ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແຜ່ນດິນໄຫວ ທີ່ໝູ່ເກາະ VANUATU


ພວກນັກວິທະຍາສາດກ່າວວ່າແຜ່ນດິນໄຫວຂະໜາດ
ແຮງໄດ້ສັ່ນສະເທືອນໝູ່ເກາະ VANUATU ໃນເຂດ
ມະຫາສະມຸດປາຊີຟິກໃນຕອນບ່າຍຂອງວັນອັງຄານມື້ນີ້.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດເວົ້າວ່າ
ໄດ້ເກີດແຜ່ນດິນໄຫວທີ່ ມີຄວາມແຮງ 7.5 ຢູ່​ໃຕ້​ພື້ນ​ທະ
ເລເລິກລົງໄປປະມານ 35 ກິໂລແມັດຫ່າງຈາກເມືອງທ່າ
VILA ໄປທາງຕາເວັນຕົກສຽງເໜືອປະມານ 40 ຫຼັກ
ກິໂລແມັດ.

ສູນກາງເຕືອນໄພສຶນາມິໃນເຂດມະຫາສະມຸດປາຊີຟິກກ່າວວ່າໄດ້ເກີດຟອງສຶນາມິຂະໜາດ
ນ້ອຍປະມານ 22 ຊັງຕິແມັດ ແຕ່ບໍ່ມີໄພອັນຕະລາຍຈາກຟອງສຶນາມິຂະໜາດໃຫຍ່ຕໍ່ເຂດ
ແຄມຝັ່ງຂອງມະຫາສະມຸດປາຊີຟິກແຕ່ຢ່າງໃດ.

ບໍ່ມີລາຍງານກ່ຽວ​ກັບຄວາມເສຍຫາຍຫຼືການບາດເຈັບລົ້ມຕາຍແຕ່ຢ່າງໃດຈາກໝູ່ເກາະ
VANUATU ຊຶ່ງປະກອບດ້ວຍເກາະດອນນ້ອຍໃຫຍ່ທັງໝົດ 80 ກວ່າເກາະດອນນັ້ນ.

XS
SM
MD
LG