ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ປົກຄອງລັດເວີຈີເນຍ ອອກຄຳສັ່ງຝ່າຍບໍລິຫານ ຍົກເລີກມາດຕະການໃສ່ໜ້າກາກ ໃນໂຮງຮຽນ


ທ່ານເກລນ ຢັງກິນ ຜູ້ລົງສະໝັກແຂ່ງຂັນເປັນຜູ້ປົກຄອງລັດເວີຈີເນຍ ສັງກັດພັກຣີພັບບລີກັນ ກ່າວປາໄສ ໃນງານປາຕີ ຢູ່ທີ່ເມືອງແຊນທີລລີ ລັດເວີຈີເນຍ ເມື່ອວັນທີ 3 ພະຈິກ 2021 ຊຶ່ງທ່ານໄດ້ຊະນະການເລືອກຕັ້ງ.
ທ່ານເກລນ ຢັງກິນ ຜູ້ລົງສະໝັກແຂ່ງຂັນເປັນຜູ້ປົກຄອງລັດເວີຈີເນຍ ສັງກັດພັກຣີພັບບລີກັນ ກ່າວປາໄສ ໃນງານປາຕີ ຢູ່ທີ່ເມືອງແຊນທີລລີ ລັດເວີຈີເນຍ ເມື່ອວັນທີ 3 ພະຈິກ 2021 ຊຶ່ງທ່ານໄດ້ຊະນະການເລືອກຕັ້ງ.

ຫຼັງຈາກຫາກໍໄດ້ເຂົ້າດຳລົງຕຳແໜ່ງຢ່າງເປັນທາງການ ເມື່ອບໍ່ດົນມານີ້ ຜູ້ປົກຄອງລັດເວີຈີເນຍ ທ່ານເກລນ ຢັງກິນ (Glenn Youngkin) ສັງກັດພັກຣີພັບບລີກັນ ເມື່ອຕົ້ນເດືອນມັງກອນຜ່ານມານີ້ ໄດ້ອອກຄຳສັ່ງຝ່າຍບໍລິຫານໃຫ້ຍົກເລີກມາດຕະການໃສ່ໜ້າກາກ ໃນໂຮງຮຽນຫຼວງທຸກຊັ້ນ ທົ່ວລັດເວີຈີເນຍ ໂດຍໃຫ້ຜູ້ປົກຄອງມີທາງເລືອກໃນການຕັດສິນໃຈ ທີ່ຈະໃຫ້ພວກລູກເຕົ້າຂອງເຂົາເຈົ້າໃສ່ໜ້າກາກໄປໂຮງຮຽນ ຫຼືບໍ່. ແຕ່ໂຮງຮຽນໃນເຂດເທດສະບານແຫ່ງຕ່າງໆຄືແຟຣແຟກສ໌ ພຣິນສ໌ວີລລຽມ ຫຼື ອາຣລິງຕັນ ຄາວຕີ ກໍໄດ້ສົ່ງໜັງສືແຈ້ງໃຫ້ຜູ້ປົກຄອງຊາບທົ່ວກັນວ່າ ໂຮງຮຽນຍັງບັງຄັບໃຫ້ພວກນັກຮຽນທຸກຄົນໃສ່ໜ້າກາກ ເວລາຢູ່ໃນໂຮງຮຽນຄືເກົ່າ ອີງຕາມການສອບຖາມໄປຍັງບັນດາຜູ້ປົກຄອງໃນເຂດດັ່ງກ່າວ.

ຜູ້ປົກຄອງຫຼາຍຄົນຕ່າງກໍມີຄວາມເຫັນແຕກຕ່າງກັນໄປ ເຊັ່ນ ທ່ານຂາວພອນ ໄຊຊະນະ ທີ່ມີລູກສອງຄົນ ອາຍຸ 6 ແລະ 8 ປີ ເຂົ້າໂຮງຮຽນຊັ້ນປະຖົມ ໃນເມືອງແຮມຕັນ ກ່າວກ່ຽວກັບເລື້ອງນີ້ວ່າ:

ແລະຍານາງສຸດທິດາ ພົງສະຫວັນ ຜູ້ທີ່ມີລູກສາວນ້ອຍອາຍຸ 5 ປີ ເຂົ້າໂຮງ ຮຽນເອກະຊົນຢູ່ໃນເມືອງສປຣິງຟີລ ເຂດແຟຣແຟັກສ໌ ຄາວຕີ ກ່າວວ່າ:

ອີງຕາມເວັບໄຊຂອງແຟຣແຟັກສ໌ ຄາວຕີ ທາງຄະນະກຳມະການຄຸ້ມຄອງໂຮງຮຽນຫຼວງ ຫຼື FCPS ກຳລັງຈະຍື່ນຄຳຮ້ອງທ້າທ້າຍທາງດ້ານກົດ​ໝາຍ ຕໍ່ຄຳສັ່ງຂອງຜູ້ປົກຄອງລັດ. ນອກຈາກນັ້ນແລ້ວ ເບິ່ງຄືວ່າ ໂຮງຮຽນຫຼວງໃນລັດເວີຈີເນຍ ອາດຈະປະເຊີນກັບບັນຫາທ້າທ້າຍ ເມື່ອຜູ້ປົກຄອງຂອງພວກນັກຮຽນທີ່ບໍ່ຢາກໃຫ້ລູກເຂົາເຈົ້າໃສ່ໜ້າກາກເວລາໄປໂຮງຮຽນ.

XS
SM
MD
LG