ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄວາມໝັ້ນໃຈ ໃນການສັກຢາວັກຊີນ ມີເພີ້ມຂຶ້ນ ແຕ່ພວກທີ່ຍັງສົງໄສ ກໍຍັງມີຄວາມເປັນຫ່ວງ


ຜູ້ຊາຍຄົນນຶ່ງກຳລັງຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ໃນວັນພຸດ ວັນທີ 17 ກຸມພາ 2021 ໃນນະຄອນລາສເວກັສ.
ຜູ້ຊາຍຄົນນຶ່ງກຳລັງຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ໃນວັນພຸດ ວັນທີ 17 ກຸມພາ 2021 ໃນນະຄອນລາສເວກັສ.

ໃນຂະນະທີ່ພວມມີການເລັ່ງລັດ ການດຳເນີນຄວາມພະຍາຍາມ ເພື່ອສັກຢາວັກ ຊີນຢູ່ໃນສະຫະລັດ ບັນດາຜູ້ຊ່ຽວຊານກ່າວວ່າ ຄວາມພະຍາຍາມ ເພື່ອຮັບມືກັບ ພວກທີ່ສົງໄສ ຕ້ອງໄດ້ມີເພີ້ມຂຶ້ນ ກັບພວກເຂົາເຈົ້າເຊັ່ນດຽວກັນ.

ບາງຄົນທຳນາຍວ່າ ພາຍໃນເດືອນເມສານີ້ ອາດຈະມີຢາວັກຊີນຫຼາຍຂຶ້ນກວ່າທີ່ ຜູ້ຄົນຕ້ອງການສັກ [[ https://www.wsj.com/articles/what-to-do-when-theres-a-covid-19-vaccine-glut-11612732696 ]]

ການຢັ່ງຫາງສຽງຂອງມູນນິທິຄອບຄົວບໍລິສັດຄາຍເຊີ ໃນເດືອນມັງກອນ ຫວ່າງມໍ່ໆມານີ້ພົບເຫັນວ່າ ບໍ່ຮອດເຄິ່ງນຶ່ງຂອງປະຊາຊົນອາເມຣິກັນກ່າວວ່າ ເຂົາເຈົ້າ ຕ້ອງການສັກຢາ ໂດຍໄວເທົ່າທີ່ຈະໄວໄດ້ ຫຼືວ່າເຂົາເຈົ້າໄດ້ສັກຢາໄປແລ້ວ.

[[ https://www.kff.org/coronavirus-covid-19/press-release/vaccine-monitor-nearly-half-of-the-public-wants-to-get-covid-19-vaccine-as-soon-as-they-can-or-has-already-been-vaccinated-up-across-racial-and-ethnic-groups-since-december/ ]]

ອີກນຶ່ງສ່ວນສາມກ່າວວ່າ ເຂົາເຈົ້າຈະ “ລໍຖ້າ ແລະເບິ່ງກ່ອນ” ວ່າຢາວັກຊີນໄດ້
ຜົນກັບຄົນອື່ນໆຫຼາຍປານໃດ ກ່ອນທີ່ເຂົາເຈົ້າຈະສັກດ້ວຍຕົນເອງ.

ສ່ວນທີ່ເຫຼືອອີກ 20 ເປີເຊັນ ກ່າວວ່າ ແນ່ນອນ ເຂົາເຈົ້າຈະບໍ່ສັກຢາ ຫຼືຶຈະສັກກໍຕໍ່ເມື່ອຖືກບັງຄັບ.

ອີງຕາມການກະປະມານຂອງບາງຄົນແລ້ວ ມີປະຊາຊົນ 80 ຫາ 85 ເປີເຊັນ ຕ້ອງການສັກຢາວັກຊີນເພື່ອໃຫ້ບັນລຸເຖິງຈຸດທີ່ຮູ້ກັນວ່າ ພູມຄຸ້ມກັນໝູ່ເວລາໃດ ທີ່ຜູ້ຄົນໄດ້ຮັບການປ້ອງກັນຈາກພະຍາດໂດຍທີ່ເຊື້ອໄວຣັສບໍ່ສາມາດຈະໄປຕິດ ແປດຄົນໃໝ່ໄດ້ອີກ.

ສາດສະດາຈານມະນຸດວິທະຍາດ ຈາກມະຫາວິທະຍາໄລລັດເທັກຊັສ ທ່ານນາງ ອີເມີລີ ບຣັນເສິນ ປະທານຮ່ວມ ກຸ່ມຜູ້ຊ່ຽວຊານ ໃນການສັກຢາວັກຊີນກ່າວວ່າ “ປັດຈຸບັນນີ້ ມີຄົນຫຼາຍພໍທີ່ພາກັນກ່າວວ່າ ແນ່ນອນ ເຂົາເຈົ້າຈະບໍ່ສັກຢາວັກຊີນ ທີ່ພວກເຮົາຈະບໍ່ສາມາດເຂົ້າໄປເຖິງ” ພູມຄຸ້ມກັນໝູ່.

[[https://www.centerforhealthsecurity.org/our-work/publications/equity-in-vaccination ]]

ຂ່າວດີນັ້ນກໍຄື ມີຄວາມໝັ້ນໃຈເພີ້ມຂຶ້ນ ຄືໃນເດືອນທັນວາທີ່ຜ່ານມາ ປະມານ ນຶ່ງສ່ວນສີ່ຂອງຜູ້ຄົນກ່າວວ່າ ເຂົາເຈົ້າແນ່ນອນຈະບໍ່ສັກຢາຫຼືຖ້າຈະສັກກໍຕໍ່ເມື່ອພວກເຂົາເຈົ້າ ຕ້ອງໄດ້ເຮັດເທົ່ານັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG