ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທາງດ່ວນວຽງຈັນ-ວັງວຽງ ໄດ້ຮັບຜົນກະທົບຈາກໂຄວິດ-19 ພຽງໜ້ອຍດຽວ ແລະຈະສໍາເລັດໃນທ້າຍປີນີ້ 


ທ່ວດ່ວນວັງວຽງ
ທ່ວດ່ວນວັງວຽງ

ທາງດ່ວນ ວຽງຈັນ-ວັງວຽງ ທີ່ມີຄວາມຍາວ 100 ກວ່າກິໂລແມັດ ແລະກໍ່ສ້າງໂດຍບໍລິສັດ
ແລະນັກລົງທຶນຈີນຖືວ່າໄດ້ຮັບຜົນກະທົບຈາກການລະບາດຂອງພະ ຍາດໂຄວິດ-19
ພຽງແຕ່ໜ້ອຍດຽວ ແລະຄາດວ່າຈະສໍາເລັດຕາມແຜນການ ແລະຈະເລີ້ມເປີດໃຫ້ຄົນໃຊ້
ໄດ້ໃນວັນ ທີ 2 ທັນວາປີນີ້ ຊຶ່ງເປັນຊາດຂອງລາວ. ກິ່ງສະ ຫວັນ ມີລາຍລາຍລະອຽດເພີ້ມ
ເຕີມຈາກນັກຂ່າວຂອງພວກເຮົາມາສະເໜີ ທ່ານໃນອັນດັບຕໍ່ໄປ.

ເຊີນຊົມວີດີໂອ
please wait

No media source currently available

0:00 0:00:58 0:00
ລິງໂດຍກົງ

ໂຄງການທາງດ່ວນວຽງຈັນ-ວັງວຽງ ທີ່ເຊື່ອມຕໍ່ຈາກນະຄອນຫລວງວຽງຈັນ ໄປ ຫາສະ
ຖານທີ່ທ່ອງທ່ຽວ ໃນເຂດເມືອງວັງວຽງແຂວງວຽງຈັນ ທີ່ມີຄວາມຍາວ 113.5 ກິໂລແມັດ
ເລີ້ມຕົ້ນກໍ່ສ້າງໃນປີ 2018 ໂດຍບໍລິສັດຢຸ່ນໜ່ານຂອງຈີນນັ້ນ ຄາດວ່າຈະສໍາເລັດໃນ
ທ້າຍປີນີ້ ດັ່ງການໃຫ້ສໍາພາດຂອງເຈົ້າໜ້າທີ່ຂັ້ນສູງ ທ່ານນຶ່ງ ຈະພະແນກໂຍທາ ແລະ
ຂົນສົ່ງຂອງນະຄອນຫລວງວຽງຈັນທີ່ກ່າວວ່າ:

“ກ່ຽວກັບທາງດ່ວນວຽງຈັນ-ວັງວຽງນີ້ ປັດຈຸບັນໂຄງການທາງດ່ວນວຽງຈັນ-ວັງວຽງ ຊຶ່ງ
ໄລຍະທາງທັງໝົດ 113.5 ກິໂລແມັດ, ຄວາມຄືບໜ້າຮອດເດືອນ 6 ເນາະຫາເດືອນ 7
ຄວາມຄືບໜ້າກະປະມານໄດ້ 70 ເປັນເຊັນ ຂອງໂຄງການ ລະກໍ່ໂຄງການດັ່ງກ່າວ
ກໍາລັງຂຸ້ນຂ້ຽວ ເລັ່ງໃຫ້ແລ້ວເພື່ອໃຫ້ທັນເປີດໃນທ້າຍປີ ວັນ ຊາດທີ 2 ທັນວາໃນປີນີ້ .
ບໍລິສັດລົງທຶນແມ່ນບໍລິສັດຢູນນານ ຂອງປະເທດຈີນ 95 ເປີເຊັນ ແລະ 5 ເປີເຊັນ
ແມ່ນລັດຖະບານລາວມີສ່ວນຮ່ວມ.”

ໂຄງການກໍ່ສ້າງທາງດ່ວນດັ່ງກ່າວທີ່ໃຊ້ເງິນທຶນເຖິງ 1,300 ລ້ານໂດລາ ເປັນໂຄງການ
ລົງທຶນທີ່ໃຫຍ່ໂດຍບໍລິສັດຈີນທີ່ມີອາຍຸສໍາປະທານ 50 ປີ, ຊຶ່ງຕາມຄໍາຄິດເຫັນຂອງເຈົ້າ
ໜ້າທີ່ຂັ້ນສູງອີກ ທ່ານນຶ່ງໃນນະຄອນຫລວງແລ້ວ ຖືວ່າເປັນໂຄງການລົງທຶນຕ່າງປະ
ເທດທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໜ້ອຍກວ່າໝູ່ ເມື່ອ
ທຽບໃສ່ໂຄງການລົງທຶນໃຫຍ່ອັນອື່ນ ເຊັ່ນທາງລົດໄຟລາວ-ຈີນ ເຖິງແມ່ນວ່າຈະມີການ
ປະກາດຂອງລັດຖະບານລາວໃຫ້ປິດການດໍາເນີນງານໄວ້ຊ່ວງໄລຍະນຶ່ງ ເພື່ອສະກັດ
ກັ້ນການລະບາດຂອງພະຍາດໂຄວິດ-19 ກໍຕາມ. ທ່ານໃຫ້ຄວາມເຫັນດັ່ງນີ້:

ຊຶ່ງວ່າເນາະ ຂໍ້ສະດວກ ຫລືວ່າຂໍ້ຫຍຸ້ງຍາກຂອງໂຄງການດັ່ງກ່າວ ແຕ່ວ່າຂໍ້ສະດວກ
ຂອງໂຄງການນີ້ ສ່ວນຫລາຍຄືບໍລິສັດນີ້ ສ່ວນຫລາຍກົນຈັກອື່ນໆ ຢູ່ລາວເນາະ ບໍ່ຄືໂຄງ
ການທາງລົດໄຟບໍ່ໄດ້ນໍາເຂົ້າມາຈາກຈີນ. ສະນັ້ນການກໍ່ສ້າຈຶ່ງບໍ່ໄດ້ຮັບຜົນກະທົບຈາກໂຄວິດ. ໂຄງການດໍາເນີນການກໍ່ສ້າງໄດ້ຕະຫລອດເວລາ. ຕາມແນວທາງຂອງລັດຖະບານ
ແລ້ວເພິ່ນກະມີຄໍາສັ່ງໃຫ້ຢຸດໃນຊ່ວງໂຄວິດ ຈຶ່ງສົ່ງຜົນກະທົບໃຫ້ຢຸດເຊົາຢູ່ ແຕ່ມັນກະ
ໄດ້ເຮັດໃຫ້ຊັກຊ້າພຽງເລັກນ້ອຍ ບໍ່ເຖິງຂັ້ນຫລ້າຊ້າກວ່າແຜນການ ບໍ່ຄືທາງລົດໄຟໄດ໋.”

ເມື່ອເວົ້າເຖິງການທົດແທນຄ່າເສຍຫາຍຄືນໃຫ້ແກ່ເຈົ້າຂອງດິນທີ່ຖືກເວນຄືນ ແລະຊັບ
ສິນທີ່ຖືກກະທົບນັ້ນ ລັດຖະບານລາວກໍປະຕິບັດໄດ້ດີສົມຄວນ, ອີງຕາມ ຄໍາຄິດເຫັນຂອງປະຊາຊົນ ທ່ານນຶ່ງໃນເຂດເມືອງນາຊາຍທອງ, ນະຄອນຫລວງວຽງຈັນທີ່ໃຫ້ສໍາພາດ
ກັບ ວີໂອເອວ່າ:

“ໄດ້ໝົດໄດ້ໝົດ ໄດ້ໝົດ ມັນກະອີງຕາມດິນ ດິນປຸກສ້າງ ດິນທຸລະກິດ ຫຼື ວ່າດິນຈັ່ງໃດ
ມັນກະລາຄາແນວນັ້ນ.”

ແຕ່ເຖິງຢ່າງໃດ ເມື່ອທາງດ່ວນຈະເປີດໃຫ້ຄົນເລີ້ມໃຊ້ໄດ້ໃນວັນທີ 2 ທັນວາ ກໍຄືວັນ
ຊາດຂອງລາວນີ້ແລ້ວ ການຊົດເຊີຍຄ່າເສຍຫາຍໃຫ້ແກ່ຜູ້ໄດ້ຮັບຜົນກະທົບຈາກໂຄງ
ການນີ້ ກໍຍັງບໍ່ທັນປະຕິບັດໄດ້ຮ້ອຍເປີເຊັນເທື່ອ. ຍັງມີຫລາຍກໍລະນີທີ່ຄ້າງຄາຢູ່ຍ້ອນ
ຫລາຍສາເຫດ. ບາງກະລະນີກໍບໍ່ພໍໃຈກັບຄ່າງຊົດເຊີຍຄ່າເວນຄືນ ທີ່ດິນ ແລະຊັບສິນ
ຕ່າງໆ ດັ່ງກ່ານໃຫ້ສໍາພາດຂອງເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງທີ່ມີເຮືອນຕັ້ງຢູ່ແຄມທາງດ່ວນ
ດັ່ງກ່າວວ່າ:

“ທາງດ່ວນມັນກະກາຍບ້ານຂ້ອຍນີ້ຫລະ. ມັນໄດ້ 85 ເປີເຊັນແລ້ວ ມັນເລີ້ມແຕ່ ສາມ
ແຍກສີເກີດຮອດວັງວຽງ. ໂຄງການນີ້ເປັນໂຄງການລວມກັນ ລະຫວ່າງລັດຖະບານເປັນ
ຜູ້ລົງທຶນຈີນ. ລັດຖະບານລາວ ຖືຮຸ້ນ 5 ເປີເຊັນ ກັບບໍລິສັດເອກະຊົນຈີນ 95 ເປີເຊັນຊົດ
ເຊີຍກາຍັງປະມານ 10 ຫລັງ. ຊົດເຊີຍບໍ່ທັນແລ້ວຍັງ 10 ຫລັງ. ແລະ ກາຍັງ 15 ຫລັງ
ແມ່ນກໍາລັງໄກ່ເກ່ຍ. ຄ່າຊົດເຊີຍຈໍານວນນຶ່ງ ຍັງປະທານ 20 ກວ່າຫລັງ 26 ຫລັງ ທີ່ບໍ່ຮູ້
ມັນເປັນດິນທີ່ບໍ່ເຈົ້າຂອງຫັ້ນໜາ, ດິນ 26 ຕອນ ຫັ້ນນະ, ແຈ້ງມາແລ້ວກາບໍ່ມີຜູ້ມາອຸທອນ.
ບໍ່ມີເຈົ້າຂອງ. ລະດຽວນີ້ຍັງ 15 ຄອບຄົວກໍາລັງໄກ່ເກ່ຍ ແລະອີກ 10 ເຈົ້າບໍ່ຍອມຮັບຄ່າຊົດເຊີຍ. ຄິດເປັນເປີເຊັນກະໄດ້ປະມານ 95.6% ໜີ້ຫລະ. ມັນຢູ່ບໍ່ໄດ້ດອກພວກນັ້ນ
ລັດຖະບານເຮັດກະຮຽບຮ້ອຍໂລດຫລະນໍ ເອີ. ດິນ 600 ກວ່າຕອນໜິ ເຈົ້າຊິມາຂັດຢູ່ ປະມານ 10 ຕອນໜິ ເຈົ້າຊິໄປຢູ່ໄດ້ບໍ.”

ສະຫລຸບແລ້ວ ທາງດ່ວນວຽງຈັນ-ວັງວຽງຄາດວ່າ ຍັງຈະສໍາເລັດຕາມແຜນການ ເຖິງ
ແມ່ນວ່າຈະໄດ້ຮັບຜົນກະທົບສ່ວນໃດສ່ວນນຶ່ງຈາກມາດຕະການປິດເມືອງ, ປິດໂຄງ
ການທີ່ວາງອອກມາໂດຍລັດຖະບານເພື່ອສະກັດກັ້ນການລະບາດຂອງ ພະຍາດໂຄວິດ-
19 ແລະຍັງມີບັນຫາຄ້າງຄາໃນການ ຊົດເຊີຍຄ່າເສຍຫາຍໃຫ້ເຈົ້າຂອງດິນໃນຈໍານວນ
ນຶ່ງຢູ່ກໍ

XS
SM
MD
LG