ຮອງປະທານາທິບໍດີສະຫະລັດ ທ່ານ ເຈດີ ແວັນສ໌ ໄດ້ວາງຮູບຮ່າງທັດສະນະແບບອະນຸລັກຂອງລາວ ກ່ຽວກັບວຽກງານການຕ່າງປະເທດ ໃນວັນພະຫັດແລ້ວນີ້ ຢູ່ທີ່ກອງປະຊຸມການດໍາເນີນງານທາງດ້ານການເມືອງແບບອະນຸລັກນິຍົມ, ພ້ອມດ້ວຍບັນດານັກການເມືອງຕ່າງປະເທດທີ່ກ່າວວ່າ ພວກເຂົາເຈົ້າສະໜັບສະໜູນວາລະຂອງປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ
ຄໍາເຕືອນສໍາລັບຢູໂຣບ, ທີ່ໄດ້ຖືກນໍາສົ່ງໂດຍຮອງປະທານາທິບໍດີສະຫະລັດ ທ່ານ ເຈດີ ແວັນສ໌.
ທ່ານ ເຈດີ ແວັນສ໌, ຮອງປະທານາທິບໍດີສະຫະລັດ ກ່າວວ່າ:
“ເອົາລະ, ຄິດເບິ່ງ, ແນ່ນອນ ພວກເຮົາຈະສືບຕໍ່ເປັນພັນທະມິດທີ່ສໍາຄັນກັບຢູໂຣບ. ແຕ່ຂ້າພະເຈົ້າກໍ່ຄິດວ່າ ຄວາມເຂັ້ມແຂງຂອງພັນທະມິດເຫຼົ່ານັ້ນ ແມ່ນຂຶ້ນກັບວ່າ ພວກເຮົາຈະນໍາສັງຄົມຂອງພວກເຮົາໄປໃນທິດທາງທີ່ຖືກຕ້ອງ ຫຼືບໍ.”
ທ່ານ ແວັນສ໌ ໄດ້ກ່າວໃນວັນພະຫັດແລ້ວນີ້ ຢູ່ທີ່ກອງປະຊຸມການດຳເນີນງານທາງດ້ານການເມືອງແບບອະນຸລັກນິຍົມປະຈຳປີ (Conservative Political Action Conference). ການໂຮມຊຸມນຸມໃນປີນີ້ ໄດ້ດຶງດູດເອົາຜູ້ນໍາຢູໂຣບທີ່ມີແນວຄິດ ອຽງຂວາ ຈາກ ອາເຈນຕິນາ, ອັງກິດ, ໂປແລນ, ຮັງກາຣີ ແລະ ອີຕາລີ.
ນັກວິເຄາະກ່າວວ່າ ພວກເຂົາເຈົ້າກຳລັງຕິດຕາມເບິ່ງການຫຼົ້ມຈົມຂອງພັນທະມິດທີ່ສຳຄັນທີ່ສຸດແຫ່ງນຶ່ງຂອງ ສະຫະລັດ ທີ່ກໍາລັງຖືກເປີດເຜີຍໃນເວລາອັນແທ້ຈິງ.
ທ່ານ ຈິມ ເຄສເລີ (Jim Kessler) ເປັນຮອງປະທານບໍລິຫານດ້ານນະໂຍບາຍຂອງຝ່າຍ Third Way ຫຼືທາງທີສາມ, ກ່າວຜ່ານ Zoom ວ່າ:
“ຂ້າພະເຈົ້າຄິດວ່າ ພວກທ່ານຕ້ອງໄຕ່ຕອງສິ່ງທີ່ເກີດຂຶ້ນຢູ່ CPAC ຢ່າງຈິງຈັງທີ່ສຸດ. ແລະທ່ານກໍຮູ້ວ່າ ສິ່ງທີ່ພວກເຮົາກໍາລັງມອງເຫັນຢູ່ທີ່ນີ້ ແມ່ນການແບ່ງແຍກຂອງ ອາເມຣິກາ ອອກຈາກພັນທະມິດດັ້ງເດີມຂອງພວກເຮົາໃນຢູໂຣບ, ຈາກອົງການ NATO. ແລະນີ້ແມ່ນຄູ່ພາຄີມາໄດ້ 80 ປີ ທີ່ເບິ່ງຄືວ່າ ມັນກໍາລັງແຕກຫັກນະເວລານີ້. ແລະດັ່ງນັ້ນ, ຂ້າພະເຈົ້າຄິດວ່າ ນັ້ນແມ່ນຄວາມກັງວົນສໍາລັບຊາວອາເມຣິກັນ ແລະເປັນຄວາມກັງວົນສໍາລັບປະຊາຊົນຊາວຢູໂຣບ ຢ່າງແທ້ຈິງ.”
ບໍ່ແມ່ນຊາວຢູໂຣບທັງໝົດ ທີ່ບໍ່ເຫັນດີກັບລັດຖະບານຂອງ ທ່ານ ທຣໍາ.
ທ່ານ ບາລາສ ອໍບານ (Balázs Orbán), ຜູ້ອໍານວຍການທາງດ້ານການເມືອງຂອງນາຍົກລັດຖະມົນຕີຮັງກາລີ, ທ່ານ ວິກເຕີ ອໍບານ ກ່າວວ່າ:
“ຍຸຕິສົງຄາມ. ປະທານາທິບໍດີ ທຣໍາ ເວົ້າຖືກ, ດັ່ງທີ່ໄດ້ກ່າວໂດຍນາຍົກລັດຖະມົນຕີຂອງພວກຂ້າພະເຈົ້າ, ສົງຄາມນີ້ ຕ້ອງສິ້ນສຸດລົງ ເນື່ອງຈາກມັນບໍ່ໄດ້ເຮັດໃຫ້ພວກເຮົາໄປຮອດຈຸດໃດເລີຍ. ສົງຄາມມັນບ້າ, ມີປະຊາຊົນຫຼາຍຮ້ອຍຄົນ ແລະຫຼາຍແສນຄົນເສຍຊີວິດຍ້ອນມັນ.”
ທ່ານນາງ ໄດອານນາ ໂລວານາວີຈີ ໂຊຊົວກາ (Diana Iovanovici Șoșoacă), ສະມາຊິກລັດຖະສະພາຢູໂຣບ ຜູ້ທີ່ເປັນຫົວໜ້າພັກອຽງຂວາໃນໂຣມາເນຍ ກ່າວຕໍ່ VOA ວ່າ ລັດຖະບານຂອງ ທ່ານທຣໍາ ໄດ້ທໍາການເຊື້ອເຊີນທ່ານນາງ, ເຊິ່ງທ່ານນາງເວົ້າວ່າ ນີ້ແມ່ນການເຂົ້າຮ່ວມ CPAC ຄັ້ງທໍາອິດຂອງທ່ານນາງ, ໂດຍທ່ານນາງໄດ້ກ່າວໃນຈຸດຢືນຂອງທ່ານນາງ ທີ່ມີຮ່ວມກັນກັບທ່ານ ທຣໍາ, ທ່ານນາງກ່າວວ່າ ຈຸດຢືນດັ່ງກ່າວນັ້ນ ໄດ້ເຮັດໃຫ້ສານລັດຖະທຳມະນູນຂອງ ໂຣມາເນຍ ສັ່ງຫ້າມທ່ານນາງເຂົ້າຮ່ວມການແຂ່ງຂັນເລືອກຕັ້ງເປັນປະທານາທິບໍດີຂອງປະເທດໃນປີ 2024.
ທ່ານນາງ ໄດແອນນາ ໂລວານາວີຈີ ໂຊຊົວກາ, ສະມາຊິກລັດຖະສະພາຢູໂຣບ ເວົ້າວ່າ:
“ເນື່ອງຈາກຂ້າພະເຈົ້າມີຄວາມຄິດຕໍ່ຕ້ານສະຫະພາບຢູໂຣບ, ເນື່ອງຈາກຂ້າພະເຈົ້າມີແນວຄິດຕໍ່ຕ້ານອົງການ NATO, ດ້ວຍການກະທຳເຫຼົ່ານັ້ນ ຂອງອົງການ NATO ເພື່ອສ້າງສົງຄາມ ຫຼື ບາງສິ່ງບາງຢ່າງແນວນັ້ນ. ແລະເນື່ອງຈາກທ່າທີທີ່ເປັນອິດສະຫຼະຂອງຂ້າພະເຈົ້າ, ລວມທັງເຫດຜົນທີ່ຂ້າພະເຈົ້າຕໍ່ຕ້ານການສັກຢາວັກຊີນປ້ອງກັນ Covid, ແລະຍ້ອນຂ້າພະເຈົ້າຕໍ່ຕ້ານການໃສ່ໜ້າກາກອະນາໄມ, ແລະເນື່ອງຈາກຂ້າພະເຈົ້າເປັນສຽງຂອງປະເທດ ໂຣມາເນຍ ຄືກັບພວກເຈົ້າເປັນ ສຽງຂອງອາເມຣິກາ, ໃນເລື້ອງ “Plandemic,” (CQ ທິດສະດີສົມຮູ້ຮ່ວມຄິດ) ເຈົ້າມີຄວາມຄິດເຫັນທີ່ຂັດຕໍ່ລັດຖະທໍາມະນູນ, ດັ່ງນັ້ນ ທ່ານຈຶ່ງບໍ່ສາມາດໄປຮັບການເລືອກຕັ້ງໄດ້.”
ກອງປະຊຸມ CPAC ມີຄວາມໝາຍສໍາຄັນໃນການຊຸກຍູ້ ທ່ານ ທຣໍາ ກ້າວຂຶ້ນສູ່ຕຳແໜ່ງສູງສຸດທາງດ້ານການເມືອງແບບອະນຸລັກນິຍົມ. ທ່ານ ທຣໍາ ໄດ້ກ່າວຢູ່ທີ່ກອງປະຊຸມໃນສະໄໝທໍາອິດຂອງທ່ານ, ໃນປີນີ້ ທ່ານໄດ້ກ່າວໃນວັນເສົາທີ່ຜ່ານມາ.
ອ່ານບົດລາຍງານດ້ານລຸ່ນນີ້ເປັນພາສາອັງກິດ
Vice President JD Vance sketched his conservative view of foreign affairs Thursday at the Conservative Political Action Conference, accompanied by foreign politicians who say they support President Donald Trump’s agenda. VOA White House correspondent Anita Powell reports from Washington.
A warning for Europe, delivered by Vice President JD Vance:
JD Vance, US Vice President:
"Well, look, obviously we're going to continue to have important alliances with Europe. But I really do think the strength of those alliances is going to depend on whether we take our societies in the right direction.”
Vance spoke Thursday at the annual Conservative Political Action Conference. This year’s gathering drew in right-leaning European leaders from Argentina, Britain, Poland, Hungary and Italy.
Analysts say they are watching the dissolution of one of the United States’ most important alliances play out in real time.
Jim Kessler is executive vice president for policy at Third Way.
Jim Kessler, Third Way, Zoom:
“I think you have to take what's going on at CPAC very, very seriously. And you know what we're witnessing here is a separation of America from our traditional allies in Europe, from NATO. And this is an 80-year partnership that looks like it's fracturing right now. And so, I think that that's a concern for Americans and really a concern for Europe.”
Not all Europeans disagree with the Trump administration.
Balázs Orbán is political director for Hungarian Prime Minister Viktor Orbán.
Balázs Orbán, Hungarian Prime Minister's Political Director:
"End the war. President Trump is right. As it was said by my prime minister, this war has to end because it brings us nowhere. It's crazy. Hundreds and hundreds of thousands of people are dying."
Diana Iovanovici Șoșoacă, a member of European Parliament who heads a far-right party in Romania, told VOA that the Trump administration invited her. This, she said, is her first CPAC. She spoke of the stances she shares with Trump – stances that, she says, led Romania’s Constitutional Court to ban her from that nation’s 2024 presidential race.
Diana Iovanovici Șoșoacă, European Parliament Member:
“Because I have opinions against the European Union, because I have opinions against NATO, with these actions of NATO, to create a war, or something like that. And because of my statements of liberty, and because I was against vaccination Covid and because I was against masks, and I was the voice of Romania as you are the Voice of America, in “Plandemic,” (CQ) you have unconstitutional opinions so you cannot go to be elected.’”
The CPAC conference was instrumental in vaulting Trump to the top of conservative politics. He addressed the meeting during his first term; this year, he speaks on Saturday.
ຟໍຣັມສະແດງຄວາມຄິດເຫັນ