ປະຊາຊົນຈຳນວນຫຼາຍໆພັນຄົນ ໄດ້ພາກັນລຽນແຖວໃນວັນເສົາມື້ນີ້ ທີ່ນະຄອນ Tash- kent ເມືອງຫຼວງຂອງ Uzbekistan ເພື່ອໄປສະແດງການໄວ້ອາໄລ ເປັນເທື່ອສຸດທ້າຍໃຫ້ແກ່ທ່ານ Islam Karimov ຜູ້ນຳທີ່ປົກຄອງປະເທດມາເປັນເວລາດົນນານ ໃນຂະນະທີ່ຂະບວນສົ່ງສະການຂອງທ່ານຜ່ານໄປ.
ສົບຂອງທ່ານ Karimov ຈະຖືກນຳໄປຝັງທີ່ເມືອງ Samarkand ຊຶ່ງເປັນຫົວເມືອງສາຍ ໄໝໃນສະໄໝໂບຮານ ອັນເປັນບ່ອນກຳເນີດຂອງທ່ານ.
ລັດຖະບານໄດ້ປະກາດກ່ຽວກັບການເຖິງແກ່ອະສັນຍະກຳຂອງຜູ້ນຳຜະເດັດການ Ka- rimov ໃນວັນສຸກວານນີ້ເຮັດໃຫ້ການຄາດຄະເນຕ່າງໆກ່ຽວກັບວ່າທ່ານຍັງມີຊີວິດຢູ່ຫລື ບໍ່ຫຼັງຈາກໄດ້ເປັນລົມສາລະບາດຫຼືສຕຣົກ. ເຈົ້າໜ້າທີ່ Uzbekistan ກ່າວວ່າ ຜູ້ນຳອາຍຸ 78 ປີໄດ້ຢູ່ໃນອາການສະຫຼົບ ມາໄດ້ຫຼາຍມື້ແລ້ວ. ທ່ານໄດ້ເຖິງແກ່ອະສັນຍະກຳນຶ່ງມື້ຫຼັງຈາກປະເທດໃນເຂດເອເຊຍກາງດັ່ງກ່າວສະຫຼອງວັນເອກກະລາດ.
ທ່ານ Karimov ໄດ້ປົກຄອງປະເທດມາເປັນເວລາດົນກວ່າ 25 ປີ.
ລູກສາວຫລ້າຂອງທ່ານ Karimov ນາງ Lola Karimova-Tillyaeva ໄວ້ອາໄລໃຫ້ແກ່ບິດາຂອງນາງໂດຍສົ່ງຂໍ້ຄວາມຜ່ານທາງອິນເຕີແນັດວ່າ “ທ່ານໄດ້ຈາກພວກເຮົາໄປແລ້ວ ຂ້ອຍກຳລັງດີ້ນຮົນຊອກຫາຄຳເວົ້າຢູ່. ຂ້ອຍເອງກໍບໍ່ເຊື່ອເຊັ່ນດຽວກັນ.
ນາງໄດ້ຂຽນລົງ ທາງເຟສບຸກ ເປັນພາສາ Uzbekistan ວ່າ “ຂໍໃຫ້ພະເຈົ້າ ຈົ່ງສະແດງຄວາມເມດຕາກະລຸນາຕໍ່ທ່ານດ້ວຍ”. ການສົ່ງຂ່າວຂອງນາງ ແມ່ນໄດ້ຮັບການຕອບຮັບ ຈາກຫລາຍໆພັນຄົນ.