ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຊາວ ອຸສເບກິສຖານ ຢ້ານວ່າ ບາງຄົນ ອາດເຊື່ອມໂຍງ ເຊື້ອຊາດ ຂອງເຂົາເຈົ້າ ໃສ່ລັດທິ ກໍ່ການຮ້າຍ


ບັນດານັກສືບສວນສອບສວນ ເຮັດວຽກຢູ່ບໍລິເວນອ້ອມຊາກ
ຫັກພັງຂອງລົດກະບະຮ້ານຄ້າ ໂຮມ ດີໂປ ທີ່ຖືກຜູ້ຕ້ອງສົງໄສ
ກໍ່ການຮ້າຍໃຊ້ ເພື່ອຢຽບຄົນຢູ່ທາງລົດຖີບໃນນະຄອນ ນິວ
ຢອກ. 1 ພະຈິກ, 2017. (R. Taylor/VOA)
ບັນດານັກສືບສວນສອບສວນ ເຮັດວຽກຢູ່ບໍລິເວນອ້ອມຊາກ ຫັກພັງຂອງລົດກະບະຮ້ານຄ້າ ໂຮມ ດີໂປ ທີ່ຖືກຜູ້ຕ້ອງສົງໄສ ກໍ່ການຮ້າຍໃຊ້ ເພື່ອຢຽບຄົນຢູ່ທາງລົດຖີບໃນນະຄອນ ນິວ ຢອກ. 1 ພະຈິກ, 2017. (R. Taylor/VOA)

ຕຸລາການລະດັບສູງ ຂອງລັດຖະບານກາງ ສະຫະລັດ ຄົນນຶ່ງ ໄດ້ດຳເນີນຄະດີຜູ້ຊາຍ
ທີ່ຖືກກ່າວຫາ ກ່ຽວກັບ ການຂັບລົດຕຳຄົນໃນທາງລົດຖີບທີ່ລຸ່ມເຂດ ແມນແຮັດຕັນ ໃນ
ຂໍ້ຫາ ການກໍ່ການຮ້າຍ ແລະ ການຄາດຕະກຳ ໃນຕົ້ນສັບປະດານີ້. ການໂຈມຕີໃນ
ເດືອນທີ່ຜ່ານມາໄດ້ສັງຫານປະຊາຊົນ 8 ຄົນ ແລະ ບາດເຈັບ 12 ຄົນ.

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວຫາ ທ້າວ ໄຊຟູໂລ ໄຊປອຟ ອາຍຸ 29 ປີຈາກ
ເມືອງ ປີເຕີຊັນ ລັດ ນິວ ເຈີຊີ ວ່າໄດ້ຮັບແຮງຈູງໃຈຈາກການໂຄສະນາຊວນເຊື່ອທາງ
ອອນໄລນ໌ຂອງ ພວກຫົວຮຸນແຮງລັດອິສລາມ, ແລະ ໄດ້ຍອມຮັບວ່າ ເປົ້າໝາຍຂອງ
ລາວແມ່ນ “ເພື່ອຂ້າຄົນໃຫ້ຫຼາຍເທົ່າທີ່ລາວສາມາດເຮັດໄດ້.”

ໃນລະຫວ່າງການຖືກສົ່ງໄປປິ່ນປົວທີ່ໂຮງໝໍນັ້ນ, ທ້າວ ໄຊປອຟ ຖືກລາຍງານວ່າ ໄດ້ຂໍ
ໃຫ້ຕິດທຸງພວກ IS ໄວ້ໃນຫ້ອງຂອງລາວ ໃນເວລາທີ່ລາວກຳລັງຟື້ນຟູຈາກອາກາດບາດ
ທີ່ໄດ້ຮັບ ໃນລະຫວ່າງການໂຈມຕີເມື່ອວັນທີ 31 ຕຸລາທີຜ່່ານມາ. ລາວໄດ້ຖືກຍິງໂດຍ
ຕຳຫຼວດ ແລະ ໄດ້ຮັບບາດເຈັບ ຫຼັງຈາກລາວໄດ້ຂັບລົດກະບະຕຳເຂົ້າໃສ່ລົດໂຮງຮຽນ.

ພາບແຕ້ມຂອງທ້າວ ໄຊຟູໂລ ໄຊປອຟ ຜູ້ຕ້ອງສົງໄສໃຊ້ລົດທຳການໂຈມຕີໃນນະຄອນ ນິວຢອກ ນັ່ງລໍ້ໃນສານລັດຖະບານກາງເຂດ ແມນແຮັດຕັນ. 1 ພະຈິກ 2017.
ພາບແຕ້ມຂອງທ້າວ ໄຊຟູໂລ ໄຊປອຟ ຜູ້ຕ້ອງສົງໄສໃຊ້ລົດທຳການໂຈມຕີໃນນະຄອນ ນິວຢອກ ນັ່ງລໍ້ໃນສານລັດຖະບານກາງເຂດ ແມນແຮັດຕັນ. 1 ພະຈິກ 2017.

ທ້າວ ໄຊປອຟ ໄດ້ເດີນທາງເຂົ້າ ສະຫະລັດ ຈາກປະເທດ ອຸສເບກິສຖານ ຜ່ານໂຄງ
ການວີຊາຄົນເຂົ້າເມືອງຂອງ ສະຫະລັດ ຫຼືຮູ້ຈັກດັ່ງກັບ ໂຄງການບັດຂຽວ ໃນປີ 2010.

ລາຍງານຂອງສື່ມວນຊົນ ກ່ຽວກັບ ການໂຈມຕີ ແລະ ລາຍງານຕ່າງໆຕາມມາພາຍຫຼັງ
ກ່ຽວກັບ ເວລາຂອງທ້າວ ໄຊປອຟ ໃນ ສະຫະລັດ ນັ້ນ ຖືກລາຍງານວ່າ ໄດ້ອ້າງອີງເຖິງ
ເຊື້ອຊາດຂອງລາວ, ສ້າງຄວາມສ່ຽງຕໍ່ການໂຕ້ຖຽງຂອງສາທາລະນະ ທີ່ເປັນບັນຫາ
ຮ້ອນແຮງໃນບັນດາຊາວ ອຸສເບັກ ກ່ຽວກັບ ວິທີທີ່ທ້າວ ໄຊປອຟ ຄວນຖືກພິສູລັກສະນະ
ແນວໃດ.

ຊຸມຊົນອາເມຣິກັນ ເຊື້ອຊາດ ອຸສເບັກ ໄດ້ດີ້ນຮົນກັບແນວຄິດທີ່ວ່າ ບາງຄົນຈາກບ້ານ
ເກີດຂອງເຂົາເຈົ້າ ກຳລັງປະເຊີນກັບຂໍ້ກ່າວຫາ ກ່ຽວກັບ ການກໍ່ການຮ້າຍ ໃນປະເທດ
ໃໝ່ຂອງເຂົາເຈົ້າ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG