ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮູບພາບວີດີໂອ ສະແດງໃຫ້ເຫັນ ການລັກພາໂຕ ພວກນັກຮຽນໄນຈີເຣຍຜູ້ຊາຍ


ຄົນພາກັນຮ່ວມພິທີສົ່ງສະການຜູ້ທີ່ຖືກຂ້າຕາຍ ໂດຍຜູ້ຕ້ອງສົງໄສ
ເປັນພວກຫົວຮຸນແຮງໂບໂກຮາຣາມ ທີ່ເມືອງ Zaabarmar ປະເທດໄນຈີເຣຍ ວັນອາທີດ ວັນທີ 29 ພະຈິກ 2020.
ຄົນພາກັນຮ່ວມພິທີສົ່ງສະການຜູ້ທີ່ຖືກຂ້າຕາຍ ໂດຍຜູ້ຕ້ອງສົງໄສ ເປັນພວກຫົວຮຸນແຮງໂບໂກຮາຣາມ ທີ່ເມືອງ Zaabarmar ປະເທດໄນຈີເຣຍ ວັນອາທີດ ວັນທີ 29 ພະຈິກ 2020.

ຮູບພາບວີດີໂອທີ່ນຳອອກເຜີຍແຜ່ໃນວັນພະຫັດມື້ວານນີ້ ສະແດງໃຫ້ເຫັນວ່າ ມີ ນັກຮຽນ
ຊາຍໄນຈີເຣຍຫຼາຍຮ້ອຍຄົນ ທີ່ໄດ້ຖືກລັກພາໂຕໄປເມື່ອໄວໆມານີ້ ຢູ່ກັບ ກຸ່ມຫົວຮຸນແຮງ
ໂບໂກຮາຣາມ.

ວີດີໂອທີ່ໄດ້ຖືກເຜີຍແຜ່ອອກສູ່ສື່ສັງຄົມ ສະແດງໃຫ້ເຫັນວ່າ ພວກເດັກນ້ອຍຜູ້ຊາຍກຸ່ມ
ນຶ່ງຢູ່ໃນເຂດປ່າດົງ ໄດ້ຮ້ອງຂໍຕໍ່ກຳລັງຮັກສາຄວາມປອດໄພເພື່ອຢາກຈະໜີອອກຈາກ
ເຂດດັ່ງກ່າວ.

ອົງການຂ່າວຣອຍເຕີ ແລະອົງການຂ່າວ AFP ຂອງຝຣັ່ງບໍ່ສາມາດໃຫ້ການຢືນຢັນໄດ້
ໃນທັນທີ ກ່ຽວກັບຄວາມແທ້ຈິງຂອງວີດີໂອນີ້ ແຕ່ວ່າອົງການຂ່າວ AFP ລາຍງານວ່າ
ຕົນໄດ້ຮັບວີດີໂອຈາກຊ່ອງດຽວກັນທີ່ໄດ້ໃຊ້ໂດຍກຸ່ມໂບໂກຮາຣາມ ມາກ່ອນ.

ກູ່ມຈີຮາດໄດ້ອ້າງເອົາຄວາມຮັບຜິດຊອບ ໃນຕົ້ນອາທິດນີ້ ຕໍ່ການລັກພາໂຕໃນ ວັນທີ
11 ທັນວາທີ່ຜ່ານມາ ຢູ່ທາງພາກຕາເວັນຕົກສຽງເໜືອ ຂອງໄນຈີເຣຍ ແຕ່ບໍ່ໄດ້ສະເໜີ
ຫລັກຖານໃດໆ. ຖ້າຫາກການກ່າວອ້າງ ຂອງກຸ່ມໂບໂກຮາຣາມເປັນຄວາມຈິງ ສະແດງ
ໃຫ້ເຫັນວ່າ ການມີໜ້າຢູ່ໃນລັດລັດກັດຊີນາ (Katsina) ທີ່ຕັ້ງຢູ່ທາງພາກຕາເວັນຕົກ
ສຽງເໜືອຂອງປະເທດນັ້ນ ກຸ່ມດັ່ງກ່າວໄດ້ຂະຫຍາຍກິດຈະການຂອງຕົນເຂົ້າສູ່ດິນ
ແດນໃໝ່.

ພາບວີດີໂອທີ່ມີສັນຍາລັກຂອງໂບໂກຮາຣາມສະແດງໃຫ້ເຫັນວ່າ ພວກຊາວໜຸ່ມ ທີ່ອິດເມື່ອຍ ຫ້ອມລ້ອມໂດຍກຸ່ມພວກເດັກນ້ອຍຜູ້ໃຫຍ່ ກ່າວວ່າ ລາວແມ່ນພວກ ນັກຮຽນ
520 ຄົນ ທີ່ໄດ້ຖືກລັກພາໂຕ ໂດຍ “ແກັ່ງອາບູ ເຊກາວ.”

ການບຸກໂຈມຕີໃນວັນສຸກແລ້ວນີ້ ຢູ່ທີ່ໂຮງຮຽນຊົນນະບົດກັນກາຣາ (Kankara) ໃນຂັ້ນ
ຕົນ ໄດ້ຖີ້ມໂທດໃສ່ພວກອາຊະຍາກອນທີ່ໄດ້ຮາວີຂົງເຂດດັ່ງກ່າວມາເປັນ ເວລາຫຼາຍປີ.

ແຕ່ວ່າໂບໂກຮາຣາມ ໄດ້ອ້າງເອົາຄວາມຮັບຜິດຊອບຢູ່ເປັນປະຈຳ ໃນການບຸກໂຈມຕີ ທີ່
ໄດ້ເກີດຂຶ້ນຫຼາຍຮ້ອຍກິໂລແມັດ ຈາກທີ່ຕັ້ງຂອງເຂົາເຈົ້າເມື່ອຫຼາຍທົດ ສະວັດທີ່ຜ່ານມາ
ໃນພາກຕາເວັນອອກສຽງເໜືອ ຂອງໄນຈີເຣຍ.

ລັດຖະບານໄນຈີເຣຍ ບໍ່ໄດ້ໃຫ້ຄວາມເຫັນໃດໆໃນທັນທີກ່ຽວກັບການເຜີຍແຜ່ ວີດີໂອ
ດັ່ງກ່າວ.

ໃນປີ 2014 ກຸ່ມໂບໂກຮາຣາມ ໄດ້ລັກພາໂຕແມ່ຍິງຫຼາຍກວ່າ 270 ຄົນ ຈາກ ເມືອງຊີບັອກ (Chibok) ຢູ່ທາງພາກເໜືອຂອງໄນຈີເຣຍ. ພວກແມ່ຍິງຫຼາຍສິບ ຄົນບໍ່ໄດ້ກັບຄືນໄປບ້ານເຮືອນຂອງເຂົາເຈົ້າເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG