ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Besame Mucho ​ຂັບ​ຮ້ອງ​ໂດຍ​ສິນ​ລະ​ປິນ​ຕາບອດ ທີ່​ມີ​ຊື່​ສຽງ​ກ້ອງ​ໂລກ Andrea Bocelli


ນັກ​ຮ້ອງ Andrea Bocelli ສະ​ແດງ​ໃນ​ງານ​ຄອນ​ເຊີດ ໂຮງ​ສະ​ແດງ​ໂນ​ເກຍ, ລອ​ສ ແອນ​ເຈີ​ລິ​ສ, ຄາ​ລີ​ຟໍ​ເນຍ, 10 ກຸມ​ພາ 2015.
ນັກ​ຮ້ອງ Andrea Bocelli ສະ​ແດງ​ໃນ​ງານ​ຄອນ​ເຊີດ ໂຮງ​ສະ​ແດງ​ໂນ​ເກຍ, ລອ​ສ ແອນ​ເຈີ​ລິ​ສ, ຄາ​ລີ​ຟໍ​ເນຍ, 10 ກຸມ​ພາ 2015.

​ໃນຄ່ຳ​ຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງສາກົນມ່ວນໆ ເປັນ​ເພງ​ຮັກ ທີ່​ວັນ​ນະ​ສອນ​ຈັດ​ຕຽ​ມ​ໄວ້​ກ່ອມ​ທ່ານ ກ່ອນ​ໜ້າ​
ວັນ Valentine ໃນ​ອີກ 3-4 ຂ້າງ​ໜ້າ​ນີ້ ຂໍ​ເຊີນ ໄປ​ຟັງ​ພ້ອມໆ​ກັນ​ເລີຍ.


ສະ​ບາຍ​ດີ​ທ່ານ​ແຟນ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກໆ​ທ່ານ ເພງ​ທີ່​ຈົບ​ລົງ​ໄປ​ນັ້ນ​
ແມ່ນ​ເພງ​ຫວານ​ໆຂອງ Ed Sheeran ທີ່​ຂັບ​ຮ້ອງ​ໄວ້​ຊຶ່ງ​ຄວາມ​ໝາຍ​ຂອງ​ເພງ​ຮັກໄດ້
ເປັນ​ຢ່າງ​ດີ ຊຶ່ງ​ຊ່າງ​ເໝາະ​ສົມ​ກັບ​ບັນ​ຍາ​ກາດ​ຂອງ​ເທດ​ສະ​ການ​ໃນ​ຊ່ວງ​ນີ້ ເພາະ​ຫາ
​ສະ​ຫຼອງ​ກຸດ​ຈີນ​ມາໃໝ່ໆ ແລະ​ກໍ​ຢ່າງ​ເຂົ້າ​ວັນ​ແຫ່ງ​ຄວາມ​ຮັກ ສະ​ນັ້ນ ຄ່ຳຄືນ​ນີ້ ວັນ​ນະ​
ສອນ​ຈຶ່ງ​ຂໍ​ຈັດ​ແຕ່​ເພງ​ຫວານໆ ເພື່ອມອບ​ໃຫ້​ແກ່ ຄູ່​ຮັກ​ທຸກໆ​ຄູ່​ເລີຍແລະ​ໃຫ້​ມອງ​ເບິ່ງ
ຄູ່​ຮັກ​ຂອງ​ທ່ານ ແບບ​ວ່າ Perfect ດູ​ດີ​ໄປ​ໝົດ…ດັ່ງ​ຊື່​ຂອງ​ເພງ​ນີ້​ເລີຍ.

ວັນນະ​ສອນ​ ຂໍ​ມອບ​ເພງ ​ “All Of Me” ທີ່​ຂັບ​ຮ້ອງໂດຍ John Legend ໃຫ້​ແກ່​ນ້ອງ
ອາ​ຄົມ ພົມ​ມະ​ຫານ ​ພ້ອມ​ດ້ວຍ​ພັນລະ​ຍາ ເຈົ້າ​ຂອງສວນ​ຮ້ອຍ​ຄົວ ຫຼື Green Jungle
Park ທີ່​ບ້ານ​ປາກ​ລຶ້ງຫຼວງ​ພະ​ບາງ ທີ່​ໄດ້​ມີ​ໂອ​ກາດ​ພົບ​ພໍ້​ກັນ ໃນ​ຊ່ວງ​ທີ່​ຈັດ​ກິດ​ຈະ​ກຳ​
ພາກ-​ພົບ ​ຫຼວງ​ພະ​ບາງ​ນັ້ນ ​ນ້ອງອາ​ຄົມ ບອກ​ມາ​ວ່າ ຮັບ​ຟັງ​ລາຍ​ການ​ວິ​ທະ​ຍຸວີ​ໂອ​ເອ
ມາ​ໄດ້​ຫຼາຍ​ສິບ​ປີ​ແລ້ວ ຮັບ​ຟັງ​ທຸກ​ຄືນ ບໍ່​ໄດ້​ຂາດ ໄດ້​ທັງ​ສາ​ລະ​ແລະ​ຄວາມ​ບັນ​ເທີງ
ຮຽນ​ຮູ້ ເລື້ອງ​ລາວ​ຕ່າງໆ​ມາກ​ມາຍ. ເອື້ອຍ​ວັນ​ນະ​ສອນທັງ​ຕື່ນ​ເຕັ້ນ​ແລະ​ດີ​ໃຈ ​ທີ່​ໄດ້​ພົບ​
ນ້ອງອາ​ຄົມ ແລະ​ຈັດ​ພວງ​ມາ​ໄລ​ໃຫ້​ພິ​ເສດ​ນັ້ນ ພ້ອມ​ນີ້ຍັງ​ໃຫ້​ຄວາມ​ເອົາ​ໃຈ​ໃສ່ແລະ​
ເບິ່ງ​ແຍງ​ໝູ່​ຄະ​ນະ​ທີ່​ທຳ​ກິດ​ຈະ​ກຳ​ຢູ່​ທີ່​ສວນ​ຮ້ອຍ​ຄົວ​ເປັນ​ຢ່າງ​ດີ ຊຶ່ງ​ເອື້ອຍ​ວັນ​ນະ​ສອນ
​ສາ​ມາດບອກ​ໄດ້ຄຳ​ດຽວ​ວ່າ ສຸດຍອດ ຖື​ວ່າເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃນ​ເຊີງ​ອະ​ນຸ​ລັກ
ມີພື້ນ​ທີ່​ສີ​ຂຽວ ມີ​ດອກ​ໄມ້​ນາໆ​ພັນ ມີ​ນ້ຳ​ຕົກ​ທຳ​ມະ​ຊາດ ເດີນ​ປ່າ​ແລະ​ຂີ່​ສະ​ລິງ ແລະ​ກິດ​
ຈະ​ກຳອື່ນໆ ​ຂອບ​ໃຈ​ທີ່​ຮັບ​ຟັງ​ມາໂດຍ​ຕະຫຼອດແລະ​ຂໍ​ໃຫ້​ສືບ​ຕໍ່​ຮັບ​ຟັງ​ວີ​ໂອ​ເອ ​ຕະ​ຫຼອດ
​ໄປ ແລະ​ຫວັງ​ວ່າ ເພງ All Of Me ຄົງ​ຈະ​ເຮັດ​ໃຫ້​ນ້ອງ​ອາ​ຄົມ ຟັງ​ເພງໄປ​ຫອມ​ແກ້ມ​
ພັນ​ລະ​ຍາ​ໄປ ແລະ​ກະ​ຊິບບອກ​ພັນ​ລະ​ຍາ​ວ່າ...​ເຈົ້າ​ໄດ້​ມອບ​ສິ່ງ​ທີ່​ດີ​ທັງ​ໝົດ​ຂອງ​ເຈົ້າ
​ໃຫ້​ລາວ​ແລ້ວ ແບບ​ເນື້ອ​ຫາ​ຂອງ​ເພງ​ນີ້​ເລີຍ.

​ເພງຫວານ​ທີ່​ປະ​ທັບ​ໃຈອີກ​ເພງ​ນຶ່ງ​ທີ່​ຖື​ວ່າ ເປັນ​ອະ​ມະ​ຕະ​ຕະ​ຫຼອດ​ການ ກໍ​ຄື​ເພງ​ນີ້​ເລີຍ …“Besame Mucho​” ທີ່​ຂັບ​ຮ້ອງ​ໂດຍ​ສິນ​ລະ​ປິນ​ຕາບອດ ທີ່​ມີ​ຊື່​ສຽງ​ກ້ອງ​ໂລກ
Andrea Bocelli ຊຶ່ງເພງ​ນີ້​ໂດ່ງ​ດັງ​ໃນ​ຊຸມ​ປີ 1940 ​ຂຶ່ງ​ຕົ້ນ​ສະ​ບັບ​ເປັນ​ເພງ ເມັກ​ຊິ​ໂກ
ຂອງວົງ Trio Los Panchos ແຕ່​ເພງ​ນີ້​ໄດ້​ນຳ​ອອກ​ມາຮ້ອງ​ແຕ່​ລະ​ຍຸກ ແຕ່​ລະ​ສ​ະ​ໄໝ
ແລະ​ເປັນ​ທີ່​ໂດ່ງ​ດັງ​ຈົນ​ເທົ່າ​ເຖິງ​ປັດ​ຈຸ​ບັນ​ນີ້ ​ວັນນະ​ສອນ ​ຂໍຈັດ​ມອບ​ໃຫ້ພິ​ເສດ​ແດ່​ແຟນ
ລາຍ​ການ​ທຸກ​ໆ​ທ່ານ ແລະ​ຂໍ​ໃຫ້​ມີ​ແຕ່​ຄວາມ​ສຸກ ສົມ​ຫວັງ​ໃນຄວາມ​ຮັກ ແລະ ໃຫ້​ຢູ່​ນໍ
າກັນຈົນແກ່ເຖົ້າ. ສັບປະດາໜ້າ ແລະຈະມາຈັດເພງລາວ ໃຫ້ຕາມຄຳຂໍຂອງທ່ານຜູ້ຟັງ
​ທີ່​ຂຽນ​ເຂົ້າ​ມາ. ຂໍ​ໃຫ້​ທຸກໆ​ທ່ານນອນ​ຫຼັບ​ຝັນ​ຫວານ.

XS
SM
MD
LG