ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ຄົນ​ສູບຢາ​ໄຟ​ຟ້າ ອາດ​ເປັນ​ພະ​ຍາດ​ປອດ​ໄຄ່ ຄື​ກັນ​ກັບຄົນ​ສູບ​ຢາ ທຳ​ມະ​ດາ​ກໍ​ເປັນ​ໄດ້​


ພະ​ນັກ​ງານ​ຂາຍ​ຢາ​ສູບ​ໄຟ​ຟ້າຢູ່​ເມືອງ Aurora ລັດ​ໂຄ​ໂລ​ຣາ​ໂດ, ​ສະ​ແດງ​ການ​ສູບ​ຢາແບບ​ໃໝ່ ໂດຍ​ປ່ອຍ​​ອາຍ​ມັນທີ່ຄ້າຍ​ຄື​ກັນ​ກັບ​ຄວັນທີ່​ອອກ​ມາ​ການ​ສູບ​ຢາ​ທຳ​ມະ​ດານັ້ນ, ວັນ​ທີ 2 ມີ​ນາ, 2011
ພະ​ນັກ​ງານ​ຂາຍ​ຢາ​ສູບ​ໄຟ​ຟ້າຢູ່​ເມືອງ Aurora ລັດ​ໂຄ​ໂລ​ຣາ​ໂດ, ​ສະ​ແດງ​ການ​ສູບ​ຢາແບບ​ໃໝ່ ໂດຍ​ປ່ອຍ​​ອາຍ​ມັນທີ່ຄ້າຍ​ຄື​ກັນ​ກັບ​ຄວັນທີ່​ອອກ​ມາ​ການ​ສູບ​ຢາ​ທຳ​ມະ​ດານັ້ນ, ວັນ​ທີ 2 ມີ​ນາ, 2011

ສູນ​ກາງ​ຄວບ​ຄຸມແລະ​ປ້ອງ​ກັນ​ພະ​ຍາດ​ສະ​ຫະ​ລັດຫລື CDC ດຽວນີ້ ລາຍ​ງານ​ວ່າ ມີ 380 ຄົນ ​ທີ່​ຖືກ​ຢືນ​ຢັນ​ແລ້ວວ່າ ເປັນ​ໂຣກ​ປອດ ແລະມີ​ຄວາມ​ເປັນໄປ​ໄດ້​ສູງທີ່​ຈະເປັນ​ໂຣກ​ປອດຍ້ອນການ​ໃຊ້ກອກຢາ​ສູບ​ໄຟ​ຟ້າຫລື vaping. ອົງ​ການ​ດັ່ງ​ກ່າວຍັງ​ໄດ້​ຢືນ​ຢັນ​ອີກວ່າ ມີ 6 ຄົນແລ້ວ​ທີ່​ເສຍ​ຊີ​ວິດ​ຍ້ອນ​ໃຊ້ຢາ​ສູບ​ໄຟ​ຟ້າ. ຕົວ​ເລກ​ຫລ້າ​ສຸດ​ທີ່​ວ່າ​ນີ້ ໄດ້​ເຜີຍ​ແຜ່​ອອກ​ມາໃນ​ວັນ​ສຸກວັນທີ 13 ກັນ​ຍາ​ ທີ່​ຜ່ານ​ມານີ້. ເຖິງ​ແມ່ນ​ວ່າການ​ສູບກອ​ກ​ຢາ​ໄຟ​ຟ້າ ຊຶ່ງ​ຄັ້ງ​ນຶ່ງ​ເຄີຍ​ຖືກ​ໂຄ​ສະ​ນາ​ວ່າ ເປັນ​ສິ່ງ​ທີ່​ໃຊ້​ທົດ​ແທນ​ໃຫ້​ແກ່​ຢາ​ສູບ​ໄດ້​ນັ້ນ ແຕ່​ວ່າ ອີງ​ຕາມ​ລາຍ​ງານ​ຂ່າວຂອງ Carol Pearson, ນັກ​ຂ່າວ​ວີ​ໂອ​ເອ ກໍ​ແມ່ນ​ວ່າ ​ການ​ສຶກ​ສາ​ຄົ້ນ​ຄວ້ານັບ​ມື້ ນັບສະ​ແດງ​ໃຫ້ເຫັນແຈ້ງ​ຂຶ້ນ​ວ່າ ກອ​ກ​ຢາ​ໄຟ​ຟ້າສາ​ມາດ​ທີ່​ຈະ​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງໄດ້. ບົວ​ສະ​ຫວັນ ​ມີ​ລາຍ​ລະ​ອຽດ​ກ່ຽວ​ກັບ​ເລື້ອງນີ້ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


ໃນ​ເມື່ອ​ກ່ອນນັ້ນ ໄວ​ໜຸ່ມ​ທັງ​ຫລາຍບໍ່​ໄດ້​ຄິດ​ຫຍັງ​ຫລາຍເລີຍ ກ່ຽວ​ກັບການ​ສູບ​ກອກຢາ​ໄຟ​ຟ້າ​ ຫ​ລື vaping. ທີ່​ຈິງ​ແລ້ວ, ​ກອກຢາ​ໄຟ​ຟ້າຫຍີ່​ຫໍ້​ນຶ່ງທີ່​ຊື່ ​ວ່າ ຈູລ (Juul) ແມ່ນ​ຖືກ​ໂຄ​ສະ​ນາອີກດ້ວ​ຍ​ຊ້ຳ​ວ່າ ການ​ສູບກອກ​ຢາໄຟ​ຟ້ານີ້​ແມ່ນ​ປອດ​ໄພ ​ກວ່າ​ການ​ສູບ​ຢາ​ສູບ​ທຳ​ມະ​ດາ, ແຕ່​ວ່າ​ການ​ສູບກອກ​ຢາ​ໄຟ​ຟ້ານີ້​ເອງ​ທີ່​ພາ​ໃຫ້ທ້າວ ອາ​ດາມ ເຮີ​ເກິນ​ແຣ​ເດີ (Adam Hergenreder) ໄປນອນ​ໂຮງ​ໝໍ.

ດ​ຣ. ໂຣ​ເບີດ ແກ​ລດ​ເຕີ້ (Robert Glatter), ຈາກ​ໂຮງ​ໝໍລີ​ນັອ​ກ​ສ໌ ຮີ​ລ (Lenox Hill) ໃນ​ນະ​ຄອນ​ນີວຢອກ​ເວົ້າ​ວ່າ:
"ທຸກໆ​ຄັ້ງ​ທີ່​ພວກ​ເຂົາ​ສູບກອກ​ຢາ​ໄຟ​ຟ້າ ແລະ​ດູດ​ເອົາຄວັນ​ເຂົ້າ​ໄປ​ໃນ​ປອດຂອງ​ພວກ​ເຂົາ ມັນ​ບໍ່​ແມ່ນການລະ​ເຫີຍອາຍຂອງ​ນ້ຳ, ມັນ​ມີ​ສານ​ເຄ​ມີ​ຢູ່​ໃນ​ນັ້ນ ຊຶ່ງ​ລວມ​ມີສານແອລເດິ​ຮາຍ​ສ໌ (aldehydes) ແລະ​ເຫລົ້າ​ພິ​ເສດ​ທີ່ຖືກ​ຜະ​ລິດ​ຂຶ້ນ​ມາ​ຍ້ອນການ​ເຮັດ​ໃຫ້ສິ່ງ​ສາ​ມາດ​ລະ​ລາຍ​ເຫລົ່ານີ້ທີ່​ມີຢູ່​ໃນ​ທາດ​ແຫລວ​ທີ່​ສູບ​ເຂົ້າ​ໄປ​ນັ້ນ ມີ​ຄວາມ​ຮ້ອນ​ຂຶ້ນ.”

ໃນ​ການກວດ​ເບິ່ງ​ທາດ​ແຫລວ​ໃນ​ຈຳ​ນວນ 150 ຊະ​ນິດ​ຕ່າງ​ກັນຢູ່​ໃນ​ຢາ​ສູບ​ໄຟ​ຟ້າ, ພວກ​ນັກ​ວິ​ທະ​ຍາ​ສາດ​ໄດ້​ພົບ​ວ່າມີ​ສານ​ເຄ​ມີຢູ່ 200 ຊະ​ນິດ​ແຕກ​ຕ່າງ​ກັນ. ຜົນ​ກະ​ທົບ​ຂອງ​ມັນ​ຕໍ່​ຮ່າງ​ກາຍ​ຂອງ​ຄົນເຮົາ​ແມ່ນບໍ່​ມີ​ໃຜ​ຮູ້.

ທ້າວອາ​ດາມ ເຮີ​ເກິນ​ແຣ​ເດີ (Adam Hergenreder) ທີ່​ເປັນ​ຄົນ​ປ່ວຍ​ເວົ້າ​ວ່າ:
"ຂ້ອຍ​ມີ​ອາ​ຍຸ 18 ປີ ແລະ​ປອດ​ຂອງ​ຂ້ອຍ​ແມ່ນ​ຄື​ກັນ​ກັບ​ປອດ​ຂອງ​ຄົນ​ອາ​ຍຸ 70 ປີ."

ບັນ​ດານັກ​ວິ​ທະ​ຍາ​ສາດພົບ​ວ່າ ການ​ສູບກອກ​ຢາ​ໄຟ​ຟ້າ ເຮັດ​ໃຫ້​ປອດ​ມີ​ການ​ປ່ຽນ​ແປງ​ຄື​ກັນ​ກັບ​ການ​ປ່ຽນ​ແປງ​ຢູ່​ໃນຮ່າງ​ກາຍ​ຂອງຄົນ​ສູບ​ຢາ​ທີ່​ເປັນ​ໂຣກ​ປອດໄຄ່​ພອງ​ຂຶ້ນ. ​ທາດ​ໂປ​ຣ​ຕີນ​ທີ່​ມີ​ຊື່​ວ່າ ໂປ​ຣ​ເຕ​ເອ​ຊິ​ສ (proteases) ຊຶ່ງ​ແປ​ວ່າ​ນ້ຳ​ຍ່ອຍ​ໂປ​ຣ​ຕິນ ​ທີ່​ຖືກ​ພົບ​ເຫັນຢູ່​ໃນ​ປອດ​ຂອງ​ຄົນ​ສູບ​ຢາ​ໄຟ​ຟ້າ​ບາງ​ຄົນ.

​ສາດ​ສະ​ດາ​ຈານ ໂຣ​ເບີດ ແທ​ແຣນ (Robert Tarran) ຈາກໂຮງ​ຮຽນ​ແພດ​ສາດ ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ ຄາ​ໂຣ​ໄລ​ນາ​ເໜືອບອກວ່າ:
"ວິ​ທີ​ທີ່​ດີ​ທີ່​ສຸດທີ່​ຈະ​ອະ​ທິ​ບາຍ​ກ່ຽວ​ກັບ​ມັນ​ກໍ​ຄື ມັນ​ເປັນ​ມີດ​ຕັດທີ່​ເປັນ​ໂມ​ລະ​ກູ​ລ ນ້ອຍໆ ສະ​ນັ້ນທາດໂປ​ຣ​ເທ​ເອ​ຊິ​ສ ກໍ​ຄື​ທາດ​ໂປ​ຣ​ຕີນ ທີ່​ຕັດທາດ​ໂປ​ຣ​ຕິນໂຕ​ອື່ນໆ ​ອອກ​ເປັນ​ປ່ຽງໆ ນັ້ນ​ເອງ.”

ການ​ທີ່​ມີທາດໂປ​ຣ​ເຕ​ເອ​ຊິ​ສ (proteases) ຢູ່​ໃນ​ປອດແມ່ນເປັນ​ເລື້ອງ​ທຳ​ມະ​ດາ. ແຕ່​ວ່າທາດໂປ​ຣ​ເຕ​ເອ​ຊິ​ສ (proteases) ແມ່ນ​ເພີ້ມ​ຂຶ້ນ​ເມື່ອ​ປອດຖືກ​ທຳ​ລາຍ.


ສາດ​ສະ​ດາ​ຈານ ແທ​ແຣນ (Tarran) ກ່າວ​ຕໍ່​ໄປ​ວ່າ:
"ສິ່ງ​ທີ່​ພວກ​ເຮົາ​ໄດ້​ພົບ​ກໍ​ຄື​ລະ​ດັບທາດໂປ​ຣ​ເຕ​ເອສຢູ່​ໃນ​ປອດ​ຂອງ​ພວກ​ສູບກອກ​ຢາ​ໄຟ​ຟ້າ ເພີ້ມ​ສູງຂຶ້ນເທົ່າ​ກັນ​ກັບຈຳ​ນວນ​ທາດ​ດັ່ງ​ກ່າວ ​ຢູ່​ໃນ​ປອດ​ຂອງ​ຄົນ​ສູບ​ຢາ​ທຳ​ມະ​ດາ."

ສາດ​ສະ​ດາ​ຈານ ແທ​ແຣນ (Tarran) ໃຫ້​ຄຳ​ເຫັນ​ເພີ້ມ​ອີກວ່າ ທາດ​ນີ​ໂກ​ຕິນ (nicotine) ມີ​ສ່ວນ​ພົວ​ພັນ​ກັບ​ລະ​ດັບ​ຂອງທາດໂປ​ຣ​ເຕ​ເອສ​ທີ່​ມີ​ລະ​ດັບ​ສູງຢູ່​ໃນ​ປອດ.

ມັນ​ໄວ​ເກີນ​ໄປ​ທີ່​ຈະ​ທຳ​ການສຶກ​ສາ​ຄົ້ນ​ຄວ້າກ່ຽວ​ກັບ​ຜົນ​ກະ​ທົບ​ໄລ​ຍະ​ຍາວ ຂອງ​ການ​ສູບ​ຢາ​ໄຟ​ຟ້າ ຫລື​ ຈະ​ສຶກ​ສາ​ເບິ່ງວ່າ ເດັກ​ໄວ​ໜຸ່ມ​ທີ່ຍັງ​ມີ​ປອດ​ສືບ​ຕໍ່​ພອງ​ຂຶ້ນ​ຢູ່ນັ້ນ ສ​ມາດ​ທີ່​ຈະໄດ້​ຮັບມີ​ຜົນກະ​ທົບ​ທີ່ບໍ່​ດີ​ໄດ້​ງ່າຍກວ່າ​ຜູ້​ໃຫຍ່ ​ທີ່​ສູບ​ຢາ​ໄຟ​ຟ້າ ​ຫລືບໍ່.

ໃນ​ປັດ​ຈຸ​ບັນ​ນີ້ສູນ CDC ເວົ້າ​ວ່າ ''ຄົນ​ຄວນ​ພິ​ຈາ​ລະ​ນາ ຫລີກ​ເວັ້ນ​ການ​ໃຊ້​ຢາ​ສູບ​ໄຟ​ຟ້າ'' ໃນ​ຂະ​ນະ​ທີ່​ສູນ​ດັ່ງ​ກ່າວ​ກຳ​ລັງ​ທຳ​ການ​ຄົ້ນ​ຄວ້າ​ເບິ່ງຈຳ​ນວນ​ທີ່ເພີ້ມ​ຂຶ້ນຂອງ​ຜູ້​ເຈັບ​ປ່ວຍ​ຢູ່ນີ້.

ກຸ່ມ​ນັກ​ການ​ແພດ​ກຸ່ມ​ອື່ນ ແມ່ນ​ໃຊ້​ຖ້ອຍ​ຄຳ​ທີ່​ແຮງກວ່າ. ສະ​ມາ​ຄົມ​ການ​ແພດ​ອາ​ເມ​ຣິ​ກັນ ກຳ​ລັງຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຫລີກ​ລ້ຽງ​ການ​ໃຊ້​ຜະ​ລິດ​ຕະ​ພັນ​ຢາ​ສູບ​ໄຟ​ຟ້າ.

ແລະ​ພວກ​ເຈົ້າ​ໜ້າ​ທີ່ຂອງ​ສະ​ມາ​ຄົມການ​ແພດ​ແຫ່ງ​ຊາດ​ໃນ​ລະ​ດັບ​ຄາວ​ຕີ ແລະ​ລະ​ດັບ​ເມືອງ ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ການ​ປະ​ຕິ​ບັດ​ງານເພື່ອບໍ່​ໃຫ້​ພວກ​ຊາວ​ໜຸ່ມ​ສູບ​ກອກ​ຢາ​ໄຟ​ຟ້າ​ອີກ​ຕໍ່​ໄປ.

ອ່ານແລະ​ເບິ່ງວີ​ດິ​ໂອກ​ກ່ຽວ​ກັບ​ເລອ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG