ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອຸສເບກິສຖາ ແລະ ກຽກກິສຖານ ເຫັນທາງລົດໄຟ ກັບ ຈີນ ເປັນທ່າແຮງບົ່ມຊ້ອນ ທີ່ຈະເສີມຂະຫຍາຍເສດຖະກິດ


ພະນັກງານຄົນນຶ່ງຢືນຢູ່ໃກ້ລົດໄຟ ທີ່ບັນທຸກຕູ້ສິນຄ້າທັງຫຼາຍ ຂອງ China Railway Express ຢູ່ທີ່ ສະຖານີລາງລົດໄຟທ່າເຮືອ Chongqing, ວັນທີ 30 ມີນາ 2019.
ພະນັກງານຄົນນຶ່ງຢືນຢູ່ໃກ້ລົດໄຟ ທີ່ບັນທຸກຕູ້ສິນຄ້າທັງຫຼາຍ ຂອງ China Railway Express ຢູ່ທີ່ ສະຖານີລາງລົດໄຟທ່າເຮືອ Chongqing, ວັນທີ 30 ມີນາ 2019.

ການເຈລະຈາຄັ້ງຫຼ້າສຸດລະຫວ່າງ ຈີນ, ກຽກກິສຖານ ແລະ ອຸສເບກິສຖານ ໄດ້ຄວາມຫວັງໃໝ່ຂຶ້ນ​ມາ​ອີກ​ຄັ້ງວ່າແຜນການທາງລົດໄຟທີ່ກະຕືລືລົ້ນ ເຊື່ອມຕໍ່ ກັບບັນດາປະເທດເອເຊຍກາງ ໃນທີ່ສຸດອາດຈະກາຍເປັນຄວາມຈິງ. ແຕ່ປະຫວັດຂອງໂຄງການນີ້ ແມ່ນເຕັມໄປດ້ວຍການເລີ້ມຕົ້ນທີ່ຜິດພາດ ແລະຜິດຄວາມຄາດຫວັງມາໄດ້ສອງທົດສະວັດມາແລ້ວ.

ພາຍຫຼັງກອງປະຊຸມໃນວັນທີ 30 ກໍລະກົດ ກັບລັດຖະມົນຕີການຕ່າງປະເທດ ຂອງຈີນ ທ່ານຫວັງ ຢີ ຜູ້ທີ່ຍັງໄດ້ໄປຢ້ຽມຢາມນະຄອນ ທາຊເກັນ ເມື່ອອາທິດແລ້ວນີ້ ສຳລັບກອງປະຊຸມການຮ່ວມມື ລະດັບລັດຖະມົນຕີການຕ່າງ ປະເທດ Shanghai Cooperation Organization ຫຼື SCO ຊຶ່ງສຳນັກງານຂອງປະທານາທິບໍດີ ກຽກກິສຖານ ທ່ານຊາເດຍຣ໌ ຈາປາຣອບ ໄດ້ກ່າວວ່າລັດຖະບານບິສເຄັກ ຢາກລົງນາມໃນຂໍ້ຕົກລົງຢູ່ທີ່ກອງປະຊຸມສຸດ ຍອດ SCO ໃນນະຄອນ ຊາມາຣແຄນ ຂອງອຸສເບັກກິສຖານ ໃນລະຫວ່າງ ວັນທີ 15 ຫາ 16 ເດືອນກັນຍາ.

ເຈົ້າໜ້າທີ່ກຽກກິສຖານ ໄດ້ກ່າວ່າ ທ່ານຫວັງ ຍັງໄດ້ບອກພວກເຂົາເຈົ້າວ່າ ປັກກິ່ງ ກຳລັງພິຈາລະນາຈະສະລຸບຂໍ້ຕົກລົງຢູ່ທີ່ກອງປະຊຸມສຸດຍອດ.

ລັດຖະມົນຕີການຕ່າງປະເທດຂອງຈີນ ໄດ້ກ່າວຫຼັງຈາກພົບປະກັບ ທ່ານ ຈາປາຣັອບ ວ່າ “ເງື່ອນໄຂຕ່າງໆ ແລະເວລາສຳລັບການກໍ່ສ້າງທາງລົດໄຟ ລະຫວ່າງ ຈີນ ຫາ ກຽກກິສຖານ ຫາ ອຸສເບັກກິສຖານ ແມ່ນກຳລັງເຂົ້າຮູບ ເຂົ້າຮອຍ ແລະ ພວກນັກວິຊາການຊຸດທຳອິດຂອງຈີນ ໄດ້ເດີນທາງຮອດ ກຽກກິສຖານ ເມື່ອມໍ່ໆມານີ້ສຳລັບການສຳຫຼວດສະຖານທີ່ ແລະຂັ້ນຕອນໃນ ການກໍ່ສ້າງທາງລົດໄຟດັ່ງກ່າວກໍໄດ້ເລີມຕົ້ນຂຶ້ນແລ້ວ. ຈີນ ແມ່ນພ້ອມແລ້ວ ທີ່ຈະ​ເຮັດ​ວຽກກັບ ກຽກກິສຖານ ແລະອຸສເບັກກິສຖານ ເພື່ອໃຫ້ເລັ່ງສຶກສາ ຄວາມເປັນໄປໄດ້.

“ຈະມີວຽກເຮັດງານທຳ. ເສດຖະກິດຂອງພວກເຮົາຈະເຕີມໂຕຂຶ້ນ” ທ່ານ ຈາປາຣັອບ ໄດ້ກ່າວກ່າວເມື່ອສອງເດືອນກ່ອນ ໂດຍການສະແດງອອກເຖິງ ຄວາມໝັ້ນໃຈທີ່ການກໍ່ສ້າງຈະເລີ້ມຂຶ້ນໃນປີໜ້ານີ້.

ສ່ວນປະທານາທິບໍດີຂອງ ອຸສເບັກ ທ່ານເຊແຄັຕ ເມຍຊີໂຢເຢບ (Shaykat Mirziyoyev) ກ່າວວ່າ ໂຄງການນີ້ ແມ່ນກະແຈທີ່ຈະໄປເຖິງຕະຫຼາດ ຂອງໂລກ.

“ທາງລົດໄຟຈາກຈີນຫາ ກຽກກິສຖານ ຫາ ອຸສເບັກກິສຖານ ຫຼື CKU ຈະເຊື່ອມຕໍ່ພວກເຮົາກັບບັນດາປະເທດເອເຊຍ ແລະ ປາຊີຟິກ ໂດຍແຜ້ວທາງ ສຳລັບໂອກາດດ້ານເສດຖະກິດໃໝ່ໆ. ມັນຈະເປັນສິ່ງທີ່ດີເລີດບວກໃສ່ກັບ ທາງລົດໄຟຈາກຕາເວັນອອກຫາຕາເວັນຕົກທີ່ມີຢູ່ແລ້ວນັ້ນ” ທ່ານ ເມຍຊີໂຢເຢບ ໄດ້ກ່າວໄປຢູ່ທີ່ກອງປະຊຸມເສດຖະກິດຂອງສະຫະພາຢູເຣເຊຍ ຫຼື EEU ບ່ອນທີ່ປະເທດຂອງທ່ານໄດ້ເຂົ້າຮ່ວມໃນຖານະເປັນຜູ້ສັງເກດການ.

ທ່ານແຟຣັ້ງ ມາຣາກຄີອອນ ຢູ່ທີ່ມະຫາວິທະຍາໄລ Sheffield ແລະ Oxus Society ເພື່ອການປະເມີນຜົນກິຈະການເອເຊຍຕາກາງ ທີ່ມີຫ້ອງການຕັ້ງຢູ່ ວໍຊິງຕັນ ກ່າວວ່າການສຶກສາທາງລົດໄຟ CKU ທີ່ມີຢູ່ຕໍ່ເນື່ອງນັ້ນ ເປັນບາດກ້າວໄປໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG