ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ໃຫ້ເງິນອີກ 30 ລ້ານໂດລາ ເພື່ອຊ່ວຍ ເກັບກູ້ລະເບີດ ບໍ່ທັນແຕກ ຢູ່ໃນລາວ ໃນປີ 2018


ພະນັກງານເກັບກູ້ລະເບີດບໍ່ທັນແຕກ ພາກັນກະກຽມທໍາລາຍ ລະເບີດທີ່ຕົກຄ້າງ ແຕ່ປາງສົງຄາມ ຢູ່ໃນບ້ານແຫ່ງນຶ່ງຂອງ ສປປ ລາວ
ພະນັກງານເກັບກູ້ລະເບີດບໍ່ທັນແຕກ ພາກັນກະກຽມທໍາລາຍ ລະເບີດທີ່ຕົກຄ້າງ ແຕ່ປາງສົງຄາມ ຢູ່ໃນບ້ານແຫ່ງນຶ່ງຂອງ ສປປ ລາວ

ສະຫະລັດອະນຸມັດເງິນ 30 ລ້ານໂດລາ ເພື່ອຊ່ວຍເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ
ລາວ ສໍາລັບສົກປີ 2018. ການອະນຸມັດດັ່ງກ່າວ ແມ່ນມີຂຶ້ນໃນເດືອນມີນາທີ່ຜ່ານມາ
ນີ້ ໂດຍລັດຖະສະພາສະຫະລັດ, ອີງຕາມການເປີດເຜີຍຂອງທ່ານນາງ ຈັນນະພາ ຄໍາ
ວົງສາ, ຫົວໜ້າອົງການມໍລະດົກ​ຫລັງ​ສົງຄາມ ຫລື Legacies of War ​ຊຶ່ງ​ເປັນ​ອົງການ
​ນຶ່ງ​ທີ່​ມີ​ບົດບາດ​ໃນ​ການສູ້ຊົນຂໍເງິນຈາກລັດຖະບານສະຫະລັດ ເພື່ອໄປຊ່ວຍເກັບກູ້​ລະ​
ເບີດ​ທີ່​ຍັງ​ບໍ່​ທັນ​ແຕກ ຫລື UXO ໃນ​ລາວ.


ເງິນຈໍານວນນີ້ແມ່ນສ່ວນນຶ່ງຂອງເງິນ 90 ລ້ານໂດລາ ທີ່ອະດີດປະ ທານາທິບໍດີບາຣັກ
ໂອບາມາ ໃຫ້ຄໍາໝັ້ນສັນຍາວ່າຈະຊ່ວຍລາວ ໃນໂອກາດທີ່ທ່ານໄປຢ້ຽມຢາມລາວໃນ
ປີ 2016. ທ່ານນາງກ່າວດັ່ງນີ້

ທ່ານດຣ. ຢັງ ດາວ (ຊ້າຍ) ແລະທ່ານນາງ ຈັນນະາຄໍາວົງສາ (ຂວາ) ຜູ້ສ້າງຕັ້ງແລະອໍານວຍການ ອົງການ Legacies of War
ທ່ານດຣ. ຢັງ ດາວ (ຊ້າຍ) ແລະທ່ານນາງ ຈັນນະາຄໍາວົງສາ (ຂວາ) ຜູ້ສ້າງຕັ້ງແລະອໍານວຍການ ອົງການ Legacies of War

“ປະທານາທິບໍດີໂອບາມານີ້ ສັນຍາໄວ້ 90 ລ້ານໂດລາເນາະ. ບັດນີ້ 90 ລ້ານຫັ້ນ
ມັນແມ່ນສໍາລັບ 3 ປີ. ປີທີນຶ່ງຫັ້ນແມ່ນ 2016, ປີທີສອງແມ່ນ 2017 ແລະປີສຸດທ້າຍ
ນີ້ແມ່ນ 2018 ເນາະ. ລະບັດນີ້ 60 ລ້ານໜີ້ແມ່ນໃຫ້ຢູ່ໃນປີ 2016 ແລະ 2017 ຊຶ່ງ
ມັນກໍຜ່ານໄປແລ້ວ, ອາເມຣິກາ ກໍໄດ້ຊ່ວຍເຫລືອແລ້ວເນາະ. ຊຸດສຸດທ້າຍນີ້ ເດືອນ
ສາມຜ່ານມານີ້ ເງິນກາປ່ອຍແລ້ວ. ແປວ່າ ອາເມຣິກາກໍໃຫ້ຕື່ມ 30 ລ້ານສໍາລັບປີ
2018.”

ເງິນຈໍານວນນີ້ ແມ່ນຈະມອບໃຫ້ປະມານ 5 ໂຄງການ ທີ່ຊ່ວຍເກັບກູ້ລະເບີດ ແລະ
ຊ່ວຍຄົນທີ່ໄດ້ຮັບບາດເຈັບ ຫລືພິການຍ້ອນຖືກລະເບີດທີ່ຕົກຄ້າງ. ພ້ອມກັນນັ້ນຍັງ
ຈະໃຊ້ເພື່ອສືບຕໍ່ດໍາເນີນການສໍາຫລວດຫາລະເບີດຕົກຄ້າງຢູ່ໃນລາວອີກ ເພື່ອໃຫ້ມີ
ຂໍ້ມູນລະອຽດເພີ້ມຂຶ້ນວ່າ ລະເບີດພວກນີ້ຢູ່ບ່ອນໃດແທ້ໆ ເພື່ອວ່າຈະສາມາດຈັດ
ລໍາດັບຄວາມສໍາຄັນຂອງວຽກງານນີ້ໄດ້.

ສະມາຊິກສະພາສູງ ແພັດຕຣິກ ເລຮີ (Patrick Leahy), ຮອງປະທານຄະນະກໍາມະ
ການດ້ານງົບປະມານ ຂອງສະພາສູງກໍໃຫ້ຄໍາເຫັນວ່າ “ເປັນເວລານານກວ່າ 4
ທົດສະວັດປີມາແລ້ວພາຍຫລັງທີ່ສົງຄາມຫວຽດນາມ ໄດ້ສິ້ນສຸດລົງ, ແຕ່ປະຊາ
ຊົນລາວ ທີ່ບໍລິສຸດ ຍັງສືບຕໍ່ເສຍຊີວິດ ແລະພິການຍ້ອນລະເບີດລູກຫວ່ານ
ຂອງສະຫະລັດ. ອັນນີ້ມັນເປັນເລື່ອງທີ່ບໍ່ສົມຄວນເລີຍ ແລະມັນກໍເຕືອນໃຫ້
ພວກເຮົາຮູ້ຈັກວ່າ ພວກທີ່ບໍ່ໄດ້ທໍາການຕໍ່ສູ້ ຕ້ອງໄດ້ຮັບຜົນກະທົບຈາກ
ຄວາມທຸກທໍລະມານທີ່ເກີດມາຈາກສົງຄາມທີ່ເກີດຂຶ້ນໃນທຸກມື້ນີ້. ຂ້າພະເຈົ້າ
ດີໃຈທີ່ລັດຖະສະພາສະຫະລັດໄດ້ເອົາເງິນ 30 ລ້ານໂດລາ ເພື່ອຊ່ວຍເກັບກູ້ລະ
ເບີດລູກຫວ່ານຢູ່ໃນລາວເຂົ້າໃນແຜນງົບປະມານຂອງຕົນເປັນປີທີສາມລຽນຕິດ
ກັນ”

ອີງຕາມການບອກເລົ່າຂອງທ່ານນາງຈັນພະນາ ປັດຈຸບັນສະຫະລັດເປັນຜູ້ທີ່ໃຫ້ທຶນ
ຫລາຍກວ່າໝູ່ ໃນການເກັບກູ້ລະເບີດບໍ່ທັນແຕກຢູ່ໃນລາວ ຊຶ່ງທ່ານນາງບອກວີໂອ
ເອດັ່ງນີ້ “ມີຫລາຍປະເທດມາຊ່ວຍຢູ່ ແຕ່ວ່າອາເມຣິການີ້ ກໍຊ່ວຍຫລາຍທີ່ສຸດເນາະ,
ຊ່ວຍຫລາຍກ່ອນໝູ່.”

ມັນເປັນເທື່ອທໍາອິດທີ່ສະຫະລັດໃຫ້ຄໍາໝັ້ນສັນຍາວ່າຈະໃຫ້ການຊ່ວຍເຫລືອດ້ານ
UXO ຫລາຍເຖິງ 30 ລ້ານໂດລາ ແລະໃຫ້ຢູ່ໃນສາມປີລຽນຕິດກັນເລີຍ ຊຶ່ງແຕກ
ຕ່າງຈາກແຕ່ກ່ອນ ຊຶ່ງທ່ານນາງກ່າວດັ່ງນີ້ “ກະດີໃຈເພາະວ່າຕອນແຕ່ກີ້ ອາເມ
ຣິກາກໍບໍ່ໄດ້ຊ່ວຍຫລາຍເນາະ, ຕອນແຕ່ກີ້ ກໍມີແຕ່ 2 ລ້ານ 3 ລ້ານປີນຶ່ງ. ລະອັນ
ນີ້ມັນກໍເພີ້ມຂຶ້ນຫລາຍ.”


ທ່ານນາງເວົ້າເພີ້ມອີກວ່າ ຍ້ອນມີການຊ່ວຍເຫລືອຈາກສະຫະລັດ ແລະສາກົນເຊັ່ນ
ນັ້ນ ຈໍານວນຄົນເສຍຊີວິດໄດ້ຫລຸດລົງຈາກປະມານ 300 ຄົນຕໍ່ປີໃນປີ 2010 ມາ
ເປັນ 50 ຄົນຕໍ່ປີ ໃນປັດຈຸບັນນີ້. ຫາກແຕ່ວ່າທ່ານນາງກໍໃຫ້ຄໍາເຫັນວ່າ ການເກັບ
ກູ້ລະເບີດບໍ່ທັນແຕກຍັງຕ້ອງໄດ້ດໍາເນີນຕໍ່ໄປອີກຫຼາຍປີ ເພາະວ່າ ລາວມີລະເບີດ
ບໍ່ທັນແຕກ (UXO) ຕົກຄ້າງຢູ່ຫລາຍເຖິງ 80 ລ້ານກວ່າລູກ ສະນັ້ນກໍຍັງຕ້ອງການ
ການຊ່ວຍເຫລືອຈາກສາກົນຫລາຍຢູ່.

XS
SM
MD
LG