ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

18 ຄົນ​ເສຍ​ຊີ​ວິດ ແລະ ຫຼາຍ​ຮ້ອຍ​ຄົນ​ບາດ​ເຈັບ ໃນ​ເຫດ​ຄວາມ​ວຸ້ນ​ວາຍ​ຢູ່​ປະ​ເທດ ອຸ​ສ​ເບ​ັກກິ​ສ​ຖານ


ທະ​ຫານ ອຸ​ສ​ເບ​​ັກກິ​ສ​ຖານ ຢືນ​ຍາມ​ເມືອງ ນູ​ຄຸ​ສ ຂອງ​ພາກ​ພື້ນ ຄາ​ຣາ​ຄາ​ລ​ປັກ​ສ​ຖານ, ປະ​ເທດ ອຸ​ສ​ເບ​ັກ​ກິ​ສ​ຖານ, 3 ກໍ​ລະ​ກົດ, 2022. (KUN.UZ/Handout via Reuters)
ທະ​ຫານ ອຸ​ສ​ເບ​​ັກກິ​ສ​ຖານ ຢືນ​ຍາມ​ເມືອງ ນູ​ຄຸ​ສ ຂອງ​ພາກ​ພື້ນ ຄາ​ຣາ​ຄາ​ລ​ປັກ​ສ​ຖານ, ປະ​ເທດ ອຸ​ສ​ເບ​ັກ​ກິ​ສ​ຖານ, 3 ກໍ​ລະ​ກົດ, 2022. (KUN.UZ/Handout via Reuters)

ອົງ​ການ​ຂ່າວ​ຣອຍ​ເຕີ ໄດ້​ລາຍ​ງານ​ວ່າ 18 ຄົນ​ໄດ້​ເສຍ​ຊີ​ວິດ ແລະ 243 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ລະ​ຫວ່າງ​ຄວາມ​ວຸ້ນ​ວາຍ​ໃນ​ແຂວງ ຄາ​ຣາ​ຄາ​ລ​ປັກ​ສ​ຖານ ທີ່ປົກ​ຄອງເອງ​ຂອງ ອຸ​ສ​ເບັກ​ກິ​ສ​ຖານ ໃນ​ອາ​ທິ​ດ​ທີ່​ຜ່ານ​ມາ, ອີງ​ຕາມ​ການ​ກ່າວ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ອຸ​ສ​ເບັກ​ກິ​ສ​ຖານ ໃນ​ວັນ​ຈັນ​ວານນີ້, ເຊິ່ງ​ແມ່ນ​ຄວາມ​ຮຸນ​ແຮງ​ຄັ້ງ​ຮ້າຍ​ແຮງ​ທີ່​ສຸດ ໃນ​ປະ​ເທດ​ທີ່​ຕັ້ງ​ຢູ່​ເອ​ເຊຍ​ກາງ ໃນ​ຮອບ 17 ປີ.

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ໄດ້​ຄວບ​ຄຸມ​ຕົວ 516 ຄົນ​ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ, ເຊິ່ງ​ໄດ້​ເກີດ​ຂຶ້ນ​ຍ້ອນ​ແຜນ​ການ​ທີ່​ຈະຫຼຸດ​ຜ່ອນ​ການ​ປົກ​ຄອງ​ຕົນ​ເອງ​ຂອງ​ແຂວງ ຄາ​ຣາ​ຄາ​ລ​ປັກ​ສ​ຖານ, ແຕ່​ຕອນນີ້​ແມ່ນ​ໄດ້​ປ່ອຍ​ຕົວຫຼາຍ​ຄົນ​ແລ້ວ, ຫ້ອງ​ການ​ສື່ມວນ​ຊົນ​ຂອງກອງ​ທະ​ຫານ​ຮັກ​ສາ​ດິນ​ແດນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ລາຍ​ງານ.

ໃນ​ວັນ​ເສົາ​ທີ່​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ ຊາ​ຟ​ກັດ ເມີ​ຊີ​ໂຢ​ເຢັ​ຟ ໄດ້​ຍົກ​ເລີກ​ແຜນ​ການ​ທີ່​ຈະ​ແກ້​ໄຂ​ມາດ​ຕາ​ຂອງ​ລັດ​ຖະ​ທຳ​ມະ​ນູນ ກ່ຽວ​ກັບ ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ແຂວງ ຄາ​ຣາ​ຄາ​ລ​ປັກ​ສ​ຖານ ແລະ ສິດ​ທິ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ແຍກ​ອອກ. ທ່ານ​ຍັງ​ໄດ້​ປະ​ກາດ​ພາ​ວະ​ສຸກ​ເສີນ​ດົນ​ນຶ່ງ​ເດືອນ​ໃນ​ແຂວງ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ດັ່ງ​ກ່າວ.

ລາຍ​ງານ​ຂອງ​ທາງ​ການ​ໄດ້​ກ່າວ​ວ່າ ພວກ​ປະ​ທ້ວງ​ໄດ້​ເດີນ​ຂະ​ບວນຜ່ານ​ເມືອງ​ ນູ​ຄຸ​ສ, ເຊິ່ງ​ແມ່ນ​ເມືອງ​ເອກ​ຂອງ​ແຂວງ ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ ແລະ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຍຶດ​ເອົາ​ຕຶກ​ຕ່າງໆ​ຂອງ​ລັດ​ຖະ​ບານ​ໃນທ້ອງ​ຖິ່ນ.

​ອີງ​ຕາມ​ຫ້ອງ​ການ​ຂອງ​ໄອ​ຍະ​ການ​ໃຫຍ່, 18 ຄົນ​ໄດ້​ເສຍ​ຊີ​ວິດ “ຍ້ອນ​ບາດ​ແຜ​ໃຫຍ່” ໃນ​ລະ​ຫວ່າງ​ການ​ປະ​ທະ​ກັນ. ອົງ​ການ​ຂ່າວ RIA ຂອງ​ຣັດ​ເຊຍໄດ້​ອ້າງ​ຄຳ​ເວົ້າ​ຂອງ​ຫົວ​ໜ້າ​ກອງ​ທະ​ຫານ​ຮັກ​ສາ​ດິນ​ແດນ​ວ່າ ຜູ້​ເສຍ​ຊີ​ວິດ​ລວມ​ມີ​ພົນ​ລະ​ເມືອງ 14 ຄົນ ແລະ ເຈົ້າ​ໜ້າ​ທີ່​ບັງ​ຄັບ​ໃຊ້​ກົດ​ໝາຍ 4 ຄົນ.

ນັກ​ການ​ເມືອ​ງ​ຝ່າຍ​ຄ້ານ​ທີ່​ອາ​ໄສ​ຢູ່​ຕ່າງ​ປະ​ເທດສອງ​ຄົນ ທີ່​ຕິດ​ຕໍ່​ກັບ​ປະ​ຊາ​ຊົນ​ຢູ່​ພື້ນ​ທີ່​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ ວ່າ​ເຂົາ​ເຈົ້າ​ເຊື່ອ​ວ່າ​ຕົວ​ເລກ​ທີ່​ແທ້​ຈິງ​ແມ່ນ​ສູງກວ່າຫຼາຍ. ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ຕັ້ງ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ຢ່າງ​ອິດ​ສະຫຼະ.

ແຂວງ ຄາ​ຣາ​ຄາ​ລ​ປັກ​ສ​ຖານ ​ທີ່ຕັ້ງ​ຢູ່​ຊາຍ​ຝັ່ງ​ຂອງ​ທະ​ເລ ອາ​ຣາ​ລ, ຫຼາຍ​ທົດ​ສະ​ວັດ​ໄດ້​ເປັນສະ​ຖານ​ທີ່​ໄພ​ພິ​ບັດ​ທາງ​ສິ່ງ​ແວດ​ລ້ອມ​ນັ້ນ, ແມ່ນ​ບ້ານ​ຂອງ​ຊາວ ຄາ​ຣາ​ຄາ​ລ​ປັກ, ເຊິ່ງ​ແມ່ນ​ຊົນ​ເຜົ່າ​ກຸ່ມ​ນ້ອຍ ທີ່​ໃຊ້​ພາ​ສາ​ຕ່າງ​ຈາກ​ພາ​ສາ ອຸ​ສ​ເບັກກິ​ສ​ຖານ, ແຕ່ແນວ​ໃດ​ກໍ່​ຕາມເຂົາ​ເຈົ້າ​ແມ່ນ​ຄວາມ​ເຊື່ອມ​ໂຍງ​ກັນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG