ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທ່ອງທ່ຽວໃນເມືອງ ວັງວຽງ ກຳລັງຟື້ນຕົວຢ່າງຊ້າໆ ໃນລະຫວ່າງໂຣກລະບາດ


ທີວທັດສະຖານທີ່ທ່ອງທ່ຽວໃນເມືອງວັງວຽງ, ແຂວງ ວຽງຈັນ.
ທີວທັດສະຖານທີ່ທ່ອງທ່ຽວໃນເມືອງວັງວຽງ, ແຂວງ ວຽງຈັນ.

ນັບຕັ້ງແຕ່ໄວຣັສໂຄໂຣນາໄດ້ຖືກປະກາດເປັນໂຣກລະບາດເມື່ອປີກາຍນີ້, ນັກທ່ອງທ່ຽວຊາວຕ່າງຊາດທີ່ເດີນທາງມາຢ້ຽມຢາມ ລາວ ໄດ້ຫຼຸດລົງຢ່າງຫຼວງ ຫຼາຍ, ແລະ ພາກສ່ວນການບໍລິການ ແລະ ທ່ອງທ່ຽວໃນ ລາວ ກໍໄດ້ສູນເສຍລາຍໄດ້ຢ່າງມະຫາສານ.

ເມືອງວັງວຽງ ແຂວງວຽງຈັນ ເຊິ່ງແມ່ນນຶ່ງໃນສະຖານທີ່ທ່ອງທ່ຽວຍອດນິຍົມໃນ ລາວ ຂອງຄົນຕ່າງປະເທດນັ້ນ, ແມ່ນບໍ່ມີນັກທ່ອງທ່ຽວຈາກຕ່າງປະເທດເລີຍ, ເຮັດໃຫ້ເມືອງດັ່ງກ່າວງຽບເຫງົາເປັນພິເສດ.

ເພື່ອເປັນການແກ້ໄຂຕໍ່ບັນຫາການຕົກຕໍ່ໃນພາກສ່ວນການບໍລິການ ແລະ ທ່ອງທ່ຽວນັ້ນ, ລັດຖະ ບານ ລາວ ກໍໄດ້ສົ່ງເສີມໃຫ້ຄົນລາວທ່ຽວລາວ ເລີ່ມຕົ້ນໃນກາງປີ 2020.

ການສົ່ງເສີມຄົນ ລາວທ່ຽວລາວ ແມ່ນໄດ້ຜົນດີພໍສົມຄວນ, ປະຊາຊົນ ລາວ ໂດຍສະເພາະແມ່ນຜູ້ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນກໍປາກົດວ່າ ໄດ້ເດີນທາງໄປທ່ຽວຢູ່ເມືອງວັງວຽງຫຼາຍຂຶ້ນ. ດັ່ງທີ່ແມ່ຍິງຄົນນຶ່ງທີ່ອາໄສຢູ່ນະຄອນ ຫຼວງວຽງຈັນ ໄດ້ກ່າວຕໍ່ພວກເຮົາໂດຍບໍ່ປະສົງອອກຊື່ວ່າ “ຈາກແຕ່ກ່ອນແມ່ນມາ ວັງວຽງນີ້ຈະເຫັນນັກທ່ອງທ່ຽວຫຼາຍ, ມາດຽວນີ້ບໍ່ເຫັນນັກທ່ອງທ່ຽວມາຈາກຕ່າງ ປະເທດກໍເປັນຕ່າງໆຕາ. ແຕ່ວ່າກົງກັນຂ້າມໄດ້ເຫັນນັກທ່ອງທ່ຽວພາຍໃນ ພາກັນໄປທ່ຽວວັງວຽງຫຼາຍຂຶ້ນກໍຮູ້ສຶກດີໃຈທີ່ປະຊາຊົນ ລາວ ຫັນມາສະໜັບ ສະໜູນການທ່ອງທ່ຽວພາຍໃນເພີ່ມຂຶ້ນ. ເຫດຜົນທີ່ເພີ່ມຂຶ້ນຫຼາຍກໍແມ່ນຍ້ອນການ ເປີດນຳໃຊ້ທາງດ່ວນ ວຽງຈັນ-ວັງວຽງ, ວັງວຽງ-ວຽງຈັນ ເຊິ່ງມີຄວາມສະດວກ ສະບາຍຫຼາຍ ສາມາດປະຢັດເວລາໃນການເດີນທາງ. ໃຊ້ເວລາພຽງແຕ່ 50 ນາທີກໍຮອດແລ້ວ ອັນນີ້ຖືວ່າສະດວກສະບາຍຫຼາຍ ແລະ ຈະເປີດໂອກາດໃຫ້ ອຸດສາຫະກຳການທ່ອງທ່ຽວຂອງເມືອງວັງວຽງໄດ້ຟື້ນໂຕຄືນພາຍຫຼັງຈາກການແຜ່ລະບາດຂອງພະຍາດໂຄວິດ-19.”

ເມື່ອບໍ່ດົນມານີ້ ວີໂອເອລາວ ໄດ້ລາຍງານວ່າ ບໍລິສັດ ຈີນ ໄດ້ຮັບອະນຸຍາດໃຫ້ສຳປະທານໂຄງ ການພັດທະນາເມືອງໃໝ່ຢູ່ໃນເຂດເມືອງວັງວຽງ ໂດຍຈະລົງທຶນໃນມູນຄ່າລວມເຖິງ 5,000 ລ້ານໂດລາ ເພື່ອພັດທະນາເຂດເມືອງໃໝ່ວັງວຽງ ທີ່ຝັ່ງຕາເວັນຕົກຂອງນໍ້າຊອງ ໃນພື້ນທີ່ສຳປະທານກວ້າງເຖິງ 7,000 ເຮັກຕາ ເພື່ອໃຫ້ເປັນເຂດທ່ອງທ່ຽວ ແລະ ບໍລິການຢ່າງຄົບຖ້ວນ.

XS
SM
MD
LG