນ ເສລີພາບ ໃນການລາຍງານຂ່າວ


ຄົນຂາຍໜັງສືພິມຄົນນຶ່ງ ອ່ານໜັງສືພິມ ໃນຂະນະທີລໍຖ້າ ຜູ້ມາຊື້ ຢູ່ຖະໜົນສາຍນຶ່ງ ໃນນະຄອນຫຼວງຮາໂນ່ຍ.
ຄົນຂາຍໜັງສືພິມຄົນນຶ່ງ ອ່ານໜັງສືພິມ ໃນຂະນະທີລໍຖ້າ ຜູ້ມາຊື້ ຢູ່ຖະໜົນສາຍນຶ່ງ ໃນນະຄອນຫຼວງຮາໂນ່ຍ.

ນຶ່ງ​ມື້​ຫລັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ​ດາ​ນັງ ​ໄດ້​ອອກ​ຂໍ້​ແນະນຳບັງຄັບ​ໃຫ້​ນັກ​ຂ່າວ​
ທ້ອງ​ຖິ່ນ ໄດ້​ຮັບ​ອະນຸມັດ​ຢ່າງເປັນ​ທາງ​ການກ່ອນ​ພິມ​ເຜີຍ​ແຜ່ຂ່າວ​ຄາວ​ຕ່າງໆ ພວກ
​ເຈົ້າ​ໜ້າ​ທີ່​ໃນ​ເມືອງດັ່ງກ່າວ ໄດ້​ລົບ​ລ້າງຄຳສັ່ງນີ້ ທ່າມກາງການ​ຮ້ອງ​ໂຮ ຂອງ​ສາທາ
ລະນະຊົນ.

ສື່​ມ​ວນຊົນ​ຫວຽດນາມ​ໄດ້​ລາຍ​ງານ​ວ່າ ພ້ອມ​ກັບ​ການ​ຖອນ​ຄຳ​ສັ່ງ​ການ​ກວດກາທີ່ໃຫ້
​ມີ​ການ​ບັງຄັບ​ນັ້ນ ພະ​ແນ​ກຖະ​ແຫລ​ງຂ່າວແລະ​ສື່ສານຂອງ​ເມືອງດາ​ນັງ​ຍັງ​ໄດ້ “ຂໍ​ຂະ
ມາ​ໂທດຢ່າງ​ຈິງ​ໃຈ​ຕໍ່​ພວກ​ນັກ​ຂ່າວ.”

ຄຳ​ສັ່ງທີ່​ລົງວັນ​ທີໃນວັນອັງຄານ ​ທີ່ໄດ້​ນຳອອກເຜີ​ຍ​ແຜ່ໃນ​ວັນ​ພຸດ ​ແລະ​ລົບ​ລ້າງ​ໃນ​ວັນ
​ພະຫັດ ​ໄດ້​ສົ່ງ​ໃຫ້ໜັງສືພິມ​ດາ​ນັງ​ ​ແລະ​ໜັງສືພິມ​ຕຳຫລວດ​ເມືອງດາ​ນັງ​ໃຫ້ “ປະສານ
​ງານ ​ແລະ​ສົ່ງ​ຂ່າວ ​ແລະ​ລາຍ​ງານຕ່າງໆ ​ໄປ​ໃຫ້​ຕົນກວດ ກ່ອນ​ພິມ​ແລະ​ແຈກ​ຢາຍ.”

ພະແນກ​ສື່ສານ​ສັ່ງໄດ້ໃຫ້ສະຖານີ​ວິທະຍຸ ​ແລະໂທລະພາບຕ່າງໆ​ “ປະສານ​ງານ​ແລະ
​ສົ່ງ​ຂ່າວດ່ວນຫຼືຂ່າວທີ່​ສຳຄັນຕ່າງໆ​ທີ່ຈຳ​ເປັນ​ຕ້ອງໄດ້ຮັບຄຳ​ຕອບຈາກພະແນກຕ່າງໆ ຂອງທ້ອງຖິ່ນ” ​ໃນ​ເວລາ​ອັນ​ສົມຄວນ.

ພວກ​ເຈົ້າ​ໜ້າ​ທີ່ ເມືອງດາ​ນັງ ຍັ​ງ​ໄດ້​ແນ​ເປົ້າ​ໝາຍ ​ໃສ່​ອົງການ​ຂ່າວແຫ່ງ​ຊາດ ​ແລະ​ອົງ
ການຂ່າວຈາກ​ແຂວງ​ອື່ນໆໆ ທີ່​ມີ​ຫ້ອງການ​ ​ໃນ​ເມືອງດານັງ ໂດຍບອກ​ພວກ​ເຂົາ​ເຈົ້າ
“​ໃຫ້ສະໜອງ​ການຕິດຕໍ່ສຳລັບ​ເລື່ອງ​ສຳ​ຄັນ​ຕ່າງໆກ່ຽວກັບ​ເມືອງດາ​ນັງທີ່​ຈຳ​ເປັນຕ້ອງ​ໄດ້ຮັບຄຳຕອບ​ຈາກພະແນກການຕ່າງໆຢູ່ໃນທ້ອງ​ຖິ່ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG