ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະ​ສັນຕະປາປາ Benedict ທີ 16 ​ຊົງ​ແຕ່ງ​ຕັ້ງ​​ນັກບຸນ​ໃໝ່ 7 ອົງ


ພະສັນຕະປະປາ Benedict ຊົງປະກອບພິທີທາງສາສະໜາ ໃນວັນບຸນອີສເຕີ້ ທີ່ຈະຕຸລັດ St. Peter ໃນກຸງວາຕິກັນ (8 ເມສາ 2012)
ພະສັນຕະປະປາ Benedict ຊົງປະກອບພິທີທາງສາສະໜາ ໃນວັນບຸນອີສເຕີ້ ທີ່ຈະຕຸລັດ St. Peter ໃນກຸງວາຕິກັນ (8 ເມສາ 2012)
ພະ​ສັນຕະປາປາ Benedict ທີ 16 ​ຊົງ​ແຕ່ງ​ຕັ້ງນັກບຸນ​ໃໝ່ 7 ອົງ ​ໃນ​ຕອນ​ເຊົ້າວັນ​ອາທິດ​ມື້​ນີ້ ​ໃນ​ພິທີທີ່​ຈັດ​ຂຶ້ນຢູ່​ຈະຕຸ​ລັດ Saint Peter ​ໃນ​ກຸງວາ​ຕິ​ກັນ.

​ມີ​ຊາວ​ອະ​ເມຣິກັນສອງ​ຄົນ ຢູ່ໃນ​ຈໍາ​ນວນນັກ​ບຸນ​ທັງ​ເຈັດ​ອົງ​ດັ່ງກ່າວ ຄື Kateri Tekawitha ຊາວ​ພື້ນ​ເມືອງ​ອະ​ເມ​ຣິກັນ​ໃນ​ສັດຕະວັດ​ທີ 17 ທີ່​ຮູ້​ກັນ​ວ່າ ດອກ Lily ຂອງ​ເຜົ່າ Mohawks ອິນ​ດຽນ​ແດງ ​ແລະ​ຄຸນ​ແມ່ Marianne Cope ​ແມ່​ຊີ​ຄະນະ Franciscan ສະ​ໄໝສັດຕະວັດ​ທີ 19 ທີ່​ປິ່ນປົວ​ພະຍາບານ​ໂຣກຂີ້​ເຮື້ອນ ​ໃນ​ລັດ​ຮາ​ວາຍ.

ບັນດາ​ນັກ​ບຸນ​ທີ່​ໄດ້​ຮັບ​ແຕ່ງ​ຕັ້ງ​ໃໝ່​ອື່ນໆ ກໍ​ມີ​ໂຮມ​ທັງ ນັກ​ສອນ​ສາສະໜາ​ຊາວຝຣັ່ງຄົນ​ນຶ່ງ​ທີ່​ໄປ​ເຜີຍ​ແຜ່​ສາສະໜາ​ຢູ່ປະ​ເທດ​ເກາະ Madagascar, ນັກ​ສຶກສາ​ສາສະໜາ ຈາກ​ປະ​ເທດ​ຟິລິບ ທີ່​ຍອມ​ສະລະ​ຊີວິດ ​ເວລາ​ອາຍຸ​ໄດ້ 17, ​ແມ່​ຊີ​ຊາວ​ສະ​ເປ​ນຜູ້​ທີ່​ໄດ້​ປຸກລະດົມເພື່ອສິດທິ​ຂອງແມ່ຍິງ, ຍິງ​ຊາວ​ເຢຍຣະມັນ​ຜູ້​ຮັບໄດ້​ທຳ​ການການເຜີຍແຜ່ສາສະໜາ​ທັງໆ​ທີ່​ຢູ່​ໃນ​ຄວາມ​ເຈັບ​ປ່ວຍ, ​ແລະ​ພະ​ຊາວອິຕາ​ລີ ຜູ້​ທີ່​ໄດ້​ອຸທິດ​ຊີວິດ​ຂອງ​ທ່ານ ຊ່ວຍ​ເຫຼືອ ພວກ​ເຍົາວະ​ຊົນ ​ໃນ​ລະຫວ່າງ​ການ​ປະຕິວັດ​ດ້ານ​ອຸດສາຫະກໍາ.

​ເພື່ອ​ປະກາດ​ແຕ່ງ​ຕັ້ງ​ໃຫ້ເປັນນັກ​ບຸນໃໝ່ໄດ້ ກຸງວາ​ຕິ​ກັນ ຈະຕ້ອງ​ໃຫ້ການ​ຢັ້ງຢືນ​ວ່າ ​ໄດ້​ເກີດ​ສິ່ງ​ອັດສະຈັນ​ຢ່າງ​ນ້ອຍສອງ​ຢ່າງ​ຂຶ້ນ ກັບ​ຜູ້​ທີ່​ຖືກຄັດ​ເລືອກ​ແຕ່ງ​ຕັ້ງ ຂັ້ນຕອນ​ທີີ​ນຶ່ງທາງ​ສາສະໜາ​ຄາ​ໂທ​ລິກຮັບ​ຮູ້​ວ່າຜູ້ກ່ຽວ​ໄດ້ ​ຂຶ້ນສະຫວັນ ​ແລະຂັ້ນຕອນ​ທີສອງ ​ແມ່ນນັກບຸນ​.
XS
SM
MD
LG