ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຝ່າຍຄ້ານ ​ລັດຖະບານ ​ເວ​ເນ​ຊູ​ເອລາ ບໍ່ຍອມຮັບ​ເອົາ​ ຜົນ​ການ​ເລືອກ​ຕັ້ງ


ທະຫານຍາມແຫ່ງຊາດໄດ້ກວດຄົ້ນຊາຍຄົນນຶ່ງ ກ່ອນຈະ
ໃຫ້ລາວເຂົ້າໄປໃນສະຖານທີ່ປ່ອນບັດໃນຂະນະທີ່ມີການ
ເລືອກຕັ້ງ ລະດັບຂົງເຂດໃນນະຄອນ Caracas ຂອງ Venezuela ວັນທີ 15 ຕຸລາ, 2017.
ທະຫານຍາມແຫ່ງຊາດໄດ້ກວດຄົ້ນຊາຍຄົນນຶ່ງ ກ່ອນຈະ ໃຫ້ລາວເຂົ້າໄປໃນສະຖານທີ່ປ່ອນບັດໃນຂະນະທີ່ມີການ ເລືອກຕັ້ງ ລະດັບຂົງເຂດໃນນະຄອນ Caracas ຂອງ Venezuela ວັນທີ 15 ຕຸລາ, 2017.

ແນວ​ໂຮມ​ຝ່າຍຄ້ານ​ລັດຖະບານ​ເວ​ເນ​ຊູ​ເອລາ ບໍ່ຍອມຮັບ​ເອົາ​ຜົນ​ການ​ເລືອກ​ຕັ້ງ
ຜູ້​ປົກຄອງໃນ 23 ລັດ ​ໃນວັນອາທິດວານນີ້ ແລະ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ສະໝັກ​ເລືອກ
​ຕັ້ງຈາກ​ຝ່າຍ​ຄ້ານ​ລັດຖະບານ ພາກັນ​ເດີນ​ຂະ​ບວນປະ​ທ້ວງ​ຢູ່​ຕາມ​ທ້ອງ​ຖະໜົນ ​ໃນ​ວັນ​ຈັນ​ມື້ນີ້.

ທ່ານ Gerardo Blyde, ຜູ້​ອໍານວຍ​ການດ້ານ​ການ​ໂຄ​ສະ​ນາ​ຫາ​ສຽງຂອງ​ພັກ
Democratic Union Roundtable ຊຶ່ງ​ພາສາ​ສະ​ເປ​ນ​ເອີ້ນຫຍໍ້​ວ່າ MUD ທີ່​ໄດ້​
ຮຽກຮ້ອງ​ໃຫ້​ມີ​ການ​ດໍາ​ເນີນ​ການກວດ​ສອບ​ຜົນ​ການ​ເລືອກ​ຕັ້ງຢ່າງ​ເຕັມ​ສ່ວນນັ້ນ ​
ໄດ້​ກ່າວ​ວ່າ "ພວກ​ເຮົາ​ບໍ່ຮັບ​ຮູ້ຜົນ​ການ​ເລືອກ​ຕັ້ງ​ໃດໆ ​ທີ່​ຈັດ​ຂຶ້ນ ຢູ່​ໃນ​ເວລາ​ໃດໆ
ທັງໝົດ. ພວກ​ເຮົາ​ກໍາລັງປະ​ເຊີນ​ກັບສະພາບ​ທີ່​ຮ້າຍແຮງ​ຂອງ​ປະ​ເທດຢູ່​ໃນ​ເວລາ​ນີ້."

ການ​ຢັ່ງ​ຫາງສຽງສະ​ແດງ​ໃຫ້​ເຫັນ​ວ່າ​ ​ຜູ້​ສະໝັກ​ເລືອກ​ຕັ້ງຈາກແນວ​ໂຮ​ມຂອງ​ພັກ
MUD ຂ້ອນ​ຂ້າງ​ ຈະ​ຊະນະ​ການ​ເລືອກ​ຕັ້ງ​ເພາະໄດ້​ຄະ​ແນນ​ຫລາຍ​ກວ່າ​ເຄິງ​ນຶ່ງ
​ເມື່ອທຽບກັບ ຄູ່​ແຂ່ງ​ຂອງ​ເຂົ​າ​ເຈົ້າ.

​ແຕ່​ວ່າ ​ໃນຕອນ​ທ້າຍໆຂອງ​ວັນ​ອາທິດ​ວານ​ນີ້, ທ່ານ Tibisay Lucena ປະ​ທານ
​ຄະນະ​ກໍາມະການ​ເລືອກ​ຕັ້ງທີ່​ສະໜັບສະໜຸນພວກລັດຖະບານ​ເວົ້າວ່າ ພັກ​ສັງຄົມ​
ນິຍົມ ຂອງ​ປະທານາທິບໍດີ Nicolas Maduro ທີ່​ກໍາລັງ​ປົກຄອງ​ປະ​ເທດ​ຢູ່​ນັ້ນ ​ໄດ້
​ຊະນະ​ການ​ເລືອກ​ຕັ້ງໃນ​ການ​ເປັນ​ຜູ້​ປົກຄອງ​ລັດ 17 ​ບ່ອນ​ນັ່ງ ​ໃນ​ຂະນະ​ທີ່ ​ແນວ​ໂຮມ
MUD ທີ່​ເປັນ​ຝ່າຍ​ຄ້ານ​ນັ້ນ ​ໄດ້ 5 ບ່ອນນັ່ງ.

ທ່ານ Maduro ທີ່​ມີອາຍຸ 54 ປີ ​ໄດ້​ຊົມ​ເຊີຍ​ໄຊ​ຊະນະ ​ໃນ​ນາມ​ວ່າ​ເປັນ​ການເອົາ​ຊະນະ
"Chavismo," ຊຶ່ງ​ໝາຍ​ເຖິງຊື່​ຂອງ​ຂະ​ບວນການ​ເພື່ອ​ຍາດ​ເອົາ​ການ​ປົກຄອງ​ຈາກ​ອະ
ດີດ​ປະທານາທິບໍດີ Hugo Chavez ​ແລະ​ເພື່ອ​ປະຊາທິປະ​ໄຕ.

ທ່ານ Maduro ກ່າວ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ໃນ​ການ​ກ່າວ​ຄໍາ​ປາ​ໄສ ທີ່​ຖ່າຍ​ທອດ​ສົດ ​
ທາງ​ໂທລະພາບ​ວ່າ "ມື້ນີ້ Chavism (ພວກ​ຝ່າຍ​ຄ້ານ) ໄດ້​ສູນ​ເສຍ​ໄປ. ມື້ນີ້ ພວກ​ເຮົາ
​ມີການ​ປົກຄອງ​ລັດ ຢູ່ 17 ​ແຫ່ງ. ມື້ນີ້ພວກ​ເຮົາ​ໄດ້ 54 ​ເປີ​ເຊັນ​ຂອງ​ຄະ​ແນນ​ສຽງທັງໝົດ.
ມື້ນີ້ພວກ​ເຮົາ​ມີ ການ​ເຂົ້າຮ່ວມ​ການ​ເລືອກ​ຕັ້ງຢູ່ 61 ​ເປີ​ເຊັນ. ​ແລະມື້ນີ້ ປິຕຸ​ພູມ​ຂອງ
ພວກ​ເຮົາ ໄດ້​ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ ​ໂດຍ​ການ​ມີການ​ປົກຄອງ​ລັດຢູ່ 75 ​ເປີ​ເຊັນ
(ທີ່​ໄດ້​ຕັດສິນ​ແລ້ວ)."

ບໍ່ພໍ​ເທົ່າ​ໃດ​ນາທີ​ກ່ອນໜ້ານັ້ນ ພວກ​ຜູ້​ນໍາ​ຝ່າຍ​ຄ້ານ​ໄດ້​ເຕືອນວ່າ ຄະນະ​ກໍາມະການເລືອກ
ຕັ້ງທີ່​ສະໜັບສະໜູນພວກລັດຖະບານ​ກໍາລັງ​ຈະ​ປະກາດ​ຜົນ​ການ​ເລືອກ​ຕັ້ງທີ່​ຄັດ​ກັບຄວາມ
​ແນ່ນອນ​ຂອງ​ສິ່ງ​ທີ່​ພວກ​ເຂົາ​ເຈົ້າຖືວ່າ ​ເປັນ​ໄຊຊະນະ "ອັນໃຫຍ່​ຫລວງ" ນັ້ນ. ທ່ານ Blyde
ກ່າວ​ຕໍ່ພວກ​ນັກ​ຂ່າວ​ວ່າ "ພວກ​ເຮົາ​ສົງ​ໄສ ​ແລະ​ບໍ່​ເຊື່ອຜົນ​ການ​ເລືອກ​ຕັ້ງນີ້​ຢ່າງແທ້ຈິງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ເບິ່ງວີດິໂອກ່ຽວກັບຂ່າວນີ້ເພີ້ມ

Venezuela Elections
please wait
Embed

No media source currently available

0:00 0:02:42 0:00

XS
SM
MD
LG