ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວັງວາຕິການ ປະນາມ ການລະເມີດທາງເພດ ໂດຍຄຸນພໍ່ ໃນລັດ ເພັນຊີວາເນຍວ່າ ຂາດຄວາມ ຮັບຜິດຊອບ ທາງສິນລະທໍາ


ຄຸນພໍ່ ດໍໂນລ ວູເອີລ (Donald Wuerl), ພະສັງຄະລາດ ໃນ ທີ່ນະຄອນວໍຊິງຕັນ ກ່າວກ່ອນທີ່ຈະມີການສວດມົນລວມ ຢູ່ໂບດ St. Mathews Cathedral ໃນວັນທີ 15 ສິງຫາ 2018.
ຄຸນພໍ່ ດໍໂນລ ວູເອີລ (Donald Wuerl), ພະສັງຄະລາດ ໃນ ທີ່ນະຄອນວໍຊິງຕັນ ກ່າວກ່ອນທີ່ຈະມີການສວດມົນລວມ ຢູ່ໂບດ St. Mathews Cathedral ໃນວັນທີ 15 ສິງຫາ 2018.

ໃນຕອນບ່າຍວັນພະຫັດວານນີ້ ວັງວາຕິການໄດ້ອອກຖະແຫລງການສະບັບນຶ່ງເພື່ອ
ປະນາມການລະເມີດທາງເພດ ທີ່ຂຽນຢູ່ໃນລາຍງານຂອງຄະນະຕຸລາການໃຫຍ່ ແລະ
ເວົ້າວ່າ ພະສັນຕະປະປາ ແຟຣນຊິສ ແມ່ນຢືນຢູ່ຄຽງຂ້າງກັບ ຜູ້ໄດ້ຮັບເຄາະຮ້າຍ
1,000 ຄົນນັ້ນ.

ວັງວາຕິການຂຽນໃນຖະແຫລງການສະບັບນັ້ນວ່າ "ການລະເມີດທີ່ຂຽນຢູ່ໃນລາຍງານ
ສະບັບນັ້ນ ເປັນການກະທໍາຜິດທາງອາຍາ ແລະຕ້ອງໄດ້ມີການສະແດງ ຄວາມຮັບ
ຜິດຊອບທາງດ້ານສິລະທໍາ ຕໍ່ການກະທໍານີ້. ການກະທໍາເຫລົ່ານັ້ນ ເປັນການທໍລະຍົດ
ຕໍ່ຄວາມເຊື່ອຖືຂອງຄົນ ແລະເປັນການລັກກຽດສັກສີ ແລະ ຄວາມເຊື່ອຖືຂອງພວກທີ່
ລອດຊີວິດມາໄດ້. ໂບດຕ່າງໆ ຕ້ອງໄດ້ຮຽນຮູ້ບົດຮຽນທີ່ຫຍຸ້ງຍາກລໍາບາກນີ້ຈາກອະດີດ ແລະຕ້ອງໄດ້ໃຫ້ທັງຜູ້ລະເມີດ ແລະຜູ້ທີ່ປ່ອຍໃຫ້ມີການລະເມີດນີ້ເກີດຂຶ້ນ ຮັບຜິດຊອບ
ຕໍ່ບັນຫານີ້."

ທ່ານ Greg Burke ໂຄສົກຂອງວັງວາຕິການເວົ້າວ່າ "ມີຄໍາເວົ້າຢູ່ 2 ຄໍາທີ່ສາມາດ
ພັນລະນາເຖິງຄວາມຮູ້ສຶກຕໍ່ການກະທໍາຜິດທີ່ໜ້າຢ້ານນີ້ ນັ້ນກໍຄື: ເປັນໜ້າອັບອາຍ
ແລະໜ້າເສຍໃຈ.” ທ່ານກ່າວເພີ້ມວ່າ ພວກໄດ້ຮັບເຄາະຮ້າຍຄວນຮູ້ຈັກວ່າພະສັນ
ຕະປະປາແຟຣນຊິສ ແມ່ນຢືນຢູ່ຄຽງຂ້າງຂອງພວກເຂົາເຈົ້າ.

ແລະໃນວັນພະຫັດວານນີ້ ເຊັ່ນກັນ ພະສັງຄະລາດຂອງສາດສະໜາກາໂຕລິກ ກໍໄດ້
ຮຽກຮ້ອງ ໃຫ້ມີການສືບສວນທີ່ນໍາພາໂດຍວັງວາຕິການ ຕໍ່ການກ່າວຫາການລະ
ເມີດທາງເພດຂອງອະດີດພະສັງຄະລາດ McCarrick ຢູ່ໃນໂບດທີ່ນະຄອນວໍຊິງຕັນ
ອີກດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ພາບຖ່າຍໃນວັນທີ 23 ກັນຍາ 2015 ພະສັນຕະປະປາ ແຟຣນຊິສ ກໍາລັງຈະກອດ ເພື່ອຕ້ອນຮັບ ພະສັງຄະລາດ McCarrick ພາຍຫລັງເສັດພິທີສູດມົນຕອນທ່ຽງ ທີ່ໂບດ St. Matthew the Apostle ໃນນະຄອນ ວໍຊິງຕັນ
ພາບຖ່າຍໃນວັນທີ 23 ກັນຍາ 2015 ພະສັນຕະປະປາ ແຟຣນຊິສ ກໍາລັງຈະກອດ ເພື່ອຕ້ອນຮັບ ພະສັງຄະລາດ McCarrick ພາຍຫລັງເສັດພິທີສູດມົນຕອນທ່ຽງ ທີ່ໂບດ St. Matthew the Apostle ໃນນະຄອນ ວໍຊິງຕັນ

XS
SM
MD
LG