ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ ມີງົບປະມານ ຈໍາກັດ ສໍາລັບ ໂຄສະນາ ເຜີຍແຜ່ ເລື້ອງ ລະເບີດ ບໍ່ທັນແຕກ  


ທ່ານນາຍົກລັດຖະມົນຕີລາວໄປຢ້ຽມຢາມສູນວາງສະແດງລູກລະເບີດເປົ່າ ຂອງໂຄງການເກັບກູ້ລະເບີດບໍ່ທັນແຕກ ຫລື XO ແຂວງຊຽງຂວາງ
ທ່ານນາຍົກລັດຖະມົນຕີລາວໄປຢ້ຽມຢາມສູນວາງສະແດງລູກລະເບີດເປົ່າ ຂອງໂຄງການເກັບກູ້ລະເບີດບໍ່ທັນແຕກ ຫລື XO ແຂວງຊຽງຂວາງ

ທາງການລາວ ມີງົບປະມານສໍາລັບການໂຄສະນາເຜີຍແຜ່ ເພື່ອສ້າງຄວາມເຂົ້າໃຈ
ກ່ຽວກັບການລະວັງໄພອັນຕະລາຍຈາກລະເບີດບໍ່ທັນແຕກ ຫລື UXO ສະເພາະ
ໃນພື້ນທີ່ 5 ແຂວງເທົ່ານັ້ນ ໃນຕະຫຼອດປີ 2018 ນີ້.

ທ່ານບຸນທະມິດ ສົມວິຈິດ, ຮອງຫົວໜ້າຫ້ອງການຄະນະກໍາມະການຄຸ້ມຄອງແຫ່ງ
ຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ ຫລື UXO ທີ່ຕົກຄ້າງຢູ່ໃນລາວ
ຖະແຫລງວ່າ ດ້ວຍຂໍ້ຈໍາກັດທາງດ້ານງົບປະມານ ແລະສ່ວນໃຫຍ່ກໍຈະຕ້ອງເພິ່ງ
ພາການຊ່ວຍເຫລືອຈາກຕ່າງປະເທດ ເປັນດ້ານຫລັກນັ້ນ ໄດ້ເປັນຜົນເຮັດໃຫ້ຕ້ອງ
ມີການເລືອກພື້ນທີ່ ທີ່ມີຄວາມຈໍາເປັນເລັ່ງດ່ວນທີ່ສຸດ ສໍາລັບດໍາເນີນການໂຄສະ
ນາເຜີຍແຜ່ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ປະຊາຊົນກ່ຽວກັບການລະວັງໄພອັນ
ຕະລາຍຈາກລະເບີດ UXO. ໂດຍຕະຫລອດປີ 2018 ນີ້ ກໍໄດ້ເລືອກເອົາແຂວງ
ຄໍາມ່ວນ, ສາລະວັນ, ຈໍາປາສັກ, ເຊກອງ, ແລະນະຄອນວຽງຈັນ ເປັນເຂດທີ່ຈະ
ຕ້ອງມີການໂຄສະນາ ຢ່າງກວ້າງຂວາງທີ່ສຸດ ແລະຈະເນັ້ນໜັກ ການໂຄສະນາ
ຜ່ານວິທະຍຸເປັນສໍາຄັນ ເພາະວ່າເປັນລະບົບທີ່ສື່ສານໄດ້ຢ່າງກວ້າງໄກທີ່ສຸດນັ້ນ
ເອງ ດັ່ງທີ່ທ່ານບຸນທະມິດ ໄດ້ໃຫ້ການຢືນຢັນວ່າ

“ອີງໃສ່ຂໍ້ຈໍາກັດທາງດ້ານທຶນຮອນ ສະນັ້ນ ພວກເຮົາຈຶ່ງໄດ້ມາຈັດບູລິມະສິດ
ເລືອກເອົາແຕ່ 4 ແຂວງກ່ອນ ເບື້ອງຕົ້ນມາບວກໃສ່ 1 ນະຄອນຫລວງຫັ້ນກະ
ເຫັນວ່າມັນໆກະກວມຫລາຍກວ່າແຂວງອື່ນ. ສະນັ້ນ ພວກເຮົາຈຶ່ງຈັດສັນສຸມ
ໃສ່ແຂວງທີ່ໄດ້ຮັບຜົນກະທົບໜັກ ເພາະວ່າທຶນຮອນເກືອບວ່າທັງໝົດແມ່ນ
ພວກເຮົາໄດ້ຈາກການຊ່ວຍເຫລືອຂອງຕ່າງປະເທດ ສະນັ້ນພວກເຮົາກໍເຫັນ
ໄດ້ຄວາມສໍາຄັນ ແລ້ວກະປະສິດທິຜົນ ປະສິດທິພາບໃນການໂຄສະນານີ້
ເຫັນວ່າສື່ວິທະຍຸກວມເອົາບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ ກໍຄືປະຊາຊົນ
ບັນດາເຜົ່າຂອງພວກເຮົາ ທີ່ດໍາລົງຊີວິດຢູ່ເຂດທີ່ມີຜົນກະທົບ. ”

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງວ່າການຄະນະກຳມະການຄຸ້ມ
ຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງໃນ ລາວ (Lao UXO)
ກໍໃຫ້ການຢືນຢັນວ່າ ການຈັດຕັ້ງປະຕິບັດແຜນການສຳຫຼວດ ແລະ ເກັບກູ້ລະເບີດ
UXO ທີ່ເປັນການຮ່ວມມືລະຫວ່າງລັດຖະບານລາວກັບ ນາໆຊາດ ໃນໄລຍະແຕ່ປີ
2017-2021 ທີ່ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັນ ນັບແຕ່ເດືອນກໍລະກົດ 2017 ເປັນ
ຕົ້ນມາແລ້ວນັ້ນ ກໍໄດ້ເນັ້ນໜັກເປັນພິເສດໃນການເສີມຂະຫຍາຍການຮ່ວມມືລະຫວ່າງ
Lao UXO ກັບບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານ (NGO) ລະດັບສາກົນໃຫ້ຫຼາຍ
ຂຶ້ນເພາະເຊື່ອວ່າ ຈະເຮັດໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບສູງຂຶ້ນຊຶ່ງລວມ
ເຖິງການຮ່ວມມືກັບທາງການສະຫະລັດອາເມຣິກາ ອີກດ້ວຍ.

ທັງນີ້ທາງການສະຫະລັດອາເມຣິກາ ໄດ້ຕົກລົງໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ
ໃນມູນຄ່າ 1 ລ້ານ 7 ແສນໂດລາສຳລັບນຳໃຊ້ໃນການສຳຫຼວດທີ່ບໍ່ແມ່ນວິຊາການ
ໃນພື້ນທີ່ 950 ບ້ານໃນເຂດພາກໃຕ້ໃນປີ 2017 ທີ່ຜ່ານມາ ໂດຍດຳເນີນການສຳຫຼວດ
ຮ່ວມກັນລະຫວ່າງ Lao UXO ກັບບັນດາອົງການ NGO ເພື່ອເຮັດໃຫ້ການສຳຫຼວດມີ
ປະສິດທິພາບສູງຂຶ້ນ ທັງຍັງໄດ້ສຳຫຼວດແບບວິຊາການໃນເຂດ 388 ບ້ານພາຍໃຕ້ເປົ້າ
ໝາຍ ເພື່ອເກັບກູ້ UXO ໃຫ້ໝົດໄປຈາກເຂດທີ່ຢູ່ອາໄສ ແລະ ທີ່ທຳກິນຂອງປະຊາຊົນ
ໃນພື້ນທີ່ດັ່ງກ່າວຢ່າງສິ້ນເຊີງ.

ນອກຈາກນີ້ ລັດຖະບານສະຫະລັດ ໂດຍທ່ານນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ
ສະຫະລັດ ປະຈຳສປປ ລາວ ກໍຍັງໄດ້ສົ່ງມອບການຊ່ວຍເຫຼືອແກ່ Lao UXO ໃນມູນຄ່າ
4 ລ້ານ 5 ແສນໂດລາ ສຳລັບນຳໃຊ້ໃນການສຳຫຼວດ ແລະເກັບກູ້ລະເບີດ UXO ໃນເຂດ
ເມືອງ ເຊໂປນ, ເມືອງພິນ, ເມືອງວິລະບູລີ ແລະເມືອງນອງ ໃນແຂວງສະຫວັນນະເຂດ
ແລະ ໃຫ້ການຊ່ວຍເຫຼືອໃນມູນຄ່າ 3 ລ້ານໂດລາ ເພື່ອນຳໃຊ້ໃນການເກັບກູ້ UXO ໃນ
ເຂດພື້ນທີ່ 94 ບ້ານ ທີ່ຢູ່ໃນເຂດເມືອງໜອງແຮດ, ເມືອງຄູນ ແລະ ເມືອງຜາໄຊໃນແຂວງ
ຊຽງຂວາງ ແລະຫລ້າສຸດທາງການສະຫະລັດຍັງໄດ້ສົ່ງມອບຍານພາຫະນະ 15 ຄັນພ້ອມ
ດ້ວຍອຸປະກອນທີ່ໃຊ້ໃນການສໍາຫລວດ ແລະເກັບກູ້ລະເບີດ UXO ອີກ 150 ຊຸດຄິດ
ເປັນມູນຄ່າຊ່ວຍເຫລືອ 1 ລ້ານ 250 ພັນໂດລາ ອີກດ້ວຍ.

ສ່ວນທ່ານຄໍາແກ້ວ ແສນບຸນຄຸນໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະສະຫວັດ
ດີການສັງຄົມ ໄດ້ໃຫ້ການຢືນຢັນວ່າ ນັບແຕ່ປີ 1990 ເປັນຕົ້ນມາລັດຖະບານສະຫະລັດ
ໄດ້ໃຫ້ການຊ່ວຍເຫລືອແກ່ລາວ ຄິດເປັນມູນຄ່າລວມຫລາຍກວ່າ 135 ລ້ານໂດລາ ສໍາ
ລັບໃຊ້ໃນການສໍາຫລວດ ແລະເກັບກູ້ ລວມເຖິງການໃຫ້ການຊ່ວຍເຫລືອ ແກ່ຜູ້ໄດ້ຮັບ
ເຄາະຮ້າຍ ແລະການໂຄສະນາ ກ່ຽວກັບການລະວັງໄພອັນຕະລາຍຈາກລະເບີດ UXO
ອີກດ້ວຍ.

ທາງການ ລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ແລະ
ມາຮອດປັດຈຸບັນນີ້ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ 380 ກິໂລແມັດມົນທົນ ແລະ
ໄດ້ທຳລາຍ UXO ໄປຫຼາຍກວ່າ 1 ລ້ານ 480 ພັນໜ່ວຍ ຊຶ່ງສາມາດເກັບກູ້ໄດ້ພຽງ
1.85 ເປີເຊັນເທົ່ານັ້ນຂອງຈໍານວນ UXO ທັງໝົດໃນລາວ.

XS
SM
MD
LG