ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພະສັນຕະປາປາ Francis ຈະພົບປະ ກັບພະກາດີນານ (ສະໄລດ໌/ວີດີໂອ)


ພະສັນຕະປາປາ Francis
ພະສັນຕະປາປາ Francis
ມີກຳນົດວ່າ ໃນວັນສຸກມື້ນີ້ ພະສັນຕະປາປາ Francis ຈະຊົງພົບ
ປະກັບບັນດາພະກາດີນານທີ່ໄດ້ເລືອກພະອົງຂຶ້ນເປັນອົງສັນຕະ
ປາປາໃນມື້ທຳອິດໃນຖານະຜູ້ນຳຂອງສາສະໜາໂຣມັນຄາທໍລິກ.

ກ່ອນຈະໄດ້ຮັບການສະຖາປະນາຂຶ້ນເປັນພະສັນຕະປາປາຢ່າງ
ເປັນທາງການນັ້ນ ພະສັນຕະປາປາ Francis ຊຶ່ງເປັນຊາວອາ
ເຈັນຕີນາ ແລະເປັນພະສັນຕະປາປາອົງທຳອິດ ຈາກອາເມຣິກາ
ລາຕິນ ກໍຍັງຄາດກັນວ່າ ຈະຊົງອະນຸຍາດໃຫ້ພວກນັກຂ່າວເຂົ້າ
ເຝົ້າໃນວັນເສົາມື້ອື່ນນີ້. ໃນວັນອາທິດ ພະອົງຈະຊົງປະກົດໂຕທີ່
ປະຕູປ່ອງຢ້ຽມບ່ອນທີ່ພະອົງພຳນັກຢູ່ເພື່ອສູດມົນພາວະນາຮ່ວມ
ກັບພວກທີ່ໄປສະແຫວງບຸນທີ່ຈະຕຸລັດເຊນ Peter ທີ່ຢູ່ຂ້າງລຸ່ມ.

ພະສັນຕະປາປາ Francis ເລີ້ມເຂົ້າຮັບໜ້າທີ່ເປັນຜູ້ນຳຂອງສາ
ສະໜາໂຣມັນຄາທໍລິກ ທີ່ມີຜູ້ນັບຖື 1 ພັນ 200 ລ້ານຄົນ ໃນທົ່ວ
ໂລກນັ້ນ ໃນວັນພະຫັດວານນີ້ ດ້ວຍການສູດມົນພາວະນາແລະ
ການປະກອບພິທີທາງສາສະໜາ ຮ່ວມກັບບັນດາພະກາດີນານ
ທີ່ເປັນຜູ້ເລືອກເອົາພະອົງ.



ໃນການເທດສະໜາທີ່ວັດ Sistine ນັ້ນ ພະສັນຕະປາປາ Francis ຊົງຮຽກຮ້ອງໃຫ້ບັນດາ
ພະກາດີນານ ສືບຕໍ່ມີຄວາມສັດທາໃນຄຳສັ່ງສອນຂອງພະເຢຊູ ແລະຫລີກລ່ຽງຕໍ່ສິ່ງລໍ້ລວງ ສະໄໝໃໝ່ທັງຫຼາຍ. ພະສັນຕະປາປາ ຊົງຕັດວ່າ ຖ້າສາສະໜາຫາກສູນເສຍເປົ້າໝາຍ ໃນ ການປະຕິບັດພາລະກິດຂອງຕົນແລ້ວ ມັນກໍຈະບໍ່ຕ່າງຫຍັງກັນ ກັບອົງການທີ່ບໍ່ຂຶ້ນກັບລັດ ຖະບານອົງການນຶ່ງ.

ພະສັນຕະປາປາໄດ້ຊົງເທດສະໜາ ແບບລຽບໆແລະສັ້ນໆ ເປັນພາສາອີຕາລີ ໂດຍບໍ່ຕ້ອງ
ເບິ່ງຂໍ້ມູນທີ່ຈົດໄວ້ແຕ່ປະການໃດ.

XS
SM
MD
LG