ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ລາວຈະຫຼຸດຈໍານວນ ຜູ້​​ເຄາະຮ້າຍ ຈາກ UXO ໃຫ້​ຕໍ່າກວ່າ 40 ຄົນ​ ຕໍ່ປີ ໃນປີ 2020


Unintentional Consequences for Victims of Unexploded Artillery in Laos
please wait

No media source currently available

0:00 0:02:46 0:00

ເຊີນຊົມວີດິໂອ ທີ່ເວົ້າເຖິງຜົນກະທົບ ຈາກລະເບີດບໍ່ທັນແຕກ (UXO) ຕໍ່ຜູ້ໄດ້ຮັບເຄາະຮ້າຍ ໃນລາວ (ເປັນພາສາອັງກິດ)

ລັດຖະມົນຕີ​ລາວ​ຢືນຢັນ​ວ່າ ຈະ​ຈັດຕັ້ງປະຕິບັດ​ວຽກງານ​ໃນ 5​ ດ້ານ ທີ່​ກ່ຽວກັບ​ຜົນ
​ກະທົບທີ່​ຕົກ​ຄ້າງ​ຢູ່​ລາວ ​ໂດຍ​ແນ​ໃສ່​ຫລຸດ​ຈໍານວນ​ຜູ້​ໄດ້​ຮັບ​ເຄາະຮ້າຍ​ລົງໃຫ້​ຕໍ່າ
ກວ່າ 40 ຄົນ​ໃນ​ປີ 2020.

ທ່ານ​ຄໍາ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ
ຢືນ​ໃນ​ການຈັດຕັ້ງ​ແຜນການ​ເກັບ​ກູ້​ລະ​ເບີດ​ ​ແລະ​ຜົນ​ກະທົບຈາກ​ລະ​ເບີດ​ບໍ່ທັນ​ແຕກ
ຫ​ລື UXO ທີ່​ຕົກ​ຄ້າງ​ຢູ່​ລາວ ​ໃນ​ປັດຈຸບັນ ​ໄປ​ເຖິງ​ປີ 2020 ລັດຖະບານ​ລາວ​ໄດ້​ກໍານົດ
ໜ້າວຽກ​ໄວ້​ໃນ 5 ດ້ານ​ດ້ວຍ​ກັນ ​ໂດຍ​ນອກຈາກ​ຈະ​ແນ​ໃສ່ການ​ສໍາ​ຫລວດ ​ແລະເກັບ
​ກູ້UXO ​ໃນ​ເນື້ອທີ່​ເປົ້າໝາຍ​ໄດ້​ຕາມ​ແຜນການ​ທີ່​ວາງເອົາ​ໄວ້​ແລ້ວ ກໍ​ຍັງ​ແນ​ໃສ່​ຫລຸດ
ຜ່ອນ​ຜົນ​ກະທົບຕໍ່ປະຊາຊົນ​ລາວ​ອີກ​ດ້ວຍດັ່ງ​ທີ່​ທ່ານ​ໄດ້​ຖະ​ແຫລ​ງ ຢືນຢັນ​ວ່າ:

ໃນ​ຊຸມ​ປີຕໍ່ໜ້ານີ້ ພວກ​ເຮົາ​ກໍ​ຈະ​ຕ້ອງ​ໄດ້​ສຸມ​ໃສ່​ຈັດຕັ້ງປະຕິບັດ​ຄາດໝາຍວຽກງານ
​ແກ້​ໄຂ​ບັນຫາ ລະ​ເບີດ​ບໍ່ທັນ​ແຕກ ດັ່ງ​ຕໍ່​ໄປ​ນີ້. 1. ການ​ສໍາ​ຫລວດ​ທີ່​ບໍ່​ແມ່ນ​ທາງ​ດ້ານ​
ວິຊາ​ການ ຢູ່ 3,860 ບ້ານ​ທີ່​ມີ​ຂໍ້​ມູນ​ການຖິ້ມລະ​ເບີດ​ເພື່ອ​ຊອກ​ຫາ​ຫລັກ​ຖານລະ​
ເບີດ​ບໍ່ທັນ​ແຕກ. 2. ການ​ສໍາ​ຫລວດທາງ​ດ້ານ​ວິຊາ​ການເພື່ອ​ຊອກ​ຫາ​ຫລັກ​ຖານລະ
​ເບີດ​ບໍ່ທັນ​ແຕກ. 3. ດໍາ​ເນີນ​ການ​ເກັບ​ກູ້ລະ​ເບີດ​ບໍ່ທັນ​ແຕກຕາມ​ບໍລິ​ມະ​ສິດ​ຈຸດ​ສຸມ
​ຂອງ​ການ​ພັດທະນາ. 4. ສືບຕໍ່ດໍາ​ເນີນ​ການ​ໂຄສະນາ​ເຖິງ​ທີ່​ມາ​ແລະ​ຜົນ​ຮ້າຍ​ຂອງ
ລະ​ເບີດ​ບໍ່ທັນ​ແຕກ ແນ​ໃສ່​ຫລຸດ​ຈໍານວນ​ຜູ້​ໄດ້​ຮັບ​ເຄາະຮ້າຍ​ລົງ ​ໃຫ້​ຕໍ່າກວ່າ 40
ຄົນຕໍ່ປີ. 5. ສືບຕໍ່ຊ່ວຍ​ເຫລືອ​ຜູ້ໄດ້​ຮັບ​ເຄາະຮ້າຍ ຈາກ​ລະ​ເບີດ​ບໍ່ທັນ​ແຕກ​ໃນ​ດ້ານ​
ການ​ປິ່ນປົວ ​ແລະ​ປະກອບ​ອາຊີ​ບ​ໃຫ້​ໄດ້ 1,500 ຄົນ.

ການເກັບກູ້ລະເບີດບໍ່ທັນແຕກໃນລາວ
ການເກັບກູ້ລະເບີດບໍ່ທັນແຕກໃນລາວ

ສໍາລັບ​ປີ 2017 ນີ້ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດ
ບໍ່ທັນແຕກທີ່ຕົກຄ້າງຢູ່ໃນ ສປປ ລາວ ລາຍງານວ່າ ເປົ້າໝາຍການເກັບກູ້ລະເບີດບໍ່
ທັນແຕກ UXO ໃຫ້ໄດ້ໃນພື້ນທີ່ 4,500 ເຮັກຕາແລະສືບຕໍ່ໃຫ້ການຊ່ວຍເຫຼືອຜູ້ຖືກ
ເຄາະຮ້າຍຈາກ UXO ໃນດ້ານການປິ່ນປົວ, ການຟື້ນຟູສຸຂະພາບ ແລະປະກອບອາ
ຊີບໃຫ້ເຂົ້າເຈົ້າ ພ້ອມທັງການໂຄສະນາເຜີຍແຜ່ຜົນຮ້າຍຂອງ UXO ແນໃສ່ຫຼຸດຈຳ
ນວນຜູ້ບາດເຈັບ ຫຼື ເສຍຊີວິດໃຫ້ໄດ້ຕໍ່າກວ່າ 50 ຄົນ.

ທາງດ້ານທ່ານ ພູຂຽວ ຈັນທະສົມບູນ ຫົວໜ້າຫ້ອງການຄະນະກຳມະການຄຸ້ມຄອງ
ແຫ່ງແຕກທີ່ຕົກຄ້າງຢູ່ໃນ ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າຈະສາມາດຈັດຕັ້ງ ປະຕິບັດເພື່ອໃຫ້ບັນລຸເປົ້າໝາຍດັ່ງກ່າວຢ່າງ ເປັນຮູບປະທຳໂດຍຈະສືບຕໍ່ສຳຫຼວດ
ແບບບໍ່ແມ່ນວິຊາການໃຫ້ໄດ້ໃນພື້ນທີ່ 950 ບ້ານເພື່ອຊອກຫາຂອງ UXO ແລະ ສຳຫຼວດແບບວິຊາການໃຫ້ໄດ້ໃນເຂດ 338 ບ້ານເພື່ອແລະ ເກັບກູ້ UXO ອອກ ຈາກເຂດທີ່ຢູ່ອາໄສ ແລະທີ່ທຳກິນຂອງປະຊາຊົນສ່ວນການຊ່ວຍເຫຼືອຜູ້ຖືກເຄາະ ຮ້າຍນັ້ນກໍຈັດຕັ້ງປະຕິບັດໄດ້ດີສົມຄວນ

ທາງການລາວ ໄດ້ສຳຫຼວດ ແລະ ເກັບກູ້ UXO ນັບຕັ້ງແຕ່ປີ 1997 ເປັນຕົ້ນມາ ໂດຍ
ມາຮອດປະຈຸບັນນີ້ກໍປາກົດວ່າ ສາມາດເກັບກູ້ UXO ໄດ້ໃນພື້ນທີ່ລວມ 29,701 ເຮັກ
ຕາ ໂດຍໃນນີ້ແບ່ງເປັນດິນກະສິກຳ 18,541 ເຮັກຕາ, ດິນພັດທະນາ 11,160 ເຮັກຕາ
ແລະ ທຳລາຍ UXO ໄດ້ 552,968 ໜ່ວຍ ໃນນີ້ກໍລວມເຖິງລະເບີດລູກຫວ່ານ
259,421 ໜ່ວຍ, ລະເບີດຂະໜາດໃຫຍ່ 1,489 ໜ່ວຍ ແລະລະເບີດຊະນິດຕ່າງໆ
ດ້ວຍ.

ທາງດ້ານທ່ານນາງ ເຣນາ ບິດເທີ (Ms. Rena Bitter) ເອກອັກຄະລັດຖະທູດ ສະຫະລັດປະຈຳນະຄອນຫຼວງວຽງຈັນ ໄດ້ຢືນຢັນວ່າ ລັດຖະບານສະຫະລັດ ຈະ
ຮັກ ສາຄຳໝັ້ນສັນຍາກ່ຽວກັບ ການໃຫ້ການຊ່ວຍເຫຼືອແກ່ ລາວ ທີ່ໄດ້ຕົກລົງໃນ
ໂອກາດທີ່ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະລັດ ຄົນກ່ອນໄດ້ເດີນ
ທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມສຸດ
ຍອດ ອາຊຽນ ທີ່ນະຄອນຫຼວງວຽງຈັນໃນເດືອນກັນຍາຊຶ່ງທ່ານ ໂອບາມາ ໄດ້ປະ ກາດໃຫ້ການຊ່ວຍເຫຼືອແກ່ລັດຖະບານລາວ ໃນມູນຄ່າລວມ 90 ລ້ານໂດລາເພື່ອ ການພັດທະນາຢ່າງຮອບດ້ານ ຊຶ່ງລວມເຖິງການເກັບກູ້ UXO ແລະການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍຈາກ UXO ດ້ວຍ.

ໂດຍທາງການ ສະຫະລັດ ໄດ້ເພີ່ມການຊ່ວຍເຫຼືອສຳລັບການເກັບກູ້ UXO ໃນລາວ
ເປັນ 13 ລ້ານໂດລາຕໍ່ປີນັບຈາກປີ 2015 ເປັນຕົ້ນມາ. ທັງຍັງໄດ້ສົມທົບທຶນໃນມູນ
ຄ່າ 2 ລ້ານໂດລາໃນກຸ່ມທີ່ປຶກສາເພື່ອການເກັບກູ້ລະເບີດໃນ ລາວ ຫຼື MAG ເພື່ອ
ນຳໃຊ້ໃນການເກັບກູ້ UXO ຢູ່ແຂວງຊຽງຂວາງ ອັນຖືເປັນພາກສ່ວນໜຶ່ງຂອງໂຄງ
ການທີ່ທາງການ ສະຫະລັດ ໄດ້ລິເລີ່ມຂຶ້ນໃໝ່ ເພື່ອໃຫ້ການຊ່ວຍເຫຼືອແກ່ປະຊາຊົນ
ລາວ ທີ່ໄດ້ຮັບຜົນກະທົບຈາກ UXO ອີກດ້ວຍ.

XS
SM
MD
LG