ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະເທີຍໄທຄູ່ນຶ່ງ ຊະນະການແຂ່ງຂັນ ຈູບກັນດົນ ທີ່ສຸດໃນໂລກ (ເບິ່ງສະໄລດ໌)


Dhaveshan Govender, a master at satirizing Indian South Africans’ obsession with Manchester United (Courtesy D. Govender)
Dhaveshan Govender, a master at satirizing Indian South Africans’ obsession with Manchester United (Courtesy D. Govender)

ກະ​ເທີຍ​ໄທ​ຄູ່​ນຶ່ງ​ສະ​ເຫຼີມສະຫຼອງວັນ​ວາ​ເລັນ​ທາຍ ຫລື​ວັນ​ແຫ່ງ​ຄວາມ​ຮັກ ດ້ວຍ​ການ​ຈູ​ບ
ກັນ​ເປັນເວລາ​ສອງ​ມື້. ການຈູບກັນ​ເປັນ​ເວລາ 50 ຊົ່ວ​ໂມງ 25 ນາທີ ກັບ​ນຶ່ງວິນາ​ທີດັ່ງ
ກ່າວ​ນີ້ ​ແມ່ນ​ເປັນສະ​ຖະຕິ​ໃໝ່​ຂອງ​ໂລກ.

ຊາຍ​ທັງ​ສອງ​ເຂົ້າປະກອບ​ສ່ວນ​ໃນລາຍການປະ​ຈໍາປີ ​ເຊື່ອ​ຫລື​ບໍ່ ຂອງ Ripley ຄື​ເປັນ​
ລາຍການ​ການ​ແຂ່ງຂັນ​ຈູບ​ກັນ​ທີ່​ດົນ​ນານ​ທີ່​ສຸດ ທີ່​ເມືອງຕາກ​ອາກາດ​ພັດທະຍາ​ ປະ​ເທດ​
ໄທ. ອີກ​ເຈັດ​ຄູ່​ທີ່​ຮ່ວມ​ແຂ່ງຂັນ​ ​ໄດ້ເລິ່ມຈູບ​ກັນ​ເມື່ອ​ວັນ​ອາທິດ​ຜ່ານ​ມາ ​ແລະ​ສົບ​ຈະ​ຕ້ອງ​
ຕິດ​ກັນ​ຕະຫລອດ ​ເວລາ ​ໂຮມ​ທັງ​ເວລາ​ກິນ ​ເວລາ​ດື່ມ ​ແລະເວລາໄປ​ຫ້ອງ​ນໍ້າ.

ນາຍ ນົນ​ທະ​ວັດ ຈະ​ໂຣກິ​ນະ​ສົມ​ສິນ ອາຍຸ 31 ປີ ​ແລະ​ນາຍ ທະນະກອນ ສິດ​ທຽມ​ທອງ
ອາຍຸ 28 ປີ ຊະນະ​ແຂ່ງຂັນ ການຈູບ​ລາງວັນ​ທີ່​ນຶ່ງ ຊຶ່ງ​ມີ​ຮວມທັງ​ແຫວນ​ເພັດ ​ເງິນ​ສົດ
ແລະ​ບັດ​ຄ່າ​ໂຮງ​ແຮມ​ລະດັບ​ຫ້າ​ດາວ ​ມູນ​ຄ່າ 6,500 ​ໂດ​ລາ.

ເ​ມື່ອປີຜ່ານມາ ຜູ້​ຊະ​ນະ​ທີ່​ນຶ່ງ ​ໄດ້​ແກ່ ນາງ ລັກຄະນາ​ ທີຣະນະຣັດ ກັບ ສາມີ​ຂອງ​ນາງ
ທີ່​ຈູບ​ກັນ​ດົນ 46 ຊົ່ວ​ໂມງ 24 ນາທີກັບ 9 ວິນາທີ. ນາງ ທີຣະນະຣັດ ກ່າວ​ວ່າພວກ​ເຂົາ
ເຈົ້າບໍ່​ເຂົ້າ​ແຂ່ງ​ໃນ​ປີ​ນີ້ ​ຍ້ອນ​ເຫັນ​ແກ່​ຄວາມ​ຮັກ

ເບິ່ງສະໄລດ໌ ກ່ຽວກັບວັນແຫ່ງຄວາມຮັກ

XS
SM
MD
LG