ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພະສັນຕະປາປາ ວິພາກວິຈານ ທັດສະນະຄະຕິ ກ່ຽວກັບ ການຢ່າຮ້າງ ແລະ ການຮັກຮ່ວມເພດ


ພະສັນຕະປາປາ Francis ໂອ້ລົມກັບ ພະສັງຄະລາດ Peter Erdo ຈາກ ຮັງກາຣີ ໃນຂະນະທີ່ພະອົງ ເດີນທາງຮອດບ່ອນປະຊຸມພາກເຊົ້າ ​ໃນການປະຊຸມທາງສາສະໜາ ຂອງພະສັງຄະລາດ ມື້ສຸດທ້າຍທີ່ນະຄອນ Vatican.​ 24 ຕຸລາ, 2015.
ພະສັນຕະປາປາ Francis ໂອ້ລົມກັບ ພະສັງຄະລາດ Peter Erdo ຈາກ ຮັງກາຣີ ໃນຂະນະທີ່ພະອົງ ເດີນທາງຮອດບ່ອນປະຊຸມພາກເຊົ້າ ​ໃນການປະຊຸມທາງສາສະໜາ ຂອງພະສັງຄະລາດ ມື້ສຸດທ້າຍທີ່ນະຄອນ Vatican.​ 24 ຕຸລາ, 2015.

ພະ​ສັນ​ຕະປາປາ Francis ກ່າວ​ວ່າ ການ​ເຕົ້າ​ໂຮມທີ່​ໄດ້​ແບ່ງ​ແຍກ​ກັນຢ່າງ​ຮຸນ​ແຮງ ຂອງ​ບັນດາ​ພະ​ສັງຄະ​ລາດ ຄຣິສຕຽນ ທີ່​ໄດ້​ຮຽກ ຮ້ອງໃຫ້ຜ່ອນ​ສັ້ນ​ຜ່ອນ​ຍາວ​ຄຳ​ສອນ​ຂອງໂບດ ມີ​ຄວາມ​ອ່ອນ ໂຍນລົງ​ກ່ຽວ​ກັບ ການ​ຢ່າ​ຮ້າງ, ຄູ່ຮັກ​ທີ່​ບໍ​ໄດ້ແຕ່ງ​ງານ​ກັນ ​ແລະ ຄົນ​ຮັກ​ຮ່ວມ​ເພ​ດ​ເຫຼົ່​ານັ້ນ “​ໃຫ້​ມີ​ການ​ເປີດ​ເຜີຍ” ​ເຊິ່ງພະ​ອົງ​ໄດ້​ເອີ້ນ​ວ່າ “ການ​ບໍ່​ຍອມຮັບ ​ເຊິ່ງຫຼາຍໆຄັ້ງ​ໄດ້​ແຝງຢູ່​ເບື້ຶອງ ຫຼັງຂອງ​ການ​ສັ່ງ​ສອນ ​ແລະ ​ເຈຕະນາ​ທີ່​ດີ​ຂອງ ​ໂບດ.”

ບົດ​ວິຈານ​ທີ່​ເ​ດັດ​ດ່ຽວ ກ່ຽວ​ກັບ ບັນດາພະ​ສັງຄະ​ລາດ ຄຣິສຕຽນ​ ທີ່​ມີ​ຄວາມ​ຄິ​ດອະນຸລັກ​ນິຍົມ​ສຸດ​ ຂອງ​ພະ​ສັນ​ຕະປາປາ ​ໄດ້​ມີ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້​ທີ່​ນະຄອນ Vatican, ​ໃນ​ຕອນ​ທ້າຍ​ຂອງ​ການ​ປະຊຸມ​ທາງ​ສາສະໜາ 3 ອາທິດ ເຊິ່ງເຫັນ​ວ່າ ບັນດາພະ​ສັງຄະ​ລາດ​ອະນຸ ລັກ​ນິຍົມ ​ໄດ້ຕໍ່​ຕ້ານ​ການ​ຮຽກຮ້ອງ​ຂອງ​ພະ​ສັນຕະປາປາ ​ທີ່​ຈະ​ເຮັດ​ໃຫ້​ສະມາຊິກ​ຂອງໂບດ 1 ພັນ 2 ຣ້ອຍລ້ານຄົນມີ​ຄວາມ​ຍິນ​ດີ​ເພີ່ມ​ຂຶ້ນ ​ແລະ ລວມ​ເອົາ​ກະ​ເທີຍ ​ແລະ ພໍ່ຮ້າງ​ແມ່ຮ້າງ​ຜູ້​ທີ່​ໄດ້​ແຕ່ງງານ​ກັນ​ຄືນ​ຢູ່​ນອກ​ໂບດ.

ພະ​ສັນ​ຕະປາປາ Francis ໄດ້​ກ່າວ​ຫາບັນດາພະ​ສັງຄະ​ລາດ ຄຣິສຕຽນ ນັ້ນໃນ​ການ​ຕັດ ສິນວ່າ, “ບາງ​ເທື່ອ​ດ້ວຍ​ການ​ມີ​ອຳນາດ​ເໜືອກ​ວ່າ ​ແລະ ຄວາມ​ຮູ້​ຕື້ນໆ, ກໍລະນີ​ຕ່າງໆ​ທີ່​ຫຍຸ້ງຍາກ ​ແລະ ຄອບຄົວ​ທີ່​ໄດ້​ຮັບ​ຄວາມເສຍ​ຫາຍ”

ພະ​ສັງຄະ​ລາດ ຄຣິສຕຽນ ອະນຸລັກ​ນິຍົ​ມໄດ້​ຕໍ່ຕ້ານ​ກັບ​ຂໍ້​ຄິດ​ເຫັນ​ຂອງ​ພະ​ສັນ​ຕະປາປາ ຕໍ່​ກັບ​ຊາວ​ກາ​ໂຕ​ລິກທີ່​ບໍ່ໄດ້​ຮັບ​ຄວາມ​ສຳຄັນ ໂດ​ຍປະສົບ​ຜົນສຳ​ເລັດ​ດ້ວຍ​ການ​ຕໍ່ຕ້ານ​ຄຳ​ສິດສອນ​ທັງ​ໝົດ​ທີ່​ຈະ​ອະນຸຍາດ​ໃຫ້​ຊາວ​ກາ​ໂຕ​ລິກທີ່​ໄດ້ແຕ່ງງານ​ຄືນ ມາ​ມີ​ສ່ວນ​ຮ່ວມ​ຢູ່​ນຳ​ກັນ. ​ແທນ​ທີ່, ການ​ແນະ​ນຳ​ຄັ້ງສຸດ​ທ້າຍ​ຂອງ​ການ​ປະຊຸ​ມທາງ​ສາສະໜາ​ ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ທົບ​ທວນຄືນ​ກ່ຽວ​ກັບ ​ກໍລະນີ​ດັ່ງກ່າວໂດຍແຍກອອກ​ຕ່າງຫາກ.

​ໃນ​ການ​ກ່າວ​ສາມ​ວັກ​ ກ່ຽວ​ກັບ​ບັນຫາ​ການ​ລວບ​ລວມ​ກັນ ​ເກືອບ​ຈະ​ບໍ່​ໄດ້​ຮັບ​ໄຊຊະນະ ຄະ​ແນນ​ສຽງ​ສ່ວນຫຼາຍ 2 ສ່ວນ​ 3 ​ເພື່ອໃຫ້ໄດ້ມີການຮັບຮອງເອົາ, ຫຼັງ​ຈາກ​ຜູ້​ນິຍົມ​ແນວທາງ​ເດີ​ມ ​ໄດ້​ລົ້ມ​ແຫຼວ​ທີ່​ຈະ​ລວບ​ລວມ​ເອົາ​ການ​ລົງ​ຄະ​ແນນ​ສຽງ ​ເພື່ອ​ຍົກ​ເລີກ​ມາດ​ຕະການ​ດັ່ງກ່າວ.

Pope Synod
please wait
Embed

No media source currently available

0:00 0:00:31 0:00

XS
SM
MD
LG