ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເນື້ອທີ່ກວ້າງໃຫຍ່ ຂອງປ່າໄມ້ ໃນ ຊີເລ ຖືກທຳລາຍ ຍ້ອນໄຟແຜ່ລາມຢ່າງວ່ອງໄວ


ພວກນັກດັບເພີງ ໄດ້ຖິ້ມນ້ຳລົງໃສ່ ໄຟທີ່ກຳລັງໄໝ້ປ່າ ຢູ່ໃນເຂດ Portezuelo ຂອງປະເທດ Chile, ວັນທີ 29 ມັງກອນ 2017.
ພວກນັກດັບເພີງ ໄດ້ຖິ້ມນ້ຳລົງໃສ່ ໄຟທີ່ກຳລັງໄໝ້ປ່າ ຢູ່ໃນເຂດ Portezuelo ຂອງປະເທດ Chile, ວັນທີ 29 ມັງກອນ 2017.

ໄຟໄໝ້ປ່າໃນປະເທດ Chile ທີ່ໄດ້ທຳລາຍຫຼາຍກວ່າ ເຄິ່ງລ້ານເຮັກຕ້າ ໄປແລ້ວນັ້ນ
ໄດ້ຜ່ອນເບົາລົງແດ່ແລ້ວ ໃນວັນອາທິດວານນີ້ ດ້ວຍຄວາມຊ່ອຍເຫຼືອ ຂອງເຮືອບິນ ມອດໄຟ Supertanker ຂອງ ສະຫະລັດ ແລະ ຣັດເຊຍ ແລະ ທີມງານພິເສດຕ່າງໆ ທີ່ໄປຈາກຫຼາຍປະເທດ.

ເຈົ້າໜ້າທີ່ປ່າໄມ້ແຫ່ງຊາດກ່າວວ່າ ໄດ້ມີໄຟໄໝ້ 118 ແຫ່ງ ຊຶ່ງໃນນັ້ນ 59 ແຫ່ງ ແມ່ນ ຍັງລຸກໄໝ້ຢູ່ ຢ່າງໃຫຽ່.

ເຈົ້າໜ້າທີ່ກ່າວວ່າ ການບໍ່ຕຽມພ້ອມດີພໍ ສຳລັບການປ່ຽນແປງຂອງດິນຟ້າອາກາດ
ແລະ ການປູກຝັງຢ່າງດຽວ ແມ່ນເປັນສາເຫດຂອງໄຟໄໝ້ປ່າ ທີ່ຮ້າຍແຮງ ໃນປະຫວັດ ສາດ ເມື່ອບໍ່ດົນນີ້ ຂອງ Chile.

ຢູ່ໃນເຂດ Portezuela of the Bio Bio ຫ່າງຈາກນະຄອນຫຼວງ Santiago ໄປ
ທາງໃຕ້ ປະມານ 400 ກິໂລແມັດ ພວກຊາວບ້ານ ພະຍາຍາມຈະເຮັດຮົ້ວກີດກັນໄຟ
ຂຶ້ນເພື່ອປ້ອງກັນໄຟ ບໍ່ໃຫ້ເຂົ້າເຖິງ ແຕ່ຖືກບັງຄັບໃຫ້ປະລະແຜນການດັ່ງກ່າວ ແລະ ໃຫ້ໜີພ່າຍໄປ ຈາກເຂດດັ່ງກ່າວ ເວລາລົມປ່ຽນທິດທາງ.

ຢູ່ເຂດອ່ືນໆ ໄຟໄໝ້ແມ່ນຍັງເປັນອັນຕະລາຍຢູ່ ທີ່ບັງຄັບພວກທະຫານ ແລະ ຕຳຫຼວດ ຕ້ອງນຳເອົາຊາວເມືອງ ຫຼົບໜີໄປ ແລະ ປິດຖະໜົນຫຼາຍເສັ້ນ.

Chile Fire
please wait
Embed

No media source currently available

0:00 0:01:00 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG