ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວາດສະໜາ ສິນທະວົງ ຖືກເລືອກ ໃຫ້ແລ່ນຖືທວນໄຟ Olympic


ຍານາງ ວາດສະໜາ ຜູ້ຕາງໜ້າ ໂຄງການອາຫານໂລກ ຫລື World Food Program ກໍາລັງຖືທວນໄຟແລ່ນທີ່ເມືອງ Burmingham ປະເທດອັງກິດ ໃນວັນທີ່ 1 ເດືອນກໍລະກົດ.
ຍານາງ ວາດສະໜາ ຜູ້ຕາງໜ້າ ໂຄງການອາຫານໂລກ ຫລື World Food Program ກໍາລັງຖືທວນໄຟແລ່ນທີ່ເມືອງ Burmingham ປະເທດອັງກິດ ໃນວັນທີ່ 1 ເດືອນກໍລະກົດ.

ການແຂ່ງຂັນກິລາໂອລິມປິກ ທີ່ກຸງລອນດອນ ຈະເລີ່ມຂຶ້ນໃນວັນສຸກມື້ ອື່ນນີ້ ພ້ອມກັບ ການໃຕ້ອ່າງໄຟໂອລິມປິກ ຈາກທວນໄຟທີ່ນໍາມາຈາກປະເທດ ກຣີສ ແຫລ່ງກໍາເນີດ ຂອງກິລາດັ່ງກ່າວ. ກ່ອນຈະມາຮອດສະໜາມກິລາບ່ອນຈັດພິທີເປີດງານນັ້ນ ທວນໄຟ ໂອລິມປິກ ແມ່ນຈະໄດ້ໃຊ້ເວລາເດີນທາງ 12,800 ຫຼັກກິໂລແມັດ ອ້ອມເກາະອັງກິດ ແລະເກາະອາຍແລນດ໌ ໂດຍມີຫລາຍຮ້ອຍຄົນ ປ່ຽນຜຽນກັນ ຖືທວນໄຟ ແລ່ນໄປຕາມ ເສ້ນທາງຕ່າງໆ. ຮວມຢູ່ໃນຜູ້ທີ່ໂຊກດີ ຖືກຄັດເລືອກໃຫ້ໄດ້ຮັບກຽດດັ່ງກ່າວນັ້ນ ມີຍິງ ສາວຄົນນຶ່ງຈາກ ສປປ ລາວ ຊຶ່ງໄດ້ແກ່ ຍານາງ ວາດສະໜາ ສີນທະວົງ ເຈົ້າໜ້າ ທີ່ ໂຄງການອາຫານໂລກ ຫລື World Food Program ທີ່ໄດ້ໃຫ້ສໍາພາດກັບ ວີໂອເອ ກ່ຽວກັບການເປັນຜູ້ຕາງໜ້າອົງການ WFP ປະກອບສ່ວນໃນການແລ່ນຖື ທວນໄຟ ໂອລິມປິກ ຄັ້ງນີ້ ຊຶ່ງ ກິ່ງສະຫວັນ ຈະນໍາບົດສໍາພາດມາສະເໜີທ່ານ ໃນອັນ ດັບຕໍ່ໄປ.

ຟັງສຽງຂ່າວເລື້ອງນີ້ຢູ່ທີ່ນີ້

ກິລາ Olympic ເກີດ​ຂື້ນ ເມື່ອສອງ​ພັນ​ກວ່າ​ປີ​ກ່ອນ ທີ່​ເມືອງ Olympia ​ປະ​ເທດ Gree​ce ​
ແລະ ໄດ້​ຖືກຈັດ​ຕັ້ງຂື້ນມາ​ເປັນ ​ການ​ແຂ່ງຂັນ​ກິລາ​ລະດັບໂລກ​ ​ໃນ​ປີ 1894 ​ໂດຍມີອົງການ
ຈັດ​ຕັ້ງ ທີ່ເອີ້ນ​ວ່າ the International Olympic Committee ຄະນະ​ກໍາມະການ​ກິລາ
​ໂອ​ລິ​ມປິກ​ສາກົນ ຫລື IOC. ການ​ແຂ່ງ ຂັນກິລາ​ Olympic ມີ​ຢູ່​ທຸກໆ 4 ປີ ທັງກິ​ລາ​ລະ
ດູ​ຮ້ອນ ​ແລະລະດູ​ໜາວ. ​ແຕ່ລະ​ເທື່ອ ​ແມ່ນຈະ​ມີ​ປະມານ 200 ກວ່າປະ​ເທດ ພາກັນສົ່ງ​ນັກ​
ກິລາ​ເຂົ້າ​ແຂ່ງຂັນ. ຫລາຍ​ເດືອນ ກ່ອນ​ເປີດການ​ແຂ່ງຂັນ​ກິລາ​ Olympic ນັ້ນ ​ຈະ​ມີ​ພິທີຂໍໄຟ
Olympic ​ຈາກພະ​ເຈົ້າ Hera ​ໂດຍມີ​ການ​ໃຕ້​ໄຟຈາກແສງຕາ​ເວັນ​ໄສ່​ທວນ​ໄຟ ທີ່​ວິຫານ
Hera ຊຶ່ງ​ເປັນໂບຮານນະສະ​ຖານອັນ​ສັກສິດ ຢູ່ປະ​ເທດ​ກຣິສ. ຫລັງ​ຈາກ​ນັ້ນ ​ທວນໄຟກໍ​ຈະ​
ຖືກພາ​ເດີນທາງໄປ​ຍັງ​ປະ​ເທດ​ທີ່​ຈັດການ​ແຂ່ງຂັນ ​ແລ້ວ​ນໍາ​ໄປ​ຈູດ​ໄວ້​ທີ່​ອ່າງ​ໄຟ​ໂອ​ລິ​ມປິກ
ຈົນ​ກວ່າການ​ແຂ່ງຂັນຈະ​ສີ້​ນ ສຸດ​ລົງ.

​ເພາະ​ສະ​ນັ້ນ ນັບ​ຕັ້ງ​ແຕ່​ແຕ່​ປີ 1894 ​ເປັນ​ຕົ້ນ​ມາ ບໍ່​ວ່າ​ຈະ​ມີ​ການ​ແຂ່ງຂັນ​ກິລາ​ Olympic
ຢູ່ໃນປະ​ເທດ​ໃດໃນ​ໂລກກໍ​ຕາມ ທວນໄຟ Olympic ຈະ​ຕ້ອງ​ໄດ້​ຖືກນໍາ​ມາຈາກ ວັດ Hera
ເພື່ອ​ເອົາ​ໄປ​ໃຕ້​ໄວ້​ເປັນ​ສັກຂີພິຍານ​ ​ເພື່ອ​ຄວາມ ສັນຕິ ​ແລະ​ມິດຕະພາບ. ກ່ອ​ນ​ເປີດ​ການ​ແຂ່ງ
​ຂັນ​ກິລາຫລາຍ​ເດືອນ ທວນ​ໄຟ Olympic ຈະ​ໄດ້​ຖືກຈັບ​ແລ່ນ​ປ່ຽນ​ຜຽນ​ກັນ ຂ້າມ​ທະວິບ
ຂ້າມມະຫາ​ສະມຸດ ຜ່ານພູຜາ ​ແລະ​ໝູ່​ບ້ານ​ຕ່າງໆ​. ​ມີຜູ້ໄດ້ຮັບ​ກຽດຫລາຍໆ​ພັນ​ຄົນ ທີ່ຖືກ
​ຂັດ​ເລືອກ ຊຶ່ງລ້ວນແລ້ວ​ແຕ່​ເປັນ​ບຸກຄົນທີ່​ໄດ້​ມີ​ບົດບາດສໍາ​ຄັນ ​ແລະ​ໄດ້ສ້າງ​ຄຸນ​ງາມ​ຄວາ​ມດີ
ໃຫ້ແກ່​ປະຊາ​ຄົມ ເຊັນ​ວ່າ​ ໃນດ້ານ​ມະນຸດສະ​ທໍາ ສັນຕິພາບ ອາສາ​ສະມັກ ​ຫລື​ເປັນ​ແບບ​ຢ່າງ
​ທີ​ດີ. ​ເຂົາ​ເຈົ້າ​ຈະພາກັນລໍຖ້າ ປ່ຽນ​ຜຽນກັນຖື​ທວນ​ໄຟ​ແລ່ນ ​ເພື່ອ​ນໍາແລ່ນເຂົ້າມາ​ສູ່ເດີ່ນ​ແຂ່ງ
ຂັນກິລາ. ການ​ແຂ່ງຂັນກິລາ Olympic ຂອງ​ລະດູ​ຮ້ອນ​ປີ 2012 ທີ່​ກຸງ​ລອນ​ດອນ ຈະ​ເລີ້ມ
​ຂື້ນ​ໃນ​ວັນ​ສຸກ ທີ່ 27 ​ເດືອນ ກໍລະກົດ ມື້​ອຶ່ນນີ້.

ຢູ່​ໃນ​ຈໍາ​ນວນ​ບັນດາ​ຜູ້ທີ່​ໄດ້​ຮັບ​ກຽດ​ອັນ​ສູງ​ ​ໃນ​ພິທີແລ່ນ​ທວນ​ໄຟ​ນີ້ ​ມີສຸພາບ​ສະ​ຕີ​ລາວຄົນ​
ນຶ່ງ​ ຊື່ວ່າ ວາດ​ສະໜາ ສີ​ນ​ທະ​ວົງ ​ເກີດ​ທີ່ເມືອງທ່າ​ແຂກ ​ແຂວງ​ຄໍາ​ມ່ວນ. ​ວາດ​ສະໜາ ​ໄດ້
ເຮັດ​ວຽກ​ກັບ ອົງການ​ອາຫານ​ໂລກ ຫລື World Food Program ຫລື ມາ​ໄດ້ 7 ປີ​ ແລະ​
ເວລາ​ນີ້ມີຕໍາແໜ່​ງເປັນຜູ້​ຊ່ວຍ​ໂຄງການ​ຂັ້ນ​ອະ​ວຸ​ໂສ. ໂຄງການ WFP ໄດ້​ເລີ້ມ​ເຂົ້າ​ມາ​ປະຕິ
ບັດ​ງານ​ຢູ່​ໃນ​ລາວໃນ​ປີ 1976 ມາ​ຈົນ​ເຖິງ​ເທົ້າ​ປັດຈຸ​ບັນ. ວຽກ​ງານ​ຊ່ວຍ​ເຫລືອ​ທີ່​ສໍາຄັນ​ອັນ
​ນຶ່ງ​ຂອງ​ອົງການ​ນີ້ ຢູ່ໃນ​ລາວ ກໍ​ຄືໃຫ້ການບໍລິການດ້ານອາຫານ​ເຊົ້າ​ ​ແກ່​ບັນ​ດາ​ເດັກນ້ອຍ
​ນັກຮຽນ ຂັ້ນ​ປະຖົມ ​.

ທ່ານ​ນາງ ວາດ​ສະໜາ ​ເປັນ​ສັດ​ຕີລາວ ທີ່​ດຸ​ໝັ່ນ ​ເອົາ​ໃຈ​ໃສ່ ຂະຫຍັນ​ຂັນ​ແຂງ ​ແລະ​ມີ​ຄວາມ
ຮັບຜິດຊອບສູງ​ຕໍ່ໜ້າ​ທີ່ການ. ​ດ້ວຍ​ເຫດ​ນີ້​ເອງ ວາດ​ສະໜາ​ ຈຶ່ງ​ໄດ້​ຖືກຄັດ​ເລືອກໃຫ້ເປັນຜູ້
ຕາງໜ້າໂຄງການອາຫານ​ໂລກ ​ຖື​ທວນ​ໄຟ​ແລ່ນ​ທີ່​ ປະ​ເທດ​ອັງກິດ​ ໃນ​ວັນ 1 ​ກໍລະກົດ ​ຜ່ານ​
ມາ​ນີ້ ຊຶ່ງວາດ​ສະໜາ​ ​ໄດ້​ໃຫ້ສໍາພາດ​ແກ່ ວີ​ໂອ​ເອ ວ່າ:

ຟັງສຽງຂອງຍານາງ ວາດສະໜາ ສິນທະວົງ

ຍານາງ ວາດສະໜາ ສິນທະວົງ ຖ່າຍຮູບຮ່ວມກັບ ບັນດາເດັກນ້ອຍ ນັກຮຽນ ທີ່ ປະເທດອັງກິດ ເພື່ອເປັນທີ່ລະລຶກ.
ຍານາງ ວາດສະໜາ ສິນທະວົງ ຖ່າຍຮູບຮ່ວມກັບ ບັນດາເດັກນ້ອຍ ນັກຮຽນ ທີ່ ປະເທດອັງກິດ ເພື່ອເປັນທີ່ລະລຶກ.

ໂຄງການ​ອາຫານ​ໂລກ ​ຫລື World Food Program ​ເປັນ​ໜ່ວຍ​ງານ​ນຶ່ງ​ຂອງອົງການ​ສະ
ຫະ​ປະຊາ​ຊາດ ທີ່​ຕັ້ງ​ຂື້ນ​ມາ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 1962​. ຈຸດ​ປະ​ສົງ​ກໍ​ຄື​ແນ່ໃສ່​ການ​ຊ່ວຍ
ເຫລືອດ້ານ​ອາຫານ ​ເພື່ອ​ປ້ອງ​ກັນຄວາມ​ອຶດ​ຢາກ​ ​ແຕ່ລະ​ປີ ​ໂຄງການ​ດັ່ງກ່າວ​ນີ້​ໄດ້​ໃຫ້ການ​
ຊ່ວຍ​ເຫລືອ​ແກ່​ປະຊາກອນ​ໂລກ ປະ​ມານ 90 ລ້ານ​ຄົນ​ ຢູ່​ໃນ​ຈໍານວນ​ດັ່ງກ່າວ ປະມານ 58
ລ້ານ​ຄົນ​ແມ່ນ​ເດັກນ້ອຍ ​ແລະ​ມີ​ຫ້ອງການຕັ້ງ​ຢູ່ 80 ​ປະ​ເທດ ​ໃນ​ທົ່ວໂລກ. ອົງການ WFP
ມີໜ້າ​ທີ່​ຊ່ວຍ​ຜູ້​ທີ່​ບໍ່​ມີ​ຄວາມ​ສາມາດ ຜະລິດ​ອາຫານ ຫລື​ຊ່ວຍ​ຕົນ​ເອງ ​ແລະ​ຄອບຄົວ​ໄດ້​.

ປັດ​ຈຸ​ບັນ​ນີ້ ວາດ​ສະໜາ ສີນ​ທະ​ວົງ ​ໄດ້ກັບ​ຄືນໄປ​ປະຕິບັດ​ງານ​ຢູ່​ທີ່​ນະຄອນ ຫລວງ​ວຽງ​
ຈັນ​ແລ້ວ ຫລັງ​ຈາກ​ທີ່​ໄດ້​ໄຊ້​ເວລາ​ນຶ່ງ​ອາທິດ ຢູ່ທີ່​ກຸງ​ລອນ​ດອນ ​ໃນຕົ້ນເດືອນ​ກໍລະກົດ​ນີ້.

XS
SM
MD
LG