ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ພະສັນຕະປາປາ ອົງໃໝ່ ຊົງປະກອບພິທີ ທາງສາສະໜາ ເທື່ອທໍາອິດ (ສະໄລດ໌/ວີດີໂອ)


Pope Francis ຂະນະປະກອບພິທີສາສະໜາເທື່ອທໍາອິດ
Pope Francis ຂະນະປະກອບພິທີສາສະໜາເທື່ອທໍາອິດ
ພະ​ສັນຕະປາປາ Francis ທີ່​ໄດ້​ຮັບ​ເລືອກໃໝ່ຊົງເລີ່​ມຕົ້ນ​ຕໍາ​ແໜ່​ງ ຜູ້ນຳ​ຂອງສາສະໜາ​ ໂຣມັນຄາ​ທໍ​ລິກ ມື້​ທໍາ​ອິດ​ຕະຫຼອດ​ມື້ ​ໃນ​ວັນ​ພະຫັດ​ມື້ນີ້.

ພະ​ສັນຕະປາປາ​ອົງ​ໃໝ່ ​ຊຶ່ງ​ເປັນ​ຄົນ​ອະ​ເມ​ຣິກາ​ລາ​ຕິນອົງ​ທໍາ​ອິດ ​ຊົງ​ໃຊ້​ເວລາ​ສວດ​ມົນ​ເປັນ​ເວລາ​ສັ້ນໆທີ່​ວັດແຫ່ງນຶ່ງ​ໃນ​ກຸງ​ໂຣມ​ ທີ່​ຮູ້​ກັນ​ໃນ​ນາມ ວັດ Santa Maria Maggoire. ໃນເວລາ​ຕໍ່​ມາ​ຂອງ​ວັນ​ດຽວ​ກັນນີ້ ພະ ສັນຕະປາປາ Francis ກໍຊົງ​ໄດ້​ປະກອບ​ພິທີ​ທາງ​ສາສະໜາ​ສ່ວນ​ຕົວ ທີ່​ ວັດ Sistine ພ້ອມ​ກັບ​ພະ Cardinals ທັງ ຫຼາຍ ຊຶ່ງ​ເປັນ​ຜູ້​ເລືອກເອົາ​ພະ​ອົງ ເມື່ອ​ວັນ​ພຸດ​ວານ​ນີ້.

​ໃນ​ບໍ່​ດົນ​ນີ້ ພະ​ອົງຊົງ​ມີ​ແຜນການ​ ທີ່ຈະ​ພົບ​ກັບພະ​ສັນຕະປາປາອົງ​ກ່ອນ ຄື​ພະ​ສັນຕະ ປາປາ Benedict ທີ່​ໄດ້​ຊົງ​ລາ​ອອກ​ເມື່ອ​ເດືອນ​ຜ່ານ​ມາ​ແລະ​ຊົງ​ພໍານັກ​ຢູ່​ທີ່​ບ້ານ​ພັກ​ລະ ດູ​ຮ້ອນ ​ຂອງ​ພະ​ສັນ​ຕະປານາ ທີ່​ຕັ້ງ​ຢູ່ນອກກຸງ​ໂຣມ. ບັດ​ນີ້ພະສັນຕະປາປາ Benedict ​ໄດ້ເປັນ​ທີ່​ຮູ້​ກັນ​ໃນ​ນາມ ພະ​ສັນຕະປາປາ​ ທີ່​ປົດ​ກະ​ສຽນ​ແລ້ວ​ແຕ່​ຍັງ​ກຳ​ຕຳ​ແໜ່​ງກິ​ຕິ​ມະ​ສັກຢູ່​ ຫຼື​ Pope Emeritus.



ພະ​ສັນຕະປາປາ Francis ມີ​ພະນາ​ມກ່ອນ​ນີ້​ວ່າ Jorge Bergoglio ​ຈາກປະ​ເທດ Argentina ເປັນ​ນັກບວດ​ຄະນະ Jesuit ຜູ້​ທໍາ​ອິດ ທີ່​ໄດ້ຖືກ​ເລືອກໃຫ້​ເຂົ້າຮັບ​ໃນ​ຕໍາ​ແໜ່​ງນີ້ ​ແລະ​ຊົງ​ເປັນສັນຕະປາປາອົງ​ທໍາ​ອິດທີ່​ມີ​ພະນາມ​ວ່າ Francis.

ບັນດາ​ຜູ້​ນໍາ​ຈາກ​ທົ່ວ​ໂລກ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຍິນ​ດີ ຕໍ່​ພະ​ສັນຕະປາ ປາອົງ​ໃໝ່ ຜູ້​ທີ່​ຈະ​ຊົງ​ຖືກ​ແຕ່ງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ອັງຄານ​ອາທິດ​ໜ້າ​ນີ້.

ພ້ອມ​ນີ້ ປະທານາທິບໍດີ ບາ​ຣັກ ​ໂອ​ບາ​ມາ ​ໄດ້​ສະ​ແດງ​ຄວາມ​ຊື່ນ​ຊົມ ກັບ ການ​ເລືອກເອົາພະ​ສັນຕະປາປາອົງ​ທໍາ​ອິດ​ຈາກ​ຂົງ​ເຂດ​ອາ​ເມ​ຣິກາ ​ໂດຍ​ກ່າວ​ວ່າ ມັນ​ເວົ້າ​ເຖິງ​ຄວາມ​ເຂັ້ມ​ແຂງ ​ແລະ​ພະລັງ​ໃຈ​ຂອງ​ຂົງ​ເຂດ ທີ່​ທ່ານ​ໂອບາ​ມາ​ເວົ້າ​ວ່າ ອັນ​ເປັນ​ການ ຫຼໍ່ຫຼອມ​ໂລກ​ເພີ່ມ​ຂຶ້ນ​ໄປ​ເລື້ອຍໆ. ທ່ານໂອ​ບາ​ມາ ​ແມ່ນ​ນຶ່ງ​ໃນ​ຜູ້​ທໍາ​ອິດ​ທີ່​ໄດ້​ສະ​ແດງ​ຄວາມ​ປາດ​ຖະໜາ​ດີຕໍ່ພະ​ສັນຕະ ປາປາອົງ​ໃໝ່ ທີ່​ທ່ານ​ໂອ​ບາ​ມາ​ເອີ້​ນວ່າ ​ແຊມ​ປ້ຽນ ຂອງ​ພວກ​ຄົນທຸກຈົນ ​ແລະ​ພວກ​ຄົນທີ່ອ່ອນ​ແອ​ນັ້ນ.

ຮອງປະທານາທິບໍດີ ​ໂຈ ບາຍ​ເດັນ ທີ່​ນັບຖື​ສາສະໜາໂຣມັນ ຄາ​ທໍ​ລິກ ຈະ​ນໍາພາ​ຜູ້​ຕາງ ໜ້າ​ສະຫະລັດ ​ເພື່ອ​ເຂົ້າຮ່ວມ​ໃນ​ພິທີ​ສາບານ​ຕົວ​ເ​ຂົ້າຮັບ​ຕໍາ​ແໜ່​ງພະ​ສັນຕະປາປາ ຫຼື Pope ທີ່ວາ​ຕິ​ກັນ​ ໃນ​ວັນ​ອັງຄານ​ອາທິດ​ໜ້າ​ນີ້.

XS
SM
MD
LG