ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແວນນູອາຕູ ສັ່ງໃຫ້ ປະຊາຊົນ ຍົກຍ້າຍອອກ ຈາກເກາະ ທີ່ມີພູໄຟ ລະເບີດ 


ປະຊາຊົນພາກັນຫອບເຄື່ອງຂອງ ຍົກຍ້າຍອອກຈາກກາະແອມແບ (Ambae) ປະເທດແວນນູອາຕູ ຍ້ອນພູໄຟລະເບີດ ໃນເດືອນກັນຍາ ປີ 2017
ປະຊາຊົນພາກັນຫອບເຄື່ອງຂອງ ຍົກຍ້າຍອອກຈາກກາະແອມແບ (Ambae) ປະເທດແວນນູອາຕູ ຍ້ອນພູໄຟລະເບີດ ໃນເດືອນກັນຍາ ປີ 2017

ປະເທດແວນນູອາຕູ ໄດ້ອອກຄໍາສັ່ງ ບັງຄັບໃຫ້ມີການຍົກຍ້າຍຄົນທີ່ອາໄສຢູ່ໃນເກາະ
ແອມແບ (Ambae) ອອກໝົດ ເພາະມີການເຄື່ອນໄຫວຂອງພູໄຟ.

ລັດຖະບານປະເທດດັ່ງກ່າວໄດ້ປະກາດສະພາວະສຸກເສີນສໍາລັບເກາະດັ່ງກ່າວຄືນອີກ
ໃນວັນສຸກມື້ນີ້ ພາຍຫລັງທີ່ພູໄຟໜ່ວຍນຶ່ງໄດ້ລະເບີດຂຶ້ນໂດຍໄດ້ປ່ອຍຂີ້ເທົ່າພຸ້ງຂຶ້ນ
ໄປເຕັມທ້ອງຟ້າ.

ຄົນທີ່ອາໄສຢູ່ໃນເກາະແອມແບ (Ambae) ປະມານ 10,000 ຄົນໄດ້ຮັບຄໍາສັ່ງໃຫ້
ຍົກຍ້າຍອອກສອງຄັ້ງແລ້ວ ນັບຕັ້ງແຕ່ເດືອນກັນຍາທີ່ຜ່ານມາ ຕອນທີ່ພູໄຟເລີ້ມລະ
ເບີດນັ້ນ.

ນາງ ລີລຽນ ແກຣໍ (Lillian Garaw) ທີ່ເປັນຄົນອາໄສ ຢູ່ໃນເກາະແອມແບ ຜູ້ນຶ່ງກ່າວ
ຕໍ່ອົງການເອພີ ຫລື Associated Press ວ່າ ນາງນອນບໍ່ຄ່ອຍໄດ້ເພາະວ່າມີສຽງລົບ
ກວນຈາກພູໄຟ. ນາງເວົ້າອີກວ່າ ຂີ້ເທົ່າໄດ້ເຮັດໃຫ້ພວກເດັກນ້ອຍຈໍານວນນຶ່ງທີ່ເປັນ
ໂຣກຫືດ ນັ້ນເພີ້ມຄວາມຮ້າຍແຮງຂຶ້ນ.

ພາບພູໄຟມານາໂຣ (Manaro) ຢູ່ເກາະແອມແບ ຂອງປະເທດແວນນູອາຕູ
ພາບພູໄຟມານາໂຣ (Manaro) ຢູ່ເກາະແອມແບ ຂອງປະເທດແວນນູອາຕູ

ຄົນທີ່ອາໄສຢູ່ໃນເກາະແອມແບຫລາຍພັນຄົນຖືກບັງຄັບໃຫ້ຍ້າຍໜີຈາກບ້ານເຮືອນຂອງຕົນ
ໃນຕອນທີ່ພູໄຟມານາໂຣ (Manaro) ລະເບີດໃນຄັ້ງແລ້ວນີ້ ໃນປີ 2005.

ປະເທດແວນນູອາຕູເປັນບ່ອນຢູ່ອາໄສຂອງພົນລະເມືອງພຽງແຕ່ 280,000 ຄົນເທົ່ານັ້ນ ທີ່ແຈກຢາຍກັນຢູ່ແຫ່ງຕ່າງໆ ໃນ 80 ເກາະ ແມ່ນຕັ້ງຢູ່ໃນເຂດທີ່ເອີ້ນວ່າ "ວົງແຫວນ
ຂອງໄຟ" ຂອງມະຫາສະໝຸດປາຊີຟິກ ຊຶ່ງເປັນເຂດທີ່ມີເສັ້ນຮອຍແຕກຂອງແຜ່ນດິນ
ໄຫວ ທີ່ຍັງເຄື່ອນໄຫວຢູ່ ຊຶ່ງເປັນບ່ອນທີ່ມັກເກີດແຜ່ນດິນໄຫວ ແລະພູໄຟລະເບີດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG