ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ຊາວມົ້ງອາໄລອາວອນນໍາ ທ່ານນາຍພົນ ວາງປາວ ມື້ລາງຜູ້ນໍາປະຊາຄົມລາວມົ້ງ ໃນອະເມຣິກາ


ທ່ານນາຍພົນວາງປາວ ໃນພິທີເປີດງານ ວັນຮວມຊາວມົ້ງ Pacific Northwest 30 ປີ ໃນສະຫະລັດ.
ທ່ານນາຍພົນວາງປາວ ໃນພິທີເປີດງານ ວັນຮວມຊາວມົ້ງ Pacific Northwest 30 ປີ ໃນສະຫະລັດ.

ເນື່ອງໃນການຈາກໄປຂອງມື້ລາງທ່ານນາຍພົນວາງປາວ ຜູ້ນໍາຂອງປະຊາຄົມມົ້ງລາວ ອະເມຣິກັນໃນອາທິດທີ່ແລ້ວນີ້ ທາງລາຍການຊີວິດຊາວລາວໃນຕ່າງແດນຂອງ VOA ມື້ນີ້ ຈະນໍາສະເໜີຊີວະປະວັດຫຍໍ້ຂອງອະດີດທ່ານນາຍພົນ ວາງປາວ ພ້ອມກັບຄວາມຄິດຄວາມ ເຫັນຂອງຫຼາຍໆຄົນທີ່ກ່ຽວກັບທ່ານມາໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ຢ່າງທົ່ວເຖິງ ຂໍເຊີນພົບກັບວັນນະສອນໄດ້ເລີຍ.

ມື້ລາງທ່ານນາຍພົນ ວາງ ປາວ ຖືວ່າເປັນບຸກຄົນສໍາຄັນ
ຂອງປະຊາຄົມລາວອະເມຣິກັນ ໂດຍສະເພາະບັນດາ
ຊາວມົ້ງລາວອະເມຣິກັນ. ທ່ານເກີດເມື່ອວັນທີ 8 ທັນວາ
ປີ 1929 ທີ່ຊຽງຂວາງປະເທດລາວ,ຈົບການສຶກສາພຽງ
ແຕ່ປະຖົມສຶກສາຫ້ອງທີ່ 3 ເທົ່ານັ້ນແລະໄດ້ຮັບເຂົ້າຮັບໃຊ້
ເປັນທະທານຕັ້ງແຕ່ອາຍຸ 13 ປີ ເພື່ອເປັນສາຍສືບໃຫ້
ຝຣັ່ງ ແລະຊ່ອຍຝຣັ່ງໃນສົງຄາມອິນໂດຈີນ ໂດຍເປັນ
ຜູ້ນໍາພາພົນທະຫານ 600 ຄົນ.

ສັງສັນກັບພີ່ນ້ອງຊາວມົ້ງແລະ ChuPheng ແມ່ນນັ່ງຢູ່ດ້ານຂວາມືຂອງທ່ານນາຍພົນ.
ສັງສັນກັບພີ່ນ້ອງຊາວມົ້ງແລະ ChuPheng ແມ່ນນັ່ງຢູ່ດ້ານຂວາມືຂອງທ່ານນາຍພົນ.

ບົດບາດທີ່ເດັ່ນສຸດທີ່ທຸກຄົນຊາບກັນກໍຄົງຈະແມ່ນການທີ່ທ່ານນາຍພົນ ວາງ ປາວ ໄດ້ເຂົ້າ
ມາພົວພັນກັບ CIA ທີ່​ຊາບ​ກັນຄື ໜ່ວຍກອງໂຈນ​ພິ​ເສດ​ ຫຼື Special Guerrilla
Units ​ແລະ​ກໍ​ໄດ້​ເລື່ອນຊັ້ນ ​ຂຶ້ນ​ມາ​ເປັນ​ນາຍ​ພົນ​ໃນ​ກອງ​ທັບ​ແຫ່ງ​ພຣະຣາຊອານາຈັກ
ລາວ​ໃນ​ປີ 1964 ​ເປັນ​ຕົ້ນມາ ​ໃນ​ການ​ສົງຄາມ​ລັບ​ຂອງສະຫະ​ລັດ​ໃນ​ລາວ​ ຕໍ່ສູ້​ກັບ
ຄອມ​ມິວນີສ ຫວຽດນາມ​ເໜືອ.

ຕົກ​ມາ​ຮອດ​ເດືອນ​ມິຖຸນາ 1975 ​ໄດ້ອົບ​ພະຍົບ​ເຂົ້າ​ໄປ​ລີ້​ໃນ​ຝຣັ່ງ​ແລະ​ໃນ​ທີ່​ສຸດ​ ກໍ​ມາ​ຮອດ
Washington DC, ສະຫະ​ລັດ ​ໃນ​ເດືອນ​ຕໍ່​ມາ.

ບົດບາດ​ອັນ​ໃຫຽ່​ແລະ​ເດັ່ນ​ອີກອັນ​ນຶ່ງ ​ກໍ​ຄື​ການ​ຕັ້ງ​ສະມາຄົມ​ຄອບ​ຄົວລາວ​ຫຼື “Lao
Family" ຂຶ້ນ​ໃນປີ 1977. ຊຶ່ງ​ເປັນ​ອົງການ​ບໍ່​ຫາ​ຜົນ​ກໍາໄລ ຊ່ອຍ​ເຫຼືອ​ຊາວ​ອົບ​ພະຍົບ
ລາວ​ໃນ​ສະຫະລັດ, ມີ​ບົດບາດ​ໃນເລື່ອງ​ສິດທິ​ມະນຸດ, ຊ່ອຍ​ໃນ​ເລື່ອງ​ອົບ​ພະຍົບລາວ​ໃນ​
ໄທ, ຈົນ​ໄດ້​ມີ​ອົງການ “Lao Family” ຫຼາຍສາຂາ​ໃນ​ທົ່ວ​ສະຫະລັດ ຈາກລັດ
California ​ເຖິງລັດ Minisota​.

ທ່ານ​ອະດີດ​ນາຍ​ພົນ​ວາງ​ປາວ ​ທີ່​ໄດ້​ຖືກ​ເຊື້ອ​ເຊີນ​ໄປ​ເປີດ​ພິທີ​ ງານປີ​ໃໝ່ມົ້ງທີ່ Fresno,
California ຈຶ່ງບໍ່ໄດ້ມີໂອກາດກັບມາບ້ານທີ່ Orange County, California ເທື່ອ.
ວັນທີ 6 ເດືອນມັງກອນ ທີ່ເມືອງ Clovis, California ທ່ານ​ອະດີດ​ນາຍ​ພົນ​ ວາງ ​ປາວ
ໄດ້​ເຖິງ​ມໍລະນະ​ກໍາ ທ່າມກາງຍາດ​ພີ່ນ້ອງ​ແລະ​ເພື່ອນ​ຝູງ ຊຶ່ງ​ຮວມອາຍຸ​ໄດ້ 81 ປີ.

ທ່ານນ. ພ. ສະໄໝມາສະຫະລັດໃໝ່ໆ
ທ່ານນ. ພ. ສະໄໝມາສະຫະລັດໃໝ່ໆ

VOA ​ໄດ້​ສໍາພາດກັບ​ຫຼາຍ​ໆຄົນ​ທີ່​ຮູ້ຈັກ​ທ່ານ ນາຍ​ພົນ​ ວາງ ​ປາວ ດີ ອັນ​ມີ​ທ່ານ
ອະດີດນາຍ​ທະຫານ ທ່ານ​ຄໍາບາງ ສີບຸນ​ເຮືອງ ຜູ້ນໍາຂອງປະຊາຄົມລາວອະເມຣິກັນ
ຈາກລັດTennessee, ທ່ານ Chuphang ນັກທຸລະ​ກິດແລະ​ເປັນຮອງປະທານ​ສະມາ
ຄົມ “Lao Family” ​ແລະ​ເປັ​ນປະທານຂອງ​ລາວ​ມົ້ງຕ່າງ​ແດນ​ ຈາກ​ລັດ Minnesota
ພ້ອມ​ທັງ​ທ່ານ Vang Xiong ອະດີດປະທານ​ຄອບຄົວລາວ ​ສາຂາ​ລັດ Washington
ແລະ ຜູ້ກໍ່ຕັ້ງສະມາຄົມ Hmong Association of Spokane, WA.

ສໍາລັບ​ທ່ານ ​ເຈັງ ວາງ ນຶ່ງ​ໃນ​ລູກ​ 25 ຄົນ​ຂອງ​ທ່ານນາຍ​ພົນ​ ວາງ​ ປາວ ໄດ້ເປັນ​ຕົວ
ແທນ​ຂອງຄອບຄົວ​ໃຫ້ VOA ສໍາພາດຜ່ານທາງໂທລະ​ສັບ​ຈາກ ລັດ California
ຊຶ່ງທ່ານ​ສາມາດຮັບຟັງບົດ​ສຳພາດ​ທັງ​ໝົດ​ໄດ້​ໃນລາຍ​ງານ​ນີ້.

ທ່ານສາມາດ​ສອບ​ຖາມ​ຂໍ້​ມູນ​ກ່ຽວ​ກັບ​ວັນ​ສົ່ງສະການ​ຫຼື​ພິທີ​ຊາ​ປະ​ນະ​ກິດສົບຂອງ
ທ່ານນາຍ​ພົນ​ ວາງ ປາວ​ ໄດ້ທີ່:

GVPMemorialPR@gmail.com
651-260-7908 (English) and 559-367-2370.

XS
SM
MD
LG