ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຖິງແມ່ນຈະສັກຢາວັກຊີນ ເຖິງສາມເຂັມ ກໍຍັງສາ​ມາດຕິດໂຄວິດ-19 ໄດ້


ພາບຂອງແກ້ວຢາວັກຊີນກັນໄວຣັສໂຄໂຣນາທີ່ກໍ່ໃຫ້ເປັນພະຍາດໂຄວິດ-19 ຂອງ ຟາຍເຊີ-ໄບໂອເອັນເທັກ ໄດ້ຖືກຖ່າຍຢູ່ທີ່ສູນກາງສັກຢາວັກຊີນ, ວັນທີ 19 ມັງກອນ 2022. AFP
ພາບຂອງແກ້ວຢາວັກຊີນກັນໄວຣັສໂຄໂຣນາທີ່ກໍ່ໃຫ້ເປັນພະຍາດໂຄວິດ-19 ຂອງ ຟາຍເຊີ-ໄບໂອເອັນເທັກ ໄດ້ຖືກຖ່າຍຢູ່ທີ່ສູນກາງສັກຢາວັກຊີນ, ວັນທີ 19 ມັງກອນ 2022. AFP

ຍານາງມິນ ສີຣິດາວົງ ເປັນພະນັກງານລັດຖະບານກາງ ສະຫະລັດ ເຮັດວຽກຢູ່ພະແນກ ສຳນັກງານຂຶ້ນທະບຽນລິຂະສິດ ແລະເຄື່ອງໝາຍການຄ້າ ຫຼື USPTO ພາຍໃຕ້ກະຊວງການຄ້າຂອງສະຫະລັດ ຢູ່ໃນເມືອງອາເລັກແຊນເດຣຍ ລັດເວີຈີເນຍ ຊຶ່ງລັດຖະບານກາງສະຫະລັດ ໄດ້ອອກຂໍ້ບັງຄັບໃຫ້ບັນດາພະນັກງານລັດຖະກອນໝົດທຸກຄົນ ຕ້ອງສັກຢາວັກຊີນກັນໂຄວິດ-19 ຢ່າງໜ້ອຍສອງເຂັມ ແລະໃຫ້ເຮັດວຽກຢູ່ບ້ານຖ້າຫາກບໍ່ຈຳເປັນທີ່ຕ້ອງເຂົ້າໄປໃນຫ້ອງການ ມາໄດ້ຫຼາຍກວ່າສອງປີແລ້ວ ເຖິງແມ່ນວ່າ ຍານາງມິນໄດ້ສັກຢາວັກຊີນກັນໂຄວິດ ຕັ້ງສາມເຂັມແລ້ວກໍຕາມ ແຕ່ເພິ່ນກໍໄດ້ຕິດ ໄວຣັສໂຄວິດ-19 ຊຶ່ງຍານາງກ່າວໃຫ້ວີໂອເອຟັງວ່າ:

ຍານາງກ່າວອີກວ່າ ເພິ່ນປ່ວຍຍ້ອນໂຄວິດເປັນເວລານຶ່ງອາທິດ ແລ້ວກໍໄດ້ຮູ້ສຶກດີຂຶ້ນ ຫາກແຕ່ກິ່ນ ແລະລົດຊາດ ຄ່ອຍໆກັບຄືນມາຄືເກົ່າ ຈົນຮອດອາທິດທີສາມ ສ່ວນລູກສາວອາຍຸ 12 ປີ ຜູ້ທີ່ໄດ້ສັກຢາວັກຊີນແລ້ວສອງເຂັມ ກໍຕິດໂຄວິດ-19 ເຊັ່ນກັນ ແຕ່ຫາກລູກສາວ ບໍ່ໄດ້ມີອາການໃດໆເລີຍ. ຍານາງໃຫ້ເຫດ ຜົນທີ່ບໍ່ໄດ້ປ່ວຍໜັກ ກໍຍ້ອນຢາວັກຊີນກັນໂຄວິດທີ່ເພິ່ນແລະຄອບຄົວໄດ້ສັກນັ້ນ ວ່າ:

ຍານາງມິນກ່າວວ່າ ເຖິງແມ່ນວ່າ ຜູ້​ປົກຄອງລັດເວີຈີເນຍຄົນໃໝ່ ໄດ້ສັ່ງການໃຫ້ຍົກເລີກການໃສ່ໜ້າກາກຢູ່ໃນໂຮງຮຽນຂອງລັດກໍຕາມ ລູກສາວຂອງເພິ່ນກໍຍັງຢາກໃສ່ໜ້າກາກເວລາໄປໂຮງຮຽນຢູ່ສະເໝີ ສ່ວນຄະນະກຳມະການໂຮງ ຮຽນກໍຍັງບັງຄັບໃຫ້ພວກນັກຮຽນທຸກຄົນໃສ່ໜ້າກາກເວລາຢູ່ໃນໂຮງຮຽນຄືເກົ່າ.

XS
SM
MD
LG