ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກ​ບວດ ​ຢູ່ວາ​ຕິກັນ​ ຖືກ​ຈັບ ຍ້ອນພົວພັນ​ ນຳເງິນ ເຂົ້າ ອີຕາລີ


ພະ​ສັງຄະຣາດ Nunzio Scarano ​
ພະ​ສັງຄະຣາດ Nunzio Scarano ​
ບັນດາ​ເຈົ້າ​ໜ້າ​ທີ່ອີ​ຕາ​ລີ ກ່າວ​ວ່າ ນັກ​ບວດ​ຄົນ​ນຶ່ງ​ໃນວາ​ຕິກັນ​
ໄດ້​ຖືກ​ຈັບ ທີ່​ພົວພັນ​ກັບ​ການ​ສືບ​ສວນ ກ່ຽວ​ກັບຂ່າວ​ນອງນັນ
ເລື່ອງທະນາຄານວາ​ຕິ​ກັນທີ່ຮູ້​ກັນໃນ​ນາມ​ສະ​ຖາ​ບັນ​ເພື່ອ​ເຮັດ
​ວຽກ​ໃຫ້​ສາສະໜາ​ຫຼື Institute for Works of Religion.

ພະ​ສັງຄະຣາດ Nunzio Scarano ​ທີ່​ຖືກ​ຈັບ​ໃນ​ວັນ​ສຸກ​ວານມື້​ນີ້ ​ໄດ້​ເຮັດ​ວຽກ​ຢູ່​ໃນຫ້ອງການ​ໆ​ເງິນຂອງວາ​ຕິ​ກັນ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະມາຊິກ​ຕໍາຫລວດ​ລັບ​ອີ​ຕາ​ລີຄົນ​ນຶ່ງ ​ແລະ​ເຈົ້າ​ໜ້າ​ທີ່​ການ​ເງິນອີກ​ຄົນ​ນຶ່ງ ​ໄດ້​ຖືກ​ຈັບ​ໃນ​ວັນ​ສຸກ​ມື້​ນີ້ ອັນ​ເປັນ​ພາກ​ສ່ວນ​ການ​ສືບ​ສວນ ທີ່​ພວກ​ຜູ້​ຊາຍ​ເຫລົ່າ​ນີ້ພົວພັນ​ໃນ​ການວາງ​ແຜນ​ແບບຜິດ​ກົດໝາຍ ທີ່​ຈະ​ນໍາເອົາ ເງິນ 26 ລ້ານ​ໂດ​ລາ ຈາກສະ​ວິດສເຊີ​ແລນ ​ເຂົ້າ​ໄປ​ໃນ​ອີ​ຕາ​ລີ.

ພະ​ສັງຄະຣາດ Scarano ທີ່​ໄດ້​ຖືກ​ປົດ​ອອກ​ຈາກໜ້າ​ທີ່​ການ​ຢູ່​ວາ​ຕິ​ກັນ ກໍາລັງ​ຖືກ​ສືບສວນ​ກ່ຽວ​ກັບ​ອີກຄະດີ​ນຶ່ງ​ ​ໂດຍເມືອງ​ Salermo ​ໃນພາກ​ໃຕ້​ອີ​ຕາ​ລີ ໃນ​ຂໍ້ຫາ​ຟອກ​ເງິນ.
XS
SM
MD
LG