ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ຍານາງວັນເພັງ ດວງດາຣາ ນາຍແພດ ວາງຢາສະຫຼົບ ຢູ່ໂຮງໝໍ ລັດເທັນແນັສຊີ


ຍານາງວັນເພັງ ດວງດາຣາ ນາຍແພດວາງຢາສະຫລົບ ຢູ່ໂຮງໝໍ ເຊັນເທນຽລ ລັດເທັນແນັສຊີ.
ຍານາງວັນເພັງ ດວງດາຣາ ນາຍແພດວາງຢາສະຫລົບ ຢູ່ໂຮງໝໍ ເຊັນເທນຽລ ລັດເທັນແນັສຊີ.

ທ່ານຜູ້ຟັງທີ່ເຄົາລົບ ​ໃນ​ການ​ຕິດ​ຕາມເບິ່ງ​ຄວາມ​ກ້າວໜ້າ​ຂອງບັນດາ​ແມ່ຍິງ​ອາ​ເມຣິກັນ
ເຊື້ອສາຍລາວ ເນື່ອງ​ໃນວັນສະຫລອງ ວັນ​ແມ່ຍິງ​ສາກົນ ​ ​ວັນທີ 8 ເດືອນມີນາ ທີ່ຈະມາ
ເຖິງນີ້ ລາຍການຊີວິດຊາວລາວ ຂອງ ວີໂອເອ ຈຶ່ງໄດ້ຫາໂອກາດ ສະເໜີການສຳພາດ
ກັບຍານາງ​ວັນ​ເພັງ ດວງ​ດາຣາ ທີ່ໄດ້ຮັບຜົນສຳເລັດ ໃນອາຊີບວຽກງານ ທີ່ໜ້າສັນລະ
ເສີນອີກຜູ້ນຶ່ງ. ຜູ້ກ່ຽວ​ເປັນ​ນາຍ​ແພດ​ຝ່າ​ຍ​ວາງ​ຢາ​ສະ​ຫລົບ ​ໃຫ້​ແກ່​ຄົນປ່ວຍ ​ກ່ອນ​ການ​
ຜ່ານ​ຕັດຢູ່​ໂຮງໝໍ Sentinel ທີ່​ລັດ Tennessee. ວັນ​ເພງ ​ໄດ້ຜ່ານ​ກັບຊີວິດທີ່​ຍາກ​ລໍາ
ບາກ​ຫລາຍໆ​ຢ່າງ ກ່ອນ​ທີ່​ຈະ​ໄດ້​ບັນລຸ​ຜົນສຳ​ເລັດ. ຄວາມ​ເປັນ​ມາ​ຂອງ ຍານາງ​ວັນ​ເພັງ
​ເປັນ​ຢ່າງ​ໃດ​ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ຍານາງວັນເພັງ ດວງດາຣາ
ຍານາງວັນເພັງ ດວງດາຣາ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ​ອາ​ເມຣິກັນ​ເຊື້ອສາຍ​ລາວ
​ໃນ​ສັດຕະວັດ​ທີ 21 ໄດ້​ພິສູດ​ໃຫ້​ເຫັນ​ຫຼາຍໆຢ່າງ ໃນຄວາມມານະ​ອົດທົນ ​ສະຫລຽວ​
ສະຫລາດ ​ແລະສິດ​ເສລີ​ພາບ ໄປ​ຈາກບັນດາ​ແມ່ຍິງ​ ທີ່​ຍັງຕົກຢູ່​ພາຍ​ໃຕ້​ການ​ຖືກ​ກີດ
​ກັ້ນຢູ່ໃນ​ຫລາຍໆ​ປະ​ເທດທົ່ວ​ໂລ​ກ. ສະຫະລັດ​ອາ​ເມຣິກາ ​ໄດ້​ພິ​ສູດ​ໃຫ້​ເຫັນ​ຊໍ້າ​ແລ້​ວ
ຊໍ້​າອີກ​ ​ເຖິງ​ອິດ​ສະລະພາບ​ດ້ານ​ການ​ສຶກສາ ​ແລະ​ການ​ປະກອບ​ວິຊາ​ອາ​ຊິ​ບຕ່າງໆ
ໂດຍໄດ້ບັນລຸ​ເປັນ​ຜົນສຳ​ເລັດໃນໝູ່ປະຊາກອນ​ທີ່ ​ເຂົ້າ​ມາຕັ້ງ​ຖິ່ນ​ຖານ​ຈາກປະ​ເທດ
ຕ່າງໆ​ທົ່ວ​ທຸກ​ມຸມ​ໂລກ.

ຊາວອາ​ເມຣິກັນ​ເຊື້ອສາຍ​ລາວກໍ​ແມ່ນ​ກຸ່ມ​ນຶ່ງ ທີ່​ເປັນ​ຜູ້​ໂຊກ​ດີ​ ມີ​ໂອກາດ​ອັນ​ສຳຄັນ ໃນ
​ການ​ຮັບ​ໃຊ້​ສັງຄົມ ​ແລະສ້າງສາ​ສະຫະລັດ. ​ເຂົາ​ເຈົ້າ​ມີ​ໂອກາດສະ​ແຫວ​ງຫາການ​ສຶກ
ສາສູງ ​ເພື່ອ​ອະນາຄົດ​ອັນ​ແຈ່​ມ​ໃສ ​ແລະ​ເປັນ​ຜະລິດຜົນ​ອັນ ​ດີ​ເລີດ​ຂອງ​ປະ​ເທດ. ຍາ
ນາງ​ວັນ​ເພັງ ​ດວງດາຣາ ນາຍແພດ​ໃສ່​ຢາ​ສະ​ຫລົບ ​ແມ່ນ​ສະຕີ​ອາ​ເມຣິກັນ​ເຊື້ອສາຍ​
ລາວ​ທີ່​ໜ້າ​ສັນລະ​ເສີນ​ທີ່​ສຸດ. ຊິວິດ​ຂອງ​ນາງ​ໄດ້​ຜ່ານ​ຜ່າ​ກັບຄວາມ​ຍາກ​ລຳບາກ ​ໄດ້
​ເຫັນ​ເຫດການຂອງ​ຊີວິດຫລາຍໆ​ຢ່າງ​ເຊັນ​ວ່າ ຄວາມ​ໂສກ​ເສົ້າ ການ​ເປັນລູກ​ກຳພ້າ
ການ​ຂາດ​ເຂີນ​ຢາ​ປົວ​ພະຍາດ ແລະການຫ​ລົບ​ໜີ​ຈາກ​ຄວາມກົດ​ດັນ​ບໍ່​ມີ​ອິດ​ສະລະ​ພາບ.
ສິ່ງ​ເຫລົ່າ​ນີ້ ​ໄດ້ກາຍ​ມາ​ເປັນ​ຢາກຳລັງໃຈ ​ເຮັດ​ໃຫ້​ນາງ​ມີ​ມານະ​ອົດທົນ ຕໍ່ສູ້​ກັບ​ອຸບປະ
ສັກ​ທຸກ​ຂັ້ນ​ຕອນໃນ​ການ​ຕັ້ງ​ຊີວິດ​ໃໝ່​ ຈົນ​ບັນລຸ​ຜົນສຳ​ເລັດ​ຢ່າງໜ້າ​ເພີ່ງ​ພໍ​ໃຈ​. ວັນ​ເພັງ
ເຂົ້າມາ​ຕັ້ງ​ຖິ່ນ​ຖານ ​ຢູ່​ໃນ​ສະຫະລັດ​ໃນ​ປີ 1981 ​ເວລາ​ນັ້ນ​ມີ​ອາຍຸ​ໄດ້ 17 ປີ ປັດຈຸ​ບັ​ນນີ້
ແມ່ນນາຍ​ແພດຝ່າຍ​ວາງ​ຢາ​ສະຫລົບ ກ່ອນ​ການ​ຜ່າຕັດ​ໃຫ້​ແກ່​ຄົນ​ເຈັບຢູ່​ໂຮງໝໍ
Sentinel ທີ່​ລັດ Tennessee ຕັ້ງ​ຢູ່ທາງພາກ​ໃຕ້​ຂອງ​ສະຫະລັດ ຊຶ່ງ​ຍານາງ​ວັນ​ເພັງ
​ໄດ້​ກ່າວເຖິງຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ວຽກ​ການ​ສູ່ ວີ​ໂອ​ເອ ຟັງດັ່ງ​ນີ້:

ກ່ອນ​ວັນເພັງຈະ​ໄດ້​ກາຍ​ມາ​ເປັນ​ນາຍ​ແພດ​ວາງຢາ​ງສະຫລົບ ນາງ​ໄດ້​ເປັນ​ນາງພະຍາ
ບານ​ຢູ່​ໃນ​ຫ້ອງ​ຜ່າຕັດ​ຊົ່ວ​ໄລຍະ​ນຶ່ງ ຍານາງ​ໄດ້​ເຫັນ​ສະພາບ​ການຄົນ​ເຈັບ​ທຸກໆ​ຢ່າງ ​
ແລະ​ບໍ່​ມີ​ຄວາມ​ຢ້ານ​ກົວໃດໆ. ​ເພື່ອ​ຄວາມ​ກ້າວໜ້າ ​ໄປຕື່ມອີກຍານາງໄດ້ສຶກສາຮໍ່​າຮຽນ
​ຕໍ່ ​ເອົາ​ວິຊາຝ່າຍ​ວາງຢາ​ສະຫລົບໃນ​ຂະນະ​ທີ່​ເຮັດ​ວຽກ​ຢູ່​ຫ້ອງ​ຜ່າ​ຕັດ ຊຶ່ງວັນ​ເພັງ​ໄດ້​
ເຫລົ່​າເຖິງ​ປະສົບ​ການ​ຕອນນີ້ສູ່​ຟັງ​ວ່າ:

ການ​ເປັນ​ນາງພະຍາບານ ​ແລະ​ນາຍ​ແພດ​ຢູ່ໃນ​ສະຫະລັດ ​ມີລາຍ​ໄດ້​ປະຈຳ​ປີສູງ​ສົມ
ຄວນ ຊຶ່ງ​ຂຶ້ນ​ຢູ່​ກັບ​ເຂດ​ເມືອງ​ຕ່າງໆ ​ຈາກ​ລະດັບ​ເປັນ​ນາງພະຍາບານ ຂຶ້ນ​ຫາ​ລະດັບ​
ນາຍ​ແພດ​ຜູ້​ວາງຢາ​ສະຫລົບ ​ແລະຂັ້ນ​ດອກ​ເຕີ​. ​ວິຊາ​ອາຊີບ​ດັ່ງກ່າວ​ນີ້ ມີ​ຄວາມຮັບ
ຜິດຊອບ​ສູງທີ່​ສຸດຕໍ່ຊີວິດ​ຂອງ​ຄົນ​ເຈັບ ​ຊຶ່ງ​ອາດ​ເຖິງ​ຂັ້ນ​ຟ້ອງ​ຮ້ອງໄດ້ ຖ້າ​ຫາກ​ຜິດ
ພາດ ຊຶ່ງ​ວັນ​ເພັງ​ໄດ້​ກ່າວ​ເຖິງລາຍ​ໄດ້​ປະຈຳ​ປີ​ດັ່ງ​ນີ້:

ຍານາງວັນເພັງ ແລະເພື່ອນຮ່ວມງານ ກຳລັງວາງຢາສະຫລົບ.
ຍານາງວັນເພັງ ແລະເພື່ອນຮ່ວມງານ ກຳລັງວາງຢາສະຫລົບ.

ຊີວິດ​ຂອງ​ວັນ​ເພັງ ​ເປັນທີ່ໜ້າ​ສັນລະ​ເສີນ ໃນ​ຄວາມ​ບຶກ​ບືນ ມີ​ມານະອົດ​ທົນ ​ແລະ​ຕໍ່ສູ້​
ກັບ​ອຸບ​ປະ​ສັກ​ຊິ​ວີ​ດຕ່າງໆ​ນາໆ. ນາງ​ເປັນແມ່ຍິງອາ​ເມຣິກັນ​ເຊື້ອສາຍ​ລາວ ​ຢູ່​ໃນ​
ສະຫະລັດ ທີ່​ຂະ​ບວນການ​ແມ່​ຍິງ​ສາກົນ​ໄດ້​ປູ​ທາງ​ໄວ້​ໃຫ້. ​ເພາະສະ​ນັ້ນ ເນື່ອງໃນ​ໂອ
ກາດ​ວັນ​ສະຫລອງ​ແມ່ຍິງ​ສາກົນ ວັນ​ທີ 8 ​ເດືອນ​ມີ​ນາ​ອາທິດ​ໜ້າ​ນີ້ ວັນ​ເພັງ ​ໄດ້ກ່າວ
ເຖິງສ່ວນ​ພົວພັນກ່ຽວ​ກັບ​ເລື່ອງ​ນີ້​ວ່າ:

ຍານ​າງວັນ​ເພັງ ​ໄດ້​ສະຫລຸບ ​ແລະ​ກ່າວ​ເຖິງ​ຊີວິດ​ຄວາມ​ເປັນ​ມາ​ດັ່ງ​ນີ້:

ພ້ອມ​ດຽວ​ກັນ​ນີ້ ຄະນະ​ຈັດ​ທຳລາຍ​ການ ວີ​ໂອ​ເອ ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ມາ​ຍັງ​ຍາ
ນາງ​ວັນ​ເພັງ ດວງດາຣາ ທີ່​ໄດ້​ແບ່ງປັນ​ຄວາມ​ເປັນ​ມາໃນປະ​ສົບ​ການຂອງ​ຊີ​ວິ​ດຂອງຜູ້
ກ່ຽວ ​ທີ່ໄດ້​ວາງ​ບົດບາດໄວ້ໃຫ້​ເປັນ​ໂຕ​ຢ່າງ​ທີ່​ດີ​ໃຫ້​ແກ່​ເຍົາວະ​ຊົນ​ລຸ້ນ​ຫລັງຂອງພວກເຮົາ.

XS
SM
MD
LG