ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຝື້ອຂີ້ເຖົ່າຈາກພູໄຟ ຍັງປົກຄຸມທົ່ວຢູໂຣບ


ການ​ສັນຈອນ​ທາງ​ອາກາດ​ໃນ​ທົ່ວ​ຢູ​ໂຣບ ຍັງ​ຖືກ​ລົບ​ກວນ​ຢ່າງ​ຮ້າຍ​ແຮງ ຢູ່​ຕໍ່​ມາ ເປັນ​ມື້​ທີ່ 4 ​ໃນ​ວັນ​ອາທິດ​ນີ້ ຍ້ອນ​ວ່າຂີ້​ເຖົ່າທີ່​ພູ​ໄຟໃນປະ​ເທດ ເກາະ​ໄອສະ​ແລນ ພົ່ນຂື້ນ​ສູ່​ອາກາດ​ເປັນ​ເຝື້ອ​ທີ່​ໜາ​ແໜ້ນ​ນັ້ນ ຍັງໄຫລ ​ໄປ​ປົກ​ຄຸມຢູ່​ໃນ​ທົ່ວຜືນແຜ່ນດິນ​ໃຫຍ່​ຢູ​ໂຣບ.

ອົງການ​ຈະລາຈອນ​ທາງ​ອາກາ​ດຂອງ​ສະຫະພາບ​ຢູ​ໂຣບກ່າວ​ວ່າ ທິດ ທາງ​ປິວ​ຂອງ​ລົມ​ ສໍ່​ສະ​ແດງ​ວ່າ ພູ​ໄຟ​ລະ​ເບີດ​ຄັ້ງນີ້​ຍັງ​ຈະສືບ​ຕໍ່​ມີ​ຜົນ​ກະ ທົບ​ຕໍ່ການບິນ​ຢູ່​ໃນ​ທົ່ວ​ໂລກ ​ໃນ​ອີກ​ຫລາຍ​ມື້ຂ້າງ​ໜ້​າ.

ຖ້ຽວ​ບິນ​ຈາກ​ທົ່ວ​ຢູ​ໂຣບ​ໄດ້​ຖືກລົບ​ລ້າງ​ແລະ​ຕັດ​ລົງມາ ເຫລືອ​ພຽງ​ນຶ່ງ ສ່ວນ​ສີ່​ຂອງ​ຈຳນວນຖ້ຽວ​ບິນ​ຕາມ​ປົກກະຕິ​ໃນ​ວັນ​ເສົາ​ວານ​ນີ້ ສົ່ງ​ຜົນ​ກະ ທົບ​ຕໍ່ຜູ້​ໂດຍສານຫລາຍ​ແສນ​ຄົນ​ໃນ​ທົ່ວ​ໂລກ ​ແລະ​ເຮັດ​ໃຫ້​ພວກ​ສາຍ​ການບິນ​ທັງຫລາຍ​ເສຍ​ເງິນ ​ໄປ​ຫລາຍ​ຮ້ອຍລ້ານ​ດອລລ່າ​ໃນ​ແຕ່​ລະ​ມື້. ພວກ​ຄົນ​ເດີນທາງ​ພາກັນ​ລຸ​ຫລັ່ງ ໄປ​ອັດ​ແອ​ແຫຍ້​ກັນ ​ຂີ່​ລົດ​ໄຟ ລົດ​ເມ ກຳ​ປັ່ນ​ຂ້າມ​ຟາກ ​ແລະ​ລົດແທັກ​ຊີ້ ​ເພື່ອໃຫ້​ເດີນທາງ​ໄປ​ຮອດ​ຈຸດໝາຍ ປາຍທາງຂອງ​ເຂົາ​ເຈົ້າ. ພວກ​ບໍລິສັດ​ລົດ​ແທັກ​ຊີ້​ເວົ້າວ່າ ​ເຂົ້າ​ເຈົ້າ​ໄດ້ຮັບ ​ເງິນ​ຄ່າ​ຈ້າງ​ຫລາຍ​ພັນ​ດອລລ່າ ​ເພື່ອ​ໃຫ້​ຂັບ​ພາ​ຜູ້​ໂດຍສານ​ເດີນທາງ​ຂ້າມ​ຢູ​ໂຣບ.

XS
SM
MD
LG